ໄທປະກາດຕໍ່ເວລາພັກເຊົາໃຫ້ນັກທ່ອງທ່ຽວຣັດເຊຍໂດຍຍົກເວັ້ນວິຊາເພີ່ມເປັນ 90 ວັນ

2023-10-17 15:41:44 cri


ວັນທີ 16 ຕຸລານີ້, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທໃຫ້ສຳພາດຕໍ່ນັກຂ່າວວ່າ, ລັດຖະບານໄທໄດ້ອະນຸມັດໃຫ້ຕໍ່ເວລາພັກເຊົາໂດຍຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຣັດເຊຍຈາກ 30 ວັນເປັນ 90 ວັນ. ນະໂຍບາຍດັ່ງກ່າວຈະໄດ້ເລີ່ມປະຕິບັດນັບແຕ່ວັນທີ 1 ພະຈິກ 2023 ເປັນຕົ້ນໄປ, ແລະຈະດຳເນີນໄປຈົນຮອດວັນທີ 30 ເມສາ 2024.


ທ່ານເສດຖາ ທະວີສິນ ກ່າວຕື່ມວ່າ: ການວາງນະໂຍບາຍດັ່ງກ່າວມີຈຸດປະສົງເພື່ອກະຕຸກຊຸກຍູ້ຂະແໜງການທ່ອງທ່ຽວຕື່ມອີກ. ພິຈາລະນາເຖິງລະດູຫນາວຂອງຣັດເຊຍ ແມ່ນນັບຈາກ ເດືອນທັນວາຈົນເຖິງເດືອນມີນາປີຫນ້າ ແລະ ປະຊາຊົນຣັດເຊຍມີຄວາມຕ້ອງການອອກໄປທ່ອງທ່ຽວຕ່າງປະເທດຍ້ອນອາກາດຢູ່ປະເທດຂອງຕົນເອງໜາວເຢັນຫຼາຍ, ການພັກເຊົາ 30 ວັນອາດຈະບໍ່ພຽງພໍ. ດັ່ງນັ້ນ, ຈຶ່ງໄດ້ຕົກລົງຕໍ່ເວລາພັກເຊົາໃຫ້ນັກທ່ອງທ່ຽວທີ່ຍົກເວັ້ນວິຊາ.


ທ່ານອານຸທິນ ຊານວິຣະກູນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງໄທ ກ່າວວ່າ: ກະຊວງປ້ອງກັນຄວາມສະຫງົບຂອງໄທ ຈະອຳນວຍຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ນັກທ່ອງທ່ຽວຣັດເຊຍ ແລະ ຮັບປະກັນຄວາມປອດໄພຂອງເຂົາເຈົ້າໃນໄລຍະພັກເຊົາຢູ່ໄທ.