ທາງລົດໄຟຄວາມໄວສູງຈາກາຕາ—ບັນດຸງທີ່ຈີນກັບອິນໂດເນເຊຍຮ່ວມມືກໍ່ສ້າງເລີ່ມເປີດນຳໃຊ້ຢ່າງເປັນທາງການແລ້ວ

2023-10-18 10:34:55 CRI

 

     ເວລາ 15 ໂມງ 35 ນາທີຂອງວັນທີ 17 ຕຸລານີ້ , ລົດໄຟຖ້ຽວ G1137 ໄດ້ແລ່ນອອກຈາກສະຖານີລົດໄຟຮາລີມຈາກາຕາ ເປັນຂີດໝາຍສະແດງໃຫ້ເຫັນວ່າເສັ້ນທາງລົດໄຟຄວາມໄວສູງຈາກາຕາ—ບັນດຸງເລີ່ມເປີດນຳໃຊ້ຢ່າງເປັນທາງການແລ້ວ, ຄວາມໄວການແລ່ນລົດສູງສຸດແມ່ນ 350 ກິໂລແມັດຕໍ່ຊົ່ວໂມງ,ການເດີນທາງຈາກຈາກາຕາຫາບັນດຸງໄວສຸດໃຊ້ເວທີພຽງແຕ່ 46 ນາທີເທົ່ານັ້ນ, ອິນໂດເນເຊຍໄດ້ເຂົ້າສູ່ຍຸກລົດໄຟຄວາມໄວສູງ, ຈີນ ກັບ ອິນໂດເນເຊຍຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ຮັບຜົນງານທີ່ມີລັກສະນະເປັນຂີດໝາຍ.



    ໃນຂະບວນການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ—ບັນດຸງ ໄດ້ຈັດຊື້ວັດສະດຸກໍ່ສ້າງຕ່າງໆ ເຊັ່ນ:ຊີມັງເປັນຕົ້ນ ເຊິ່ງອິນໂດເນເຊຍເປັນຜູ້ຜະລິດເອງຈຳນວນຫຼວງຫຼາຍ ໂດຍໄດ້ຊຸກຍູ້ໃຫ້ເສດຖະກິດທ້ອງຖິ່ນໄດ້ຮັບການພັດທະນາ, ພ້ອມນັ້ນຍັງໄດ້ຮັບພະນັກງານອິນໂດເນເຊຍເຂົ້າຮ່ວມເຮັດວຽກນຳໂຄງການ, ນັບລວມແລ້ວໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນ 51.000 ເທື່ອຄົນ ພ້ອມທັງອົບຮົມພະນັກງານອິນໂດເນເຊຍ 45.000 ເທື່ອຄົນ.