ທ່ານສີຈິ້ນຜິງ ພ້ອມດ້ວຍທ່ານນາງເຜີງລີ້ຢວນພັນລະຍາຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທີ3

2023-10-18 10:43:27 cri



    ຕອນຄ່ຳວັນທີ 17 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍທ່ານນາງເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງເພື່ອຕ້ອນຮັບແຂກເມືອງຜູ້ມີກຽດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທີ3ຢູ່ຈີນ. ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໂດຍຕາງໜ້າໃຫ້ລັດຖະບານແລະປະຊາຊົນຈີນສະແດງຄວາມຕ້ອນຮັບຢ່າງສຸດໃຈຕໍ່ບັນດາແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດຄັ້ງນີ້.