ເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-10-18 22:11:58 CRI

 

    ພິທີໄຂເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງເມື່ອວັນທີ 18 ຕຸລານີ້ ໂດຍມີຜູ້ຕາງໜ້າຈາກ 140 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນເຂົ້າຮ່ວມ.


    ໃນໂອກາດນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີໄຂ ແລະ ກ່າວຄຳປາໄສໂດຍຊີ້ໃຫ້ເຫັນວ່າ: ມະນຸດເປັນປະຊາຄົມຮ່ວມຊາຕາກໍາທີ່ເພີ່ງພາອາໃສເຊິ່ງກັນແລະກັນ. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຍຶດໝັ້ນຮ່ວມກັນເປິກສາຫາລື, ຮ່ວມກັນສ້າງ ແລະ ຮ່ວມກັນຊົມໃຊ້, ບົນພື້ນຖານຄວາມແຕກຕ່າງກັນລະຫວ່າງອະລິຍະທໍາ, ວັດທະນະທໍາ, ລະບອບສັງຄົມ ແລະ ໄລຍະການພັດທະນາ, ພ້ອມດຽວກັນນີ້, ຍັງໄດ້ບຸກເບີກຊ່ອງທາງອັນໃໝ່ແຫ່ງການໄປມາຫາສູ່ກັນລະຫວ່າງປະເທດຕ່າງໆ, ໄດ້ສ້າງຂອບການຮ່ວມມືສາກົນໃໝ່ ເຊິ່ງໄດ້ເຕົ້າໂຮມສຽງສະໜັບສະໜູນແຫ່ງການພັດທະນາຮ່ວມກັນຂອງມວນມະນຸດໃຫ້ໄດ້ຫຼາຍກວ່າໝູ່. ທ່ານກ່າວຕື່ມວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ປະຕິບັດຕາມຫຼັກການເຊື່ອມໂຍງເຂົ້າກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຕໍ່ກັນ, ພ້ອມທັງໄດ້ສະແຫວງຫາການພັດທະນາຮ່ວມກັນ ກໍຄື ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຝ່າຍຈີນຄອງຄອຍສຸມຄວາມພະຍາຍາມຮ່ວມກັບປະເທດຕ່າງໆລວມທັງບັນດາປະເທດພວມພັດທະນາ ເພື່ອບັນລຸຄວາມທັນສະໄໝທີ່ມີການພັດທະນາໂດຍສັນຕິ, ມີການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ.


    ນັບແຕ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ສະເໜີອອກເປັນເວລາ 10 ປີມານີ້, ຂໍ້ລິເລີ່ມດັ່ງກ່າວໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງໃນທົ່ວໂລກ. ສັງເກດເຫັນໄດ້ຈາກຈີນກັບ 150 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນໄດ້ຮ່ວມກັນລົງນາມໃນເອກະສານການຮ່ວມມືວ່າດ້ວຍການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ອີກດ້ານໜຶ່ງ, ຂໍ້ລິເລີ່ມດັ່ງກ່າວໄດ້ລະດົມການລົງທຶນມູນຄ່າເກືອບ 1.000 ຕື້ໂດລາ, ພ້ອມທັງໄດ້ສ້າງວຽກເຮັດງານທໍາ 420.000 ຕໍາແໜງໃຫ້ກັບປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເຮັດໃຫ້ປະຊາຊົນ 40.000.000 ຄົນຫຼຸດພົ້ນອອກຈາກຄວາມທຸກຍາກ.


    ໃນພິທີໄຂ, ທ່ານ ສີຈິ້ນຜິງ ໄດ້ປະກາດ 8 ລາຍການທີ່ຈີນສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ກວມເອົາຫຼາຍຂົງເຂດ ເຊັ່ນ: ການສ້າງເຄືອຂ່າຍເຊື່ອມໂຍງເຊື່ອມຈອດກັນ, ສ້າງເສດຖະກິດໂລກແບບເປີດກວ້າງ, ດຳເນີນການຮ່ວມມືທີ່ຕິດແທດຕົວຈິງ, ຊຸກຍູ້ການພັດທະນາສີຂຽວ, ຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແລະສະໜັບສະໜູນການໄປມາຫາສູ່ກັນລະຫວ່າງປະຊາຊົນ ເປັນຕົ້ນ.


    ຈາກນັ້ນ, ຈີນຈະສ້າງເຂດສາທິດການຮ່ວມມື “ນັກທຸລະກິດເອເລັກໂຕຣນິກເສັ້ນທາງສາຍໄໝ” ເພື່ອເປິກສາຫາລື ແລະ ລົງນາມໃນສັນຍາການຄ້າເສລີກັບປະເທດຕ່າງໆໃຫ້ຫຼາຍຂຶ້ນກວ່າເກົ່າ; ທະນາຄານພັດທະນາແຫ່ງຊາດຈີນ ແລະ ທະນາຄານຂາເຂົ້າຂາອອກຈີນຕ່າງຈະສ້າງປ່ອງລະດົມທຶນເປັນສະກຸນເງິນຢວນ; ຈະດໍາເນີນການຝຶກອົບຮົມ 100.000 ເທື່ອຄົນໃຫ້ກັບປະເທດຄູ່ຮ່ວມມືເມື່ອຮອດປີ 2030; ສະໜັບສະໜູນນັກວິທະຍາສາດໜຸ່ມຈາກປະເທດຕ່າງໆມາປະຕິບັດໜ້າທີ່ໄລຍະສັ້ນຢູ່ຈີນ; ສ້າງຕັ້ງສະຫະພັນຕົວເມືອງທ່ອງທ່ຽວເສັ້ນທາງສາຍໄໝ ແລະອື່ນໆ.