ເສັ້ນທາງລົດໄຟລາວຈີນເປັນແມ່ແຮງດຶງດູດ ບໍລິສັດຕ່າງປະເທດມາລົງທຶນຢູ່ສປປລາວ

2023-10-18 23:41:29 CRI


ວັນທີ 18 ຕຸລາ ປີ 2023, ທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວທີ່ມາເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ“ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3ຢູ່ທີ່ນະຄອນຫຼວງປັກກິ່ງໄດ້ສຳພາດຕໍ່ນັກຂ່າວ ໂດຍກ່າວວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມ 8 ຂໍ້ກ່ຽວກັບການສະໜັບສະໜູນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງໃນກອງປະຊຸມຄັ້ງນີ້, ຜູ້ນຳຫຼາຍປະເທດໄດ້ສະໜັບສະໜູນ, ຝ່າຍລາວກໍສະໜັບສະໜູນເຊັ່ນດຽວກັນ. ເສັ້ນທາງລົດໄຟລາວຈີນເປັນແມ່ແຮງດຶງດູດການພັດທະນາຂອງລາວ ດຶງດູດບໍລິສັດຂອງຈີນ ກໍຄືບໍລິສັດຕ່າງປະເທດມາລົງທຶນຢູ່ສປປລາວ.


ທ່ານສົມມາດ ພົນເສນາກ່າວຕື່ມວ່າ: ຂ້າພະເຈົ້າຍັງຈື່ໄດ້ວ່າ, ທ່ານສີຈິ້ນຜິງເຄີຍກ່າວວ່າ, ເມື່ອມີເສັ້ນທາງລົດໄຟສາຍນີ້, ພູຈະບໍ່ສູງອີກ, ທາງຈະບໍ່ໄກອີກ. ເສັ້ນທາງລົດໄຟສາຍນີ້ໄດ້ນຳເອົາວິສາຫະກິດຈີນທີ່ມີຄວາມສາມາດຈຳນວນຫຼວງຫຼາຍມາພັດທະນາຢູ່ລາວ, ທັງໄດ້ສົ່ງຜະລິດຕະພັນຂອງລາວໄປຈຳໜ່າຍຢູ່ຕ່າງປະເທດ, ເຊິ່ງຈະຊ່ວຍເຫຼືອປະຊາຊົນລາວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີ.