ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີອິນໂດເນເຊຍ

2023-10-18 10:26:02 CRI


    ວັນທີ 17 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍທີ່ມາເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ແລະ ຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.


 

    ທ່ານສີຈິ້ນຜິງຊີ້ອອກວ່າ: ອິນໂດເນເຊຍແມ່ນບ່ອນທຳອິດທີ່ຂ້າພະເຈົ້າສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ເສັ້ນທາງສາຍໄໝທາງທະເລສະຕະວັດທີ 21” . ເວລາ ຜ່ານໄປ 10 ປີ, ຈີນ ແລະ ອິນໂດເນເຊຍໄດ້ຍຶດໝັ້ນປຶກສາຫາລືຮ່ວມກັນ,ກໍ່ສ້າງສາຮ່ວມກັນແລະ ຊົມໃຊ້ຮ່ວມກັນ, ເຮັດໃຫ້ທ່າແຮງຄ້ຳຊູກັນ, ພ້ອມກັນຊຸກຍູ້ການພັດທະນາ ໂດຍໄດ້ສ້າງຄວາມສຸກອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດ,ກາຍເປັນແບບຢ່າງສຳຄັນຂອງການຮ່ວມມືສາກົນທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.


 

    ທ່ານໂຈໂຄ ວິໂດໂດກ່າວວ່າ, “ໄລຍະ 3 ເດືອນກ່ອນ, ພວກເຮົາໄດ້ພົບປະກັນຢູ່ນະຄອນເສິງຕູ່, ຄວາມຮັບຮູ້ຄືກັນໄດ້ມີຄວາມຄືບໜ້າຢ່າງຕັ້ງໜ້າ, ຂ້າພະເຈົ້າສະແດງຄວາມຂອບໃຈຕໍ່ກັບເລື່ອງນີ້. ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ເລີ່ມເປີດນຳໃຊ້ຢ່າງເປັນທາງການແລ້ວ, ຂ້າພະເຈົ້າເຊື່ອໝັ້ນວ່າການພົວພັນທີ່ດີງາມລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການປັບປຸງໃຫ້ຄວາມໝັ້ນຄົງ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.”