ສະໜາມບິນສາກົນອັງກໍຊຽມລຽບກຳປູເຈຍທີ່ວິສາຫະກິດຈີນກໍ່ສ້າງແລະດຳເນີນທຸລະກິດໄດ້ເປີດນຳໃຊ້ຢ່າງເປັນທາງການ

2023-10-18 09:50:45 cri


ວັນທີ 17 ຕຸລານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໃນໂອກາດນີ້, ມີນັກຂ່າວຖາມວ່າ: ຕອນເຊົ້າວັນທີ 16 ຕຸລານີ້, ສະໜາມບິນສາກົນອັງກໍຊຽມລຽບກຳປູເຈຍທີ່ວິສາຫະກິດຈີນກໍ່ສ້າງແລະດຳເນີນທຸລະກິດໄດ້ເປີດນຳໃຊ້ຢ່າງເປັນທາງການ. ທ່ານນາງມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງເໝົາໜິງຕອບວ່າ: ສະໜາມບິນສາກົນອັງກໍຊຽມລຽບແມ່ນໂຄງການສັນຍາລັກທີ່ຈີນ-ກຳປູເຈຍຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຍັງເປັນສະໜາມບິນສາກົນແຫ່ງທຳອິດທີ່ວິສາຫະກິດຈີນປະຕິບັດການລົງທຶນ, ກໍ່ສ້າງ ແລະ ຮູບແບບດຳເນີນທຸລະກິດຢູ່ຕ່າງປະເທດ. ສະໜາມບິນແຫ່ງນີ້ຈະກາຍເປັນສູນເຊື່ອມຕໍ່ສາຍການບິນສາກົນ, ຈະດຶງດູດນັກທ່ອງທ່ຽວແລະນັກລົງທຶນສາກົນຫຼາຍກວ່າເກົ່າ ເຊິ່ງຈະຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງກຳປູເຈຍ.