ບັນດາວິສາຫະກິດຕ່າງປະເທດຈະພັດທະນາທຸລະກິດຂອງຕົນຢູ່ຈີນໃຫ້ເຂົ້າສູ່ ລວງເລິກ

2023-10-20 17:00:35 CRI

ປັດຈຸບັນ, ງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 134 ກຳລັງຈັດຂຶ້ນຢູ່ນະຄອນກວາງໂຈ່ວ ເຊິ່ງໄດ້ດຶງດູດຜູ້ຈັດຊື້ຈາກ 200 ກວ່າປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ; ຕົ້ນເດືອນພະຈິກໜ້ານີ້ ຈະມີວິສາຫະກິດ 3.400 ກວ່າແຫ່ງຈາກ 128 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານມະຫະກຳສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6. ຫວ່າງມໍ່ໆມານີ້, ຜູ້ຮັບຜິດຊອບຂອງວິສາຫະກິດຜະລິດຢາແຫ່ງໜຶ່ງຂອງຝຣັ່ງໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: “ອະນາຄົດທີ່ກວ້າງຂວາງ ແລະ ໂອກາດຢ່າງຫຼວງຫຼາຍຂອງເສດຖະກິດຈີນ ໄດ້ເພີ່ມທະວີຄວາມໝັ້ນໃຈ ແລະ ຄວາມຕັດສິນໃຈຂອງພວກເຮົາຢ່າງບໍ່ຢຸດຕັ້ງ ໃນການພັດທະນາທຸລະກິດຢູ່ຈີນ”.

ມີຜູ້ຊ່ຽວຊານຫຼາຍທ່ານໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ປັດຈຸບັນ, ຈີນຍັງຄົງເປັນຫົວລົດໄຟຂອງການຟື້ນຟູການເຕີບໂຕຂອງເສດຖະກິດໂລກ. ວັນທີ 18 ຕຸລານີ້, ທາງການຈີນໄດ້ເປີດເຜີຍຕົວເລກຂໍ້ມູນເສດຖະກິດແຫ່ງຊາດໃນ 3 ໄຕມາດທຳອິດຂອງປີນີ້ ໂດຍສະແດງໃຫ້ເຫັນວ່າ: ຜ່ານການຄິດໄລ່ເບື້ອງຕົ້ນ, GDP ຂອງຈີນໃນສາມໄຕມາດຜ່ານມາໄດ້ບັນລຸເຖິງ 91.302, 7 ຕື້ຢວນ, ເມື່ອຄິດໄລ່ ດ້ວຍລາຄາທີ່ບໍ່ປ່ຽນແປງແລ້ວໄດ້ເຕີບໂຕ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໄວກວ່າກຸ່ມເສດຖະກິດທີ່ພັດທະນາແລ້ວທີ່ສຳຄັນຂອງໂລກ. ສະນັ້ນ, ສຳລັບທຶນຕ່າງປະເທດແລ້ວ ຕະຫຼາດຈີນແມ່ນຕົວເລືອກທີ່ຈຳເປັນ, ບັນດາວິສາຫະກິດຕ່າງປະເທດຈະສືບຕໍ່ເພີ່ມການລົງທຶນຢູ່ຈີນ, ພັດທະນາທຸລະກິດຂອງຕົນຢູ່ຈີນໃຫ້ເຂົ້າສູ່ລວງເລິກ. ບໍລິສັດພຣາຍ ວໍເຕີຮາວ ຄູເປີ ຫຼື PwC ຂອງອັງກິດ ໄດ້ເຜີຍແຜ່ບົດລາຍງານຜົນການສຳຫຼວດໃນວັນທີ 17 ຕຸລານີ້ ໂດຍສະແດງໃຫ້ເຫັນວ່າ: ວິສາຫະກິດຂ້າມຊາດຢູ່ຈີນສ່ວນໃຫຍ່ຕ່າງກໍເບິ່ງໄປໃນແງ່ດີຕໍ່ຕະຫຼາດຈີນ. ໃນນັ້ນ, ຂະໜາດຂອງຕະຫຼາດ, ການເຕີບໂຕດ້ານເສດຖະກິດ ແລະ ຄວາມຮັບຮອງຈາກຜູ້ບໍລິໂພກ ແມ່ນສາມປັດໄຈສຳຄັນໃນການດຶງດູດວິສາຫະກິດຂ້າມຊາດມາລົງທຶນຢູ່ຈີນ. ອີງຕາມຕົວເລກຂໍ້ມູນຈາກກະຊວງການຄ້າຈີນໃຫ້ຮູ້ວ່າ: ແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ວິສາຫະກິດຕ່າງປະເທດທີ່ສ້າງຕັ້ງຂຶ້ນໃໝ່ຢູ່ຈີນມີເຖິງ 33.154 ແຫ່ງ, ເພີ່ມຂຶ້ນ 33% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນ ການລົງທຶນຕົວຈິງຂອງທຶນຕ່າງປະເທດໃນຂະແໜງອຸດສາຫະກຳການຜະລິດທີ່ມີເຕັກໂນໂລຊີທັນສະໄໝ ໄດ້ເພີ່ມຂຶ້ນ 19,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ການລົງທຶນຕົວຈິງໃນຂະແໜງການບໍລິການດ້ານການຄົ້ນຄວ້າ ແລະ ການອອກແບບໄດ້ເພີ່ມຂຶ້ນ 57,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ຂະນະທີ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບໍ່ພຽງແຕ່ເປັນພະລັງຊຸກດັນຕໍ່ເສດຖະກິດຈີນເທົ່ານັ້ນ, ແຕ່ຍັງໄດ້ຊຸກຍູ້ຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດຂອງປະເທດທີ່ກ່ຽວຂ້ອງອີກດ້ວຍ. ໃນກອງປະຊຸມນັກທຸລະກິດ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ສື່ສັງຄົມອອນລາຍໄດ້ລາຍງານຂ່າວຢ່າງຫຼວງຫຼາຍກ່ຽວກັບວິສາຫະກິດຫຼາຍຮ້ອຍແຫ່ງໄດ້ລຽນແຖວເຊັນສັນຍາຢ່າງຄຶກຄັກທີ່ສຸດ ແລະ ໜຶ່ງໃນຈຸດເດັ່ນຕ່າງໆນັ້ນກໍແມ່ນ “ອຸດສາຫະກຳການຜະລິດແບບປັນຍາປະດິດຂອງຈີນ”. ໃນທີ່ສຸດ, ມູນຄ່າໃນສັນຍາຕ່າງໆທີ່ໄດ້ເຊັນກັນໃນກອງປະຊຸມດັ່ງກ່າວໄດ້ບັນລຸເຖິງ 97,2 ຕື້ໂດລາສະຫະລັດ ເຊິ່ງຈະໄດ້ສ້າງຕຳແໜ່ງການປະກອບອາຊີບໃຫ້ແກ່ປະເທດຕ່າງໆຫຼາຍກວ່າເກົ່າ ທັງຈະເປັນການຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງປະເທດເຫຼົ່ານີ້.