ໃນຮອບ 10 ປີໜ້ານີ້ “ການເຄື່ອນໄຫວຂອງຈີນ” ຈະຊ່ວຍໂລກນີ້ຫັນເປັນທັນສະໄໝ

2023-10-20 10:24:17 CRI

ໃນພິທີໄຂກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ຈັດຂຶ້ນໃນວັນທີ 18 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສພິເສດພາຍໃຕ້ຫົວຂໍ້ກອງປະຊຸມວ່າ: ຈີນຍິນດີຮ່ວມກັບຝ່າຍຕ່າງໆ ລົງເລິກການພົວພັນຄູ່ຮ່ວມມືໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາດ້ວຍຄຸນນະພາບສູງ, ພະຍາຍາມຢ່າງບໍ່ລົດລະ ເພື່ອບັນລຸການຫັນເປັນທັນສະໄໝຂອງປະເທດຕ່າງໆໃນໂລກ. ພ້ອມກັນນັ້ນ, ທ່ານສີຈິ້ນຜິງຍັງໄດ້ປະກາດການເຄື່ອນໄຫວ 8 ປະການຂອງຈີນໃນການສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງອີກດ້ວຍ.


ຜູ້ຊ່ຽວຊານທີ່ກ່ຽວຂ້ອງໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ໂດຍປະເຊີນໜ້າກັບຄວາມບໍ່ແນ່ນອນ ແລະ ສິ່ງທ້າທາຍຈາກຄວາມສ່ຽງລັກສະນະທົ່ວໂລກ ໃນສະພາບການປ່ຽນແປງຢ່າງໃຫຍ່ທີ່ບໍ່ເຄີຍມີໃນຮອບຮ້ອຍປີ, ທ່ານປະທານສີຈິ້ນຜິງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈໃນການຊຸກຍູ້ການພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຢ່າງເດັດດ່ຽວ. ການເຄື່ອນໄຫວ 8 ປະການຂອງຈີນນັ້ນ ມີເປົ້າໝາຍຢ່າງຄັກແນ່, ວາງມາດຕະການຢ່າງຕິດແທດກັບຕົວຈິງ, ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາໃນຍຸກໃໝ່, ໄດ້ເປັນການຊີ້ທິດເຍືອງທາງໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ໄດ້ທຸ່ມເທພະລັງຊຸກດັນໃຫ້ແກ່ການຫັນເປັນທັນສະໄໝຂອງໂລກ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນໃນຖານະເປັນປະເທດໃຫຍ່ ໃນການຊຸກຍູ້ການຮ່ວມມືຂອງໂລກ ແລະ ຊຸກຍູ້ການພັດທະນາຮ່ວມກັນ.

ການເຄື່ອນໄຫວ 8 ປະການຂອງຈີນໄດ້ກວມເອົາດ້ານຕ່າງໆ ເຊັ່ນ: ການສ້າງເຄືອຂ່າຍການເຊື່ອມໂຍງເຊື່ອມຈອດສາມມິຕິ, ສະໜັບສະໜູນການສ້າງເສດຖະກິດໂລກແບບເປີດກວ້າງ, ຮ່ວມມືກັນແທ້ຈິງ, ຊຸກຍູ້ການພັດທະນາແບບສີຂຽວ ແລະ ຊຸກຍູ້ການປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ແລະອື່ນໆ. ສາມາດເຫັນໄດ້ວ່າ, ການເຄື່ອນໄຫວເຫຼົ່ານີ້ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ເສດຖະກິດຂອງໂລກມີພະລັງການຟື້ນຟູອ່ອນແອລົງ ແລະອື່ນໆທີ່ພວມປະເຊີນໃນປັດຈຸບັນ ຍັງສອດຄ່ອງກັບກະແສການພັດທະນາຂອງຍຸກສະໄໝ ແລະ ການພັດທະນາດ້ານເຕັກນິກວິທະຍາສາດ; ມີມາດຕະການທີ່ເປັນຮູບປະທຳ ທັງມີກົນໄກທີ່ມີປະສິດທິຜົນໄລຍະຍາວ ແລະ ຈະທຸ່ມເທພະລັງຊຸກດັນໃຫ້ແກ່ການຫັນເປັນທັນສະໄໝຂອງໂລກ.


ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຕະຫຼອດໄລຍະ 10 ປີຜ່ານມາ, ການຍຶດໝັ້ນການເປິກສາຫາລືຮ່ວມກັນ, ການສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ ໄດ້ເຮັດໃຫ້ຈີນ ແລະ ປະເທດທີ່ກ່ຽວຂ້ອງບັນລຸເປົ້າໝາຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນຮອບ 10 ປີຄຳຂ້າງໜ້ານີ້, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ຈະສ້າງໂອກາດໃໝ່ໃຫ້ແກ່ປະເທດຕ່າງໆໃນການຫັນເປັນທັນສະໄໝຮ່ວມກັນ ແລະ ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.