ທ່ານສີຈິ້ນຜິງພົບປະປະທານປະເທດຫວຽດນາມ

2023-10-20 11:08:29 CRI

    ວັນທີ 20 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະທ່ານຫວໍວັນເຖືອງ ປະທານປະເທດຫວຽດນາມທີ່ມາຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.


 

     ທ່ານສີຈິ້ນຜິງຊີ້ອອກວ່າ: ຈີນ ແລະ ຫວຽດນາມຄວນຖືເອົາຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດເປັນຈຸດເລີ່ມຕົ້ນ, ເກາະແຂນກັນກ້າວເດີນໄປຕາມເສັ້ນທາງສັງຄົມນິຍົມໃຫ້ດີ, ສ້າງຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ. ສອງຝ່າຍຍັງຄວນປະຕິບັດຕາມຫຼັກການທີ່ຫາລືຮ່ວມກັນ ສ້າງສາຮ່ວມກັນ ແລະຊົມໃຊ້ຮ່ວມກັນ, ເລັ່ງລັດຊຸກຍູ້ການປະຕິບັດຂໍ້ລິເລິ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອສ້າງຜົນປະໂຫຍດແກ່ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ.