ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີໄທ

2023-10-20 11:28:48 cri



ວັນທີ19ຕຸລານີ້,ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງສປຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທທີ່ມາເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ3ແລະຢ້ຽມຢາມຈີນຢ່າງເປັນທາງການ.

 ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນແລະໄທຄວນເປັນຜູ້ນຳໜ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ເລັ່ງກໍ່ສ້າງເສັ້ນທາງລົດໄຟຈີນ-ໄທ. ສອງຝ່າຍຄວນເພີ່ມທະວີການປາບປາມອາຊະຍາກຳຂ້າມຊາດຕ່າງໆເປັນຕົ້ນແມ່ນ ການສໍ້ໂກງຊັບທາງລະບົບໂທລະຄົມ, ການພະນັນທາງອິນເຕີເນັດແລະອື່ນໆ, ເພື່ອສ້າງສະພາບແວດລ້ອມທີ່ມີຄວາມໝັ້ນຄົງໃຫ້ກັບການພັດທະນາຂອງສອງປະເທດ. ຈີນຍິນດີຮ່ວມກັບໄທເພີ່ມທະວີການຮ່ວມມືພາຍໃຕ້ຂອບຫຼາຍຝ່າຍເຊັ່ນ: ອາຊຽນ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ອົງການສະຫະປະຊາຊາດເປັນຕົ້ນ.

 ທ່ານເສດຖາ ທະວີສິນ ກ່າວຢືນຢັນໂດຍຫວັງໃຫ້ສອງຝ່າຍລົງເລິກການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ຮ່ວມກັນສ້າງເສັ້ນທາງລົດໄຟໄທ-ຈີນ, ຊຸກຍູ້ການປະຕິບັດແຜນວາດການພັດທະນາແບບເຊື່ອມຈອດກັນລະຫວ່າງໄທ-ລາວ-ຈີນ. ຝ່າຍໄທຈະສຸມຄວາມພະຍາຍາມຈົນສຸດຄວາມສາມາດເພື່ອຮັບປະກັນຄວາມປອດໄພຂອງພົນລະເມືອງຈີນຢູ່ປະເທດໄທ, ຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນຢູ່ໄທຫຼາຍກວ່າເກົ່າ ແລະພົນລະເມືອງຈີນຫຼາຍກວ່າເກົ່າຈະເດີນທາງໄປທ່ຽວປະເທດໄທ.

ສອງຝ່າຍໄດ້ອອກຖະແຫຼງການຮ່ວມລະຫວ່າງລັດຖະບານສາທາລະນະລັດປະຊາຊົນຈີນແລະລັດຖະບານລາຊະອານາຈັກໄທ.