ທ່ານສີຈິ້ນຜິງພົບປະກັບທ່ານທອງລຸນ ສີສຸລິດ

2023-10-20 15:45:47 CRI


    ວັນທີ 20 ຕຸລານີ້,ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ພົບປະທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວທີ່ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ແລະ ດຳເນີນການຢ້ຽມຢາມເຮັດວຽກຢູ່ຈີນ.



    ທ່ານສີຈິ້ນຜິງຊີ້ອອກວ່າ: ໄລຍະ 10 ປີຜ່ານມາ, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໄດ້ຮັບຄວາມຄືບໜ້າທີ່ສຳຄັນຢ່າງບໍ່ຢຸດຢັ້ງ. ພາຍໃຕ້ເບື້ອງຫຼັງທີ່ໂລກປັດຈຸບັນມີຄວາມສັບສົນຜັນແປຢູ່ເລື້ອຍໆ ແລະ ການປ່ຽນແປງຂະໜາດໃຫຍ່ໃນຮອບຮ້ອຍປີເລັ່ງລັດຂະຫຍາຍຕົວນີ້, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວຍິ່ງມີຄຸນຄ່າແຫ່ງຍຸກສະໄໝ ແລະ ຄວາມໝາຍດ້ານຍຸດທະສາດມີບົດບາດເປັນແບບຢ່າງ ນຳພາອັນຕັ້ງໜ້າ.


    ທ່ານສີຈິ້ນຜິງກ່າວເນັ້ນວ່າ: ການຍຶດໝັ້ນການນຳພາຂອງພັກ ແລະ ການຍຶດໝັ້ນທິດທາງສັງຄົມນິຍົມແມ່ນລັກສະນະທາດແທ້ຂອງການພົວພັນຈີນ-ລາວ.ສອງພັກຈີນ ແລະ ລາວຄວນລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງຢ່າງຕໍ່ເນື່ອງ, ຄວນຂຸດຄົ້ນກຳລັງແຮງບົ່ມຊ້ອນຂອງທາງລົດໄຟຈີນ-ລາວຢ່າງເລິກເຊິ່ງ, ຖືເອົາການພັດທະນາເຂດລຽບຕາມທາງລົດໄຟເປັນຈຸດ, ຊຸກຍູ້ການກໍ່ສ້າງແລວເສດຖະກິດຈີນ-ລາວຢ່າງໜັກແໜ້ນ, ຕັ້ງໜ້າຊຸກຍູ້ແຜນວາດການພັດທະນາພາກພື້ນໃຫ້ເຊື່ອມຈອດກັນ , ສ້າງແບບຢ່າງດ້ານການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໃນພາກພື້ນ. ຈີນຍິນດີສືບຕໍ່ສະໜອງການຊ່ວຍເຫຼືອເຂົ້າໃນການພັດທະນາເສດຖະກິດຂອງລາວຕາມຄວາມສາມາດຂອງຕົນ, ສົ່ງເສີມວິສາຫະກິດຈີນຫຼາຍກວ່າເກົ່າໄປລົງທຶນຢູ່ລາວ,ນຳເຂົ້າຜະລິດຕະພັນກະສິກຳຄຸນນະພາບດີຂອງລາວຫຼາຍກວ່າເກົ່າພ້ອມທັງເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ພະລັງງານ ແລະ ບໍ່ແຮ່ລະຫວ່າງຈີນ ກັບ ລາວ. ປີໜ້າ, ລາວຈະເປັນປະເທດປະທານໝູນວຽນອາຊຽນ,ຈີນຍິນດີສະໜັບສະໜູນລາວເສີມຂະຫຍາຍບົດບາດໃຫຍ່ຫຼວງກວ່າເກົ່າເຂົ້າໃນວຽກງານພາກພື້ນ ແລະ ສາກົນ.



    ທ່ານທອງລຸນ ສີສຸລິດກ່າວວ່າ: ປັດຈຸບັນ, ການຮ່ວມມືໃນດ້ານຕ່າງໆລະຫວ່າງລາວ ກັບ ຈີນໄດ້ດຳເນີນໄປຢ່າງສະດວກ, ລາວຂອບໃຈຢ່າງຈິງໃຈຕໍ່ຈີນທີ່ສະໜອງການຊ່ວຍເຫຼືອອັນລ້ຳຄ່າເພື່ອພັດທະນາເສດຖະກິດສັງຄົມຂອງລາວເປັນເວລາດົນນານມານີ້. ທາງລົດໄຟລາວ-ຈີນສ້າງສຳເລັດ ແລະ ເປີດນຳໃຊ້ໄປດ້ວຍດີໄດ້ຊຸກຍູ້ໃຫ້ເສດຖະກິດລາວພັດທະນາຢ່າງຫຼວງຫຼາຍ, ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວມີການປ່ຽນແປງຢ່າງຕັ້ງໜ້າ. ການລົງນາມແຜນແມ່ບົດ 5 ປີສະບັບໃໝ່ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນເທື່ອນີ້ຈະປັບປຸງໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງພັກ ສອງລັດລາວ-ຈີນໃຫ້ໝັ້ນຄົງຕື່ມອີກ. ລາວຍິນດີຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງດ້ານຕ່າງໆເຊັ່ນ: ແລວເສດຖະກິດລາວ-ຈີນເປັນຕົ້ນ, ເພີ່ມທະວີການປະສານສົມທົບຕໍ່ການການພົວພັນຈີນ-ອາຊຽນ ແລະ ບັນຫາໃນພາກພື້ນ, ຊຸກຍູ້ການພົວພັນລະຫວ່າງລາວ ກັບ ຈີນໃຫ້ບັນລຸການຂະຫຍາຍຕົວໃໝ່.


 

     ຫຼັງຈາກພົບປະກັນ, ທ່ານສີຈິ້ນຜິງ ແລະ ທ່ານທອງລຸນ ສີສຸລິດໄດ້ລົງນາມ“ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວລະຫວ່າງພັກຄອມມູນິດຈີນ ກັບ ພັກປະຊາຊົນປະຕິວັດລາວ (ປີ2024-2028)”.