ທ່ານສີຈິ້ນພິງພົບປະກັບນາຍົກລັດຖະມົນຕີກຳປູເຈຍ

2023-10-20 11:48:18 cri


   ວັນທີ 19 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ ທີ່ເດີນທາງມາເຂົ້າຮ່ວມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທີ3ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງສປຈີນ.


   ທ່ານສີຈິ້ນຜິງເນັ້ນໜັກວ່າ: ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ສ້າງໂອກາດການພັດທະນາທີ່ແທ້ຈິງໃຫ້ກຳປູເຈຍ,ຈີນສະໜັບສະໜູນໂຄງການຕ່າງໆຂອງກຳປູເຈຍ ເຊັ່ນ:ສະໜາມບິນແລະປະຕິສັງຂອນບູຮານສະຖານເປັນຕົ້ນ,ຊົມເຊີຍຜະລິດຕະພັນກະສິກຳຂອງກຳປູເຈຍຫຼາຍກວ່າເກົ່າທີ່ສົ່ງເຂົ້າສູ່ຕະຫຼາດຈີນ,ສົ່ງເສີມໃຫ້ນັກທ່ອງທ່ຽວຈີນໄປທ່ຽວກຳປູເຈຍຫຼາຍກວ່າເກົ່າ.


   ທ່ານຮຸນມາເນັດສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ກຳປູເຈຍມາເປັນເວລາຍາວນານ,ຍິນດີຕ້ອນຮັບນັກທ່ອງທ່ຽວຈີນຫຼາຍກວ່າເກົ່າໄປທ່ຽວກຳປູເຈຍ. ຂໍ້ລິເລີ່ມສຳຄັນຕ່າງໆທີ່ສະເໜີໂດຍທ່ານປະທານສີຈິ້ນຜິງໄດ້ສະໜອງໂອກາດແລະເວທີການຮ່ວມມືທີ່ສຳຄັນໃຫ້ກັບສັນຕິພາບແລະການພັດທະນາຂອງໂລກ,ກຳປູເຈຍແມ່ນສະໜັບສະໜູນເລື່ອງນີ້ຢ່າງຕັ້ງໜ້າ.