ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຈັດຂຶ້ນຢ່າງສຳເລັດຜົນ ໄດ້ບັນລຸຜົນງານ 458 ລາຍການ

2023-10-21 14:03:47 CRI


ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນຢ່າງສຳເລັດຜົນ. ທ່ານຫຼີເຄີ້ຊິ່ນ ຫົວໜ້າກົມເສດຖະກິດສາກົນກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ, ໃນໄລຍະດຳເນີນກອງປະຊຸມ, ຝ່າຍຕ່າງໆໄດ້ບັນລຸຜົນງານ 458 ລາຍການ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງອະນາຄົດອັນດີງາມທີ່ຮ່ວມມືຊຸກຍູ້ໃຫ້ “ໜຶ່ງແລວໜຶ່ງເສັ້ນທາງ” ກ້າວໄປສູ່ໄລຍະໃໝ່ແຫ່ງການພັດທະນາດ້ວຍຄຸນນະພາບສູງ.


ທ່ານຫຼີເຄີ້ຊິ່ນກ່າວຕື່ມວ່າ, ກອງປະຊຸມໄດ້ເຜີຍແຜ່ຖະແຫຼງການປະທານທີ່ເປັນຜົນງານຕົ້ນຕໍ, ພ້ອມທັງໄດ້ບັນລຸບັນຊີລາຍຊື່ເອກະສານສະບັບໜຶ່ງ ແລະ ບັນຊີລາຍຊື່ໂຄງການສະບັບໜຶ່ງ ລວມທັງໝົດມີຜົນງານ 458 ລາຍການ. ວິສາຫະກິດຈີນ ແລະ ຕ່າງປະເທດໄດ້ບັນລຸສັນຍາຮ່ວມມືທີ່ມີມູນຄ່າ 97,2 ຕື້ໂດລາ. ເຊິ່ງຜົນງານເຫຼົ່ານີ້ລ້ວນແຕ່ສະແດງໃຫ້ເຫັນເຖິງການສະໜັບສະໜູນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະເທດຄູ່ຮ່ວມມືອັນມະຫາສານຕໍ່ “ໜຶ່ງແລວໜຶ່ງເສັ້ນທາງ”, ທັງໄດ້ ສ່ອງແສງໃຫ້ເຫັນເຖິງອະນາຄົດອັນດີງາມທີ່ຮ່ວມມືຊຸກຍູ້ໃຫ້ “ໜຶ່ງແລວໜຶ່ງເສັ້ນທາງ” ກ້າວໄປສູ່ໄລຍະໃໝ່ແຫ່ງການພັດທະນາດ້ວຍຄຸນນະພາບສູງ.