ຈີນສະໜັບສະໜູນແຜນດຳເນີນງານ 8 ລາຍການເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ

2023-10-21 15:33:53 CRI

 

   ແຫຼ່ງຂ່າວຈາກຄະນະກຳມະການພັດທະນາ ແລະ ການປະຕິຮູບແຫ່ງຊາດຈີນໃຫ້ຮູ້ເມື່ອວັນທີ 20 ຕຸລານີ້ວ່າ: ໃນຖານະເປັນພາກສ່ວນນໍາໜ້າຂອງຫ້ອງການໜ່ວຍງານນໍາພາວຽກງານສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຄະນະກຳມະການພັດທະນາ ແລະ ການປະຕິຮູບແຫ່ງລັດຈີນຈະຈັດຕັ້ງຜັນຂະຫຍາຍຈິດໃຈການປາຖະກະຖາທີ່ສໍາຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໃນເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຢ່າງຮອບດ້ານ ເພື່ອຄົ້ນຄວ້າ ແລະ ວາງແຜນປະຕິບັດງານຂອງແຜນດຳເນີນງານ 8 ລາຍການເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.


   ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຂັ້ນຕອນໃນຕໍ່ໜ້າ, ພາກສ່ວນທີ່ກ່ຽວຂ້ອງຂອງຈີນຈະເຜີຍແຜ່ວິໄສທັດ ແລະ ການເຄື່ອນໄຫວໃນການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງໃນໄລຍະ 10 ປີຂ້າງໜ້າໂດຍຖືເອົາແຜນດຳເນີນງານ 8 ລາຍການເປັນບ່ອນອີງ. ນອກນັ້ນ, ຍັງຈະລົງເລິກ ແລະ ປັບປຸງ ສ້າງເວທີ ແລະ ກົນໄກຮ່ວມມືປະເພດຕ່າງໆໃຫ້ສົມບູນ, ສຸມກໍາລັງເພື່ອຂະຫຍາຍການຮ່ວມມືໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ລົງສູ່ລວງກວ້າງ ແລະ ລວງເລິກ ເພື່ອເຮັດໃຫ້ປະຊາຊົນຂອງປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮູ້ສຶກໄດ້ຮັບຜົນປະໂຫຍດ ແລະ ມີຄວາມສຸກຫຼາຍກວ່າເກົ່າຢ່າງບໍ່ຢຸດຢັ້ງ. ສຸມກໍາລັງເພື່ອເພີ່ມທະວີການປະສານສົມທົບກັນລະຫວ່າງພາກສ່ວນຕ່າງໆ ກໍຄືລະຫວ່າງພາຍໃນ ແລະ ຕ່າງປະເທດ, ສຸມຄວາມພະຍາຍາມຮ່ວມກັບປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງສຸດຂີດເພື່ອຈັດຕັ້ງປະຕິບັດຜົນງານຂອງເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໃຫ້ດີ.