ຈັດເວທີເປິກສາຫາລືພາກປະຊາຊົນເພື່ອການພັດທະນາແມ່ຍິງແລະເດັກນ້ອຍ “ໜຶ່ງແລວໜຶ່ງເສັ້ນທາງ”ຢູ່ນະຄອນຫຼວງປັກກິ່ງ

2023-10-22 15:47:39 cri



   ປີ2023ເປັນປີຄົບຮອບ10ປີແຫ່ງການສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ໄລຍະ 10 ປີຜ່ານມານີ້, ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ພັດທະນາໄປຢ່າງວ່ອງໄວ ແລະຂະຫຍາຍຕົວກ້າວລົງສູ່ລວງເລິກຢ່າງໜັກແໜ້ນເລື້ອຍໆ ໂດຍໄດ້ຮັບຜົນງານອັນອຸດົມສົມບູນ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນທີ່ສຸດເຂົ້າໃນການຊຸກຍູ້ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງເສດຖະກິດໂລກ ພ້ອມທັງໄດ້ກາຍເປັນເວທີສຳຄັນແຫ່ງການປະຕິບັດຕົວຈິງໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ຕອນບ່າຍວັນທີ20ຕຸລານີ້, ເວທີເປິກສາຫາລືພາກປະຊາຊົນເພື່ອການພັດທະນາແມ່ຍິງແລະເດັກນ້ອຍ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງສຳເລັດຜົນໂດຍມີຜູ້ຕາງໜ້າ300ກວ່າຄົນຈາກປະເທດທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຂົ້າຮ່ວມເວທີເປິກສາຫາລືໃນຮູບແບບເຊິ່ງໜ້າຫຼືຮູບແບບວິດີໂອ. ເວທີເປິກສາຫາລືຄັ້ງນີ້ຖືກຈັດເຂົ້າໃນກິດຈະກຳປິ່ນອ້ອມຕ່າງໆກ່ຽວກັບການເຊື່ອມສານຈິດໃຈຂອງປະຊາຊົນ “ໜຶ່ງແລວໜຶ່ງເສັ້ນທາງ”.

ທ່ານຫວາງເຄີ ຮອງເລຂາທິການໃຫຍ່ສະມາຄົມສົ່ງເສີມການແລກປ່ຽນສາກົນອົງການຈັດຕັ້ງປະຊາຊົນຈີນກ່າວຢືນຢັນວ່າ: ແມ່ຍິງເປັນກຳລັງສຳຄັນຢູ່ຈີນໃນການສ້າງສາຄວາມທັນສະໄໝແບບຈີນຢ່າງຮອບດ້ານ, ເດັກນ້ອຍເປັນຄວາມຫວັງໃນອະນາຄົດ, ແມ່ຍິງແລະເດັກນ້ອຍຍ່ອມຈະສາມາດປະກອບສ່ວນອັນສຳຄັນເຂົ້າໃນການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງກໍຄືການເພີ່ມທະວີການເຊື່ອມສານດ້ານຈິດໃຈຂອງປະຊາຊົນ.



ທ່ານນາງພູຄຳ ວົງວິຈິດ ປະທານມູນນິທິພັດທະນາແມ່ນ້ຳລ້ານຊ້າງແມ່ນ້ຳຂອງໄດ້ປະກອບຄຳເຫັນໃນກອງປະຊຸມໂດຍຢືນຢັນວ່າ: ລາວແລະຈີນເປັນຄູ່ຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກນຳກັນ, ການເຊື່ອມສານດ້ານຈິດໃຈຂອງປະຊາຊົນເປັນເນື້ອໃນສຳຄັນແຫ່ງການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”, ອົງການຈັດຕັ້ງປະຊາຊົນມີທ່າແຮງຂອງຕົນໃນຂະບວນການບັນລຸເປົ້າໝາຍເຊື່ອມສານດ້ານຈິດໃຈຂອງປະຊາຊົນລວມເຖິງການເຄົາລົບຄວາມປາດຖະໜາຢາກຮ່ວມມືຂອງອົງການຈັດຕັ້ງປະຊາຊົນຢູ່ບັນດາປະເທດທີ່ໄດ້ຮັບຜົນປະໂຫຍດຈາກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.