ທ່ານທອງລຸນ ສີສຸລິດ: ຫໍພິພິທະພັນສິ່ງພິມແລະວັດທະນະທຳແຫ່ງຊາດຈີນເປັນສິ່ງປະເສີດທີ່ບໍ່ສາມາດປະເມີນມູນຄ່າໄດ້

2023-10-22 12:07:25 cri



   ຢູ່ຫໍພິພິທະພັນສິ່ງພິມແລະວັດທະນະທຳແຫ່ງຊາດຈີນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປລາວໄດ້ເວົ້າກັບພະນັກງານລາວທີ່ຕິດຕາມເພິ່ນດຳເນີນການຢ້ຽມຢາມໃນຄັ້ງນີ້ວ່າ: “ຄຳພີໃບລານຂອງລາວກໍສາມາດປົກປັກຮັກສາຄືແນວນີ້ໄດ້ ພ້ອມທັງເຮັດການວາງສະແດງໃຫ້ດີທີ່ສຸດ.”



   ຕອນບ່າຍວັນທີ19 ຕຸລານີ້, ທ່ານທອງລຸນ ສີສຸລິດ ປະທານປະເທດລາວທີ່ເດີນທາງມາເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທີ3 ແລະດຳເນີນການຢ້ຽມຢາມເຮັດວຽກຢູ່ຈີນນັ້ນໄດ້ເດີນທາງໄປຢ້ຽມຢາມຫໍພິພິທະພັນສິ່ງພິມແລະວັດທະນະທຳແຫ່ງຊາດຈີນທີ່ຕັ້ງຢູ່ຕີນພູຢ່ຽນຊ່ານ ເຊິ່ງຫ່າງຈາກໃຈກາງນະຄອນຫຼວງປັກກິ່ງປະມານ40ກິໂລແມັດ. ເພິ່ນເປັນຜູ້ນຳສູງສຸດຂອງຕ່າງປະເທດຜູ້ທຳອິດທີ່ໄປຢ້ຽມຢາມຫໍພິພິທະພັນແຫ່ງນີ້.



   ໃນເວລາຢ້ຽມຊົມຫໍພິພິທະພັນດັ່ງກ່າວ, ທ່ານທອງລຸນ ສີສຸລິດໄດ້ຊົມວິດີໂອກ່ຽວກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນສຳຫຼວດກວດກາວຽກງານຢູ່ຫໍພິພິທະພັນສິ່ງພິມແລະວັດທະນະທຳແຫ່ງຊາດຈີນ, ທ່ານທອງລຸນ ສີສຸລິດໄດ້ສະແດງຄວາມຍ້ອງຍໍຊົມເຊີຍໂດຍກ່າວວ່າ: ທ່ານເລຂາທິການໃຫຍ່ສີຈິ້ນຜິງເອົາໃຈໃສ່ຊຸກຍູ້ການກໍ່ສ້າງຫໍພິພິທະພັນສິ່ງພິມແລະວັດທະນະທຳແຫ່ງຊາດ, ເຊິ່ງສະແດງໃຫ້ເຫັນເຖິງສະຫາຍເລຂາທິການໃຫຍ່ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການປົກປັກຮັກສາວັດທະນະທຳດັ້ງເດີມ. ຫໍພິພິທະພັນສິ່ງພິມແລະວັດທະນະທຳແຫ່ງຊາດຈີນເປັນສິ່ງປະເສີດທີ່ບໍ່ສາມາດປະເມີນມູນຄ່າໄດ້, ເຊື່ອໝັ້ນວ່າ ຫໍພິພິທະພັນສິ່ງພິມແລະວັດທະນະທຳແຫ່ງຊາດຈີນຈະປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາແລະສືບທອດອະລິຍະທຳຈີນ ສິ່ງນີ້ມີຜົນດີຕໍ່ຄົນຈີນແຕ່ລະຮຸ່ນຄົນສືບທອດອະລິຍະທຳຈີນອັນອຸດົມສົມບູນແລະຈະເລີນຮຸ່ງເຮືອງຕໍ່ຕໍ່ໄປ.