ຈັດງານສັບປະດາພາບສຽງຈີນ-ອາຊຽນຄັ້ງທີ5ຢູ່ມະເລເຊຍ

2023-10-22 12:12:14 cri



   ງານສັບປະດາພາບສຽງຈີນ-ອາຊຽນຄັ້ງທີ5ທີ່ມີ ອົງການວິທະຍຸໂທລະພາບແຫ່ງຊາດຈີນ, ກະຊວງການສື່ສານແລະສັບພະສື່ມະເລເຊຍ, ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນຮ່ວມກັນເປັນເຈົ້າພາບໄດ້ຈັດຂຶ້ນໃນວັນທີ21ຕລານີ້ ຢູ່ນະຄອນ ປູຕຣາຈາຢາປະເທດມະເລເຊຍ ເຊິ່ງເປັນເທື່ອທຳອິດທີ່ງານສັບປະດາດັ່ງກ່າວຈັດຂຶ້ນດ້ວຍຮູບແບບເຊິ່ງໜ້າຢູ່ປະເທດໃນອາຊຽນ.



   ທ່ານຟາເຮີມີ ຟາດຊີນ ລັດຖະມົນຕີກະຊວງການສື່ສານແລະສັບພະສື່ມາເລເຊຍໄດ້ປະກອບຄຳເຫັນໃນພິທີເປີດງານວ່າ: ງານສັບປະດາພາບສຽງຈີນ-ອາຊຽນຍໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງຂອງການຮ່ວມມືກັບຄວາມເຂົ້າໃຈ, ເປັນເວທີແຫ່ງການສົ່ງເສີມຄວາມຮັບຮູ້ລະຫວ່າງວັດທະນະທຳຕ່າງໆແລະລົງເລິກມິດຕະພາບ. ຜ່ານຈາກສື່ດັ້ງເດີມ, ສື່ສັງຄົມອອນລາຍ ແລະເຕັກນິກທີ່ພັດທະນາໃໝ່, ການພົວພັນລະຫວ່າງອາຊຽນກັບຈີນມີຄວາມແໜ້ນແຟ້ນຍິ່ງຂຶ້ນກວ່າເວລາຜ່ານມາ. ຄອງຄອຍວ່າ ສອງຝ່າຍຈະລົງເລິກເປິກສາຫາລືແລະແລກປ່ຽນຮ່ວມມືກັນ.



   ທ່ານຢາງສຽວເຫວີ້ຍ ຮອງຫົວໜ້າອົງການວິທະຍຸໂທລະພາບແຫ່ງຊາດຈີນກ່າວຢືນຢັນວ່າ: ຈີນຍິນດີຮ່ວມກັບບັນດາປະເທດໃນອາຊຽນຊົມໃຊ້ໂອກາດແຫ່ງການພັດທະນາພາບສຽງຮ່ວມກັນ, ເພີ່ມທະວີການຮ່ວມມືດ້ານເນື້ອໃນພາບສຽງກໍຄືການປະດິດສ້າງວິທະຍາສາດເຕັກນິກ, ຮ່ວມກັນນຳສະເໜີເລື່ອງລາວມິດຕະພາບລະຫວ່າງຈີນ-ອາຊຽນໃຫ້ດີ.