ກະຊວງການຕ່າງປະເທດຈີນ: ອາເມຣິກາຢູ່ເບື້ອງຫຼັງສະໜັບສະໜູນການກະທຳທີ່ລ່ວງລ້ຳອະທິປະໄຕແລະທ້າທາຍເກາະຜິດຂອງຟີລິບປິນໃນບັນຫາເກາະເຢີນໄອ້ນັ້ນ ແມ່ນມີເຈຕະນາຊົ່ວຮ້າຍ

2023-10-24 11:28:31 CRI


     ວັນທີ 23 ຕຸລານີ້, ທ່ານນາງມາວນີງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ກະຊວງການຕ່າງປະເທດອາເມຣິກາບໍ່ເອົາຫົວຊານຳຂໍ້ມູນຄວາມຈິງ, ອອກຖະແຫຼງການທີ່ລະເມີດຈິດໃຈກົດໝາຍສາກົນເຊິ່ງລວມທັງ ກົດບັດສະຫະປະຊາຊາດ ແລະ ສົນທິສັນຍາວ່າດ້ວຍກົດໝາຍທາງທະເລຂອງອົງການສະຫະປະຊາຊາດ, ກ່າວໂຈມຕີການເຄື່ອນໄຫວປົກປ້ອງອະທິປະໄຕທີ່ຊອບດ້ວຍກົດໝາຍຂອງຈີນຢູ່ເກາະເຢີນໄອ້ຂອງໝູ່ເກາະນານຊ່າຈີນຢ່າງໄຮ້ເຫດຜົນ, ສະໜັບສະໜູນການກະທຳທີ່ລ່ວງລ້ຳອະທິປະໄຕແລະທ້າທາຍເກາະຜິດຂອງຟີລິບປິນຢູ່ເບື້ອງຫຼັງ, ແມ່ນມີເຈຕະນາຊົ່ວຮ້າຍທີ່ສຸດ, ຝ່າຍຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້.

     ກ່ຽວກັບເລື່ອງນີ້, ທ່ານນາງມາວນີງກ່າວຢ້ຳວ່າ: ເກາະເຢີນໄອ້ແມ່ນຜືນແຜ່ນດິນຂອງຈີນມາແຕ່ບູຮານນະການ, ບໍ່ວ່າໃນດ້ານພູມສາດ ເສດຖະກິດ ການເມືອງ ຫຼືວ່າໃນດ້ານປະຫວັດສາດ, ເກາະເຢີນໄອ້ແມ່ນພາກສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງໝູ່ເກາະນານຊ່າຈີນ ເຊິ່ງໄດ້ກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງໃນປະຊາຄົມໂລກ, ສອດຄ່ອງກັບຂໍ້ກຳນົດກ່ຽວກັບໝູ່ເກາະໃນ ສົນທິສັນຍາວ່າດ້ວຍກົດໝາຍທາງທະເລຂອງອົງການສະຫະປະຊາຊາດ. ຈີນມີອະທິປະໄຕທີ່ໂຕ້ຖຽງບໍ່ໄດ້ຕໍ່ໝູ່ເກາະນານຊ່າ ແລະເຂດທະເລບໍລິເວນອ້ອມຮອບ ເຊິ່ງລວມທັງເກາະເຢີນໄອ້, ທັງນີ້ແມ່ນໄດ້ກຳເນີດ ແລະກຳນົດໄວ້ໃນວິວັດທະນາການຂອງປະຫວັດສາດທີ່ຍາວນານ, ຖືກຕ້ອງຕາມກົດໝາຍສາກົນເຊິ່ງລວມທັງ ກົດບັດສະຫະປະຊາຊາດ. ຜົນການຕັດສິນຄະດີກ່ຽວກັບທະເລຈີນໃຕ້ແມ່ນຜິດກົດໝາຍ ແລະບໍ່ມີຜົນສັກສິດ. ຝ່າຍອາເມຣິກາຖືເອົາຜົນການຕັດສິນທີ່ຜິດກົດໝາຍດັ່ງກ່າວມາເປັນຂໍ້ອ້າງຢູ່ເລື້ອຍໆນັ້ນແມ່ນບໍ່ມີຄວາມໝາຍຫຍັງເລີຍ, ມັນບໍ່ສາມາດກະທົບເຖິງຄວາມຕັດສິນໃຈ ແລະຈິດໃຈທີ່ເດັດດ່ຽວໜຽວແໜ້ນຂອງຝ່າຍຈີນທີ່ມີຕໍ່ການປົກປັກຮັກສາອະທິປະໄຕດ້ານຜືນແຜ່ນດິນ ແລະສິດຜົນປະໂຫຍດທາງທະເລຂອງຕົນໄດ້ແຕ່ຢ່າງໃດເລີຍ.

     ທ່ານນາງມາວນີງຍັງກ່າວເນັ້ນວ່າ: ບັນຫາເກາະເຢີນໄອ້ແມ່ນບັນຫາສອງຝ່າຍລະຫວ່າງຈີນ-ຟີລິບປິນ, ບໍ່ມີສ່ວນກ່ຽວຂ້ອງກັບອາເມຣິກາແຕ່ຢ່າງໃດ.