ບຸກຄົນວົງການການເມືອງ ແລະການຄ້າຈາກ 13 ປະເທດໄດ້ຄົ້ນຄວ້າໂອກາດການພັດທະນາຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ຢູ່ນະຄອນເສ້ຍເມີນ

2023-10-24 15:07:34 cri

 

ວັນທີ 23 ຕຸລານີ້, ຊຸດສຳມະນາຂັ້ນສູງກ່ຽວກັບການຄ້າທີ່ໂລ່ງລ່ຽນປີ 2023 ທີ່ສັງກັດຢູ່ໃນໂຄງການພັດທະນາບຸກຄະລາກອນ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລຊາວຈີນຕ່າງດ້າວສາຂາເສ້ຍເມີນແຂວງຟູຈ້ຽນ. ມີບຸກຄົນວົງການການເມືອງ ແລະການຄ້າ 21 ຄົນຈາກ 13 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ອິນໂດເນເຊຍ, ກຳປູເຈຍ, ເອຢິບ, ຟິລິບປິນ, ປາກິດສະຖານ ແລະອື່ນໆຈະສຳມະນາຢູ່ນະຄອນເສ້ຍເມີນ, ເມືອງຊວນໂຈ່ວ ແລະເຂດອື່ນໆເປັນເວລາ 7 ວັນ.

 

ຊຸດສຳມະນາຂັ້ນສູງກ່ຽວກັບ “ການຄ້າທີ່ໂລ່ງລ່ຽນ” ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ: ແບ່ງປັນໂອກາດການພັດທະນາ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ”, ວິທະຍາກອນທີ່ມີຊື່ສຽງຂອງຈີນຈະໃຫ້ຄວາມຮູ້ສະເພາະແກ່ສຳມະນາກອນກ່ຽວກັບຜົນງານທີ່ສຳຄັນຂອງການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນໄລຍະ 10 ປີມານີ້, ທ່າອ່ຽງ ແລະຈຸດທີ່ສຳຄັນຂອງການຮ່ວມມືໃນອະນາຄົດ, ການປະດິດສ້າງໃໝ່ດ້ານກົນໄກການຮ່ວມມືດ້ານເສດຖະກິດການຄ້າ ແລະອື່ນໆ. ໃນໄລຍະການສຳມະນາ, ສຳມະນາກອນຍັງຈະສຳຫຼວດຄົ້ນຄວ້າເຂດອຸດສາຫະກຳທີ່ມີຊື່ສຽງ, ວິສາຫະກິດ, ທ່າກຳປັ່ນທາງທະເລ, ແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະວັດທະນະທຳຢູ່ນະຄອນເສ້ຍເມີນ, ໄປຢ້ຽມຊົມເມືອງຊວນໂຈ່ວທີ່ເປັນຈຸດເລີ່ມຕົ້ນຂອງ “ເສັ້ນທາງສາຍໄໝທາງທະເລ”, ຮັບຮູ້ຄວາມຄືບໜ້າຂອງການຄ້າທີ່ໂລ່ງລ່ຽນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະປະຫວັດຄວາມເປັນມາຂອງມັນ.