ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 134 ເລີ່ມຂຶ້ນແລ້ວ

2023-10-25 16:59:36 cri

 

ເວລາ 9 ໂມງຂອງວັນທີ 24 ຕຸລານີ້, ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 134 ເລີ່ມຂຶ້ນຢ່າງເປັນທາງການແລ້ວ, ກອງກຳປັ່ນລາດຕະເວນຮ່ວມທີ່ປະກອບດ້ວຍກຳປັ່ນປະຕິບັດກົດໝາຍຈີນ 2 ລຳ ແລະກຳປັ່ນປະຕິບັດກົດໝາຍລາວ 1 ລຳໄດ້ເດີນທາງອອກຈາກທ່າກຳປັ່ນຈິງຮ່າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ.

 

ການເຄື່ອນໄຫວຄັ້ງນີ້ໄດ້ດຳເນີນການລາດຕະເວນຕາມພາກສ່ວນ ແລະລາດຕະເວນຮ່ວມເພື່ອປະຕິບັດກົດໝາຍໃນທົ່ວລຳນ້ຳ, ລວມມີກຳປັ່ນປະຕິບັດກົດໝາຍ 5 ລຳ, ຫົວໜ້າຊີ້ນຳຂອງຈີນ, ລາວ, ມຽນມາ ແລະໄທຈະຊີ້ນຳການເຄື່ອນໄຫວຮ່ວມກັນຢູ່ສຳນັກງານຄຸ້ມຄອງກອງກຳປັ່ນລາດຕະເວນຮ່ວມ. ນອກນີ້ຍັງມີກຳປັ່ນປະຕິບັດກົດໝາຍລາວ 1 ລຳ ແລະກຳປັ່ນປະຕິບັດກົດໝາຍມຽນມາ 1 ລຳຈະເຂົ້າຮ່ວມການເຄື່ອນໄຫວຄັ້ງນີ້ຕາມກຳນົດເວລາຈາກທ່າເຮືອບ້ານຊຽງກົກຂອງລາວ ແລະທ່າເຮືອວັງເບັງຂອງມຽນມາ.