ທະນາຄານຊຳລະສະສາງເງິນຢວນແຫ່ງສປປ ລາວເປີດບໍລິການຢ່າງເປັນທາງການ

2023-10-25 17:01:49 cri

 

ເມື່ອບໍ່ດົນມານີ້, ທະນາຄານອຸດສາຫະກຳ ແລະການຄ້າຈີນສາຂານະຄອນຫຼວງວຽງຈັນໄດ້ຈັດພິທີຢູ່ນະຄອນຫຼວງວຽງຈັນລາວ, ເພື່ອເປີດບໍລິການຊຳລະສະສາງເງິນຢວນຢ່າງເປັນທາງການ. ມີທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານບຸນເຫຼືອ ສິນໄຊວໍຣະວົງ ຜູ້ອຳນວຍການໃຫຍ່ທະນາຄານແຫ່ງສປປ ລາວ, ທ່ານຫວາງຊ້າງ ອຸປະທູດສະຖານທູດຈີນປະຈຳລາວ ແລະທ່ານຈ່າງເຫວີຍອູ ຮອງຜູ້ອຳນວຍການໃຫຍ່ທະນາຄານອຸດສາຫະກຳ ແລະການຄ້າຈີນໄດ້ເຂົ້າຮ່ວມ.

 

ທ່ານຫວາງຊ້າງກ່າວວ່າ: ການເປີດການບໍລິການຊຳລະສະສາງເງິນຢວນຢູ່ລາວຈະເຮັດໃຫ້ການຮ່ວມມືດ້ານການເງິນລະຫວ່າງສອງປະເທດລົງສູ່ລວງເລິກຕື່ມອີກ.

 

ທ່ານຈ່າງເຫວີຍອູກ່າວວ່າ: ການສ້າງຕັ້ງທະນາຄານຊຳລະສະສາງເງິນຢວນແຫ່ງສປປ ລາວແມ່ນຂີດໝາຍທີ່ສຳຄັນໃນການຮ່ວມມືດ້ານການເງິນລະຫວ່າງຈີນ-ລາວ, ຈະຊຸກຍູ້ອົງການການເງິນຂອງສອງປະເທດລົງເລິກການຮ່ວມມື, ບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

ໃນພິທີດັ່ງກ່າວ, ທະນາຄານທ້ອງຖິ່ນຂອງລາວຈຳນວນ 7 ແຫ່ງ ເຊັ່ນ: ທະນາຄານແລະການຄ້າຕ່າງປະເທດລາວ ແລະອື່ນໆໄດ້ເຊັນສັນຍາຊຳລະສະສາງກັບທະນາຄານອຸດສາຫະກຳ ແລະການຄ້າຈີນສາຂານະຄອນຫຼວງວຽງຈັນ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ທະນາຄານຊຳລະສະສາງເງິນຢວນແຫ່ງສປປ ລາວແມ່ນໄດ້ຮັບການມອບສິດຈາກທະນາຄານປະຊາຊົນຈີນໃຫ້ສ້າງຕັ້ງຂຶ້ນໂດຍທະນາຄານອຸດສາຫະກຳ ແລະການການຄ້າຈີນສາຂານະຄອນຫຼວງວຽງຈັນ, ໄດ້ກາຍເປັນທະນາຄານຊຳລະສະສາງເງິນຢວນແຫ່ງທີ 5 ທີ່ຈີນສ້າງຕັ້ງຂຶ້ນຢູ່ອາຊີຕາເວັນອອກສຽງໃຕ້.