ຮັບຮູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຈາກແງ່ມູມ 3 ດ້ານ

2023-10-25 17:09:01 CRI



  


ປີນີ້ເປັນປີຄົບຮອບ10ປີແຫ່ງການສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ແລະ ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ3ທີ່ເປັນກອງປະຊຸມສຳຄັນທີ່ປະຈັກຕາຕໍ່ຄົນທັງຫຼາຍກໍໄດ້ອັດລົງແລ້ວໃນເມື່ອບໍ່ດົນມານີ້ຢູ່ນະຄອນຫຼວງປັກກິ່ງປະເທດຈີນ. ຕໍ່ໄປ ພວກເຮົາຈະພາທ່ານໄປຮັບຮູ້ຂໍ້ລິເລີ່ມນີ້ໂດຍຜ່ານຈາກແງ່ມູມ3 ດ້ານຄື ການເວລາ, ພື້ນທີ່ ແລະ ຄຸນຄ່າ.


ຕອນຄ່ຳວັນທີ 18 ຕຸລາ 2023, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ຕ້ອນຮັບ ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ3. ໃນໂອກາດພົບປະກັນຄັ້ງນີ້, ທ່ານສີຈິ້ນຜິງໄດ້ເວົ້າວ່າ:

 

“‘ໜຶ່ງແລວໜຶ່ງເສັ້ນທາງ’ ມີປະຫວັດຄວາມເປັນມາເປັນເວລາ 10 ປີແລ້ວ, ເວທີເປິກສາຫາລືຄັ້ງນີ້, ພວກເຮົາໄດ້ທົບທວນຄືນແລ້ວເຫັນວ່າ: ພວກເຮົາໄດ້ເຮັດສິ່ງຈຳນວນບໍ່ໜ້ອຍຢູ່ໃນໂລກນີ້ ແລະ ເປັນສິ່ງທີ່ມີລັກສະນະສ້າງສັນໝົດ.”

 

   ທ່ານກູເຕີເຣັສກໍເວົ້າດ້ວຍຄວາມປະທັບໃຈວ່າ: “ຂໍ້ລິເລີ່ມຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’ ໄດ້ສະໜອງຊ່ອງທາງອັນສຳຄັນ ແລະ ມີປະສິດທິຜົນທີ່ສຸດເພື່ອຊ່ວຍເຫຼືອປະເທດພວມພັດທະນາບັນລຸການພັດທະນາແບບຍືນຍົງ, ໄດ້ສ້າງແບບຢ່າງແຫ່ງການຮ່ວມມືໃຕ້ໃຕ້.”

 

   ເມື່ອ 10 ປີກ່ອນຄືໃນລະດູໃບໄມ້ຫຼົ່ນປີ 2013, ໃນໄລຍະຢ້ຽມຢາມປະເທດກາຊັກສະຖານ ແລະ ອິນໂດເນເຊຍ, ທ່ານສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມຮ່ວມກັນສ້າງ ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລສະຕະວັດທີ 21 ຕາມລຳດັບ, ຕໍ່ມາໄດ້ເອີ້ນຫຍໍ້ວ່າ “ໜຶ່ງແລວໜຶ່ງເສັ້ນທາງ”. ຫຼັງຈາກນັ້ນເວລາຜ່ານໄປ 10 ປີ ຄືໃນທຸກມື້ນີ້, ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຂະຫຍາຍຈາກແຜ່ນດິນໃຫຍ່ອາຊີ-ເອີຣົບ ອອກໄປສູ່ທະວີບອາຟຣິກກາ ແລະ ພາກພື້ນອາເມຣິກາລາຕິນ, ເສັ້ນທາງສາຍໄໝບູຮານທີ່ມີປະຫວັດມາເປັນເວລາພັນປີໄດ້ເກີດມີຊີວິດຊີວາອັນໃໝ່.

 

   ເມື່ອຫຼຽວຄືນຫຼັງຈະເຫັນໄດ້ປະຫວັດສາດພັນປີ, ຈ້ອງມອງໄປຂ້າງໜ້າຈະເຫັນໄດ້ອະນາຄົດທີ່ສົດໃສ. ປະຫວັດສາດກັບອະນາຄົດຄືການຮັບຮູ້ “ໜຶ່ງແລວໜຶ່ງເສັ້ນທາງ” ຜ່ານຈາກແງ່ມູມດ້ານການເວລາ.

 

ການຮ່ວມກັນສ້າງ  “ໜຶ່ງແລວໜຶ່ງເສັ້ນທາງ” ມີຄວາມເປັນມາທີ່ເກີດຈາກປະຫວັດສາດອັນດົນນານ ແຕ່ກໍມີຊີວິດຊີວາຄືກັນ.

 

ທ່ານ ໂຣເບີດ ໂລເຣນສ ຄູເອນ ນັກວິຊາການອາເມຣິກາໄດ້ຄາດຄະເນວ່າ: “ຫຼັງຈາກນີ້ພັນປີເມື່ອນັກປະຫວັດສາດຫຼຽວຄືນຫຼັງເບິ່ງຂໍ້ລິເລີ່ມຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’, ເຂົາເຈົ້າຈະເຈາະຈົງໃສ່ຂີດໝາຍໃຫ້ເປັນໂຄງການທີ່ມີຄວາມໝາຍສຳຄັນ ແລະ ຍິ່ງໃຫຍ່ຂອງຍຸກພວກເຮົານີ້”.

 

   ນອກຈາກແງ່ມູມດ້ານການເວລາແລ້ວ, ພວກເຮົາຍັງສາມາດຮັບຮູ້ “ໜຶ່ງແລວໜຶ່ງເສັ້ນທາງ” ຜ່ານຈາກແງ່ມູມດ້ານພື້ນທີ່ອີກດ້ວຍ ເຊິ່ງເຮັດໃຫ້ຄົນຮູ້ສຶກປະທັບໃຈເຊັ່ນດຽວກັນ.

 

   ໃນເວລາກ່າວຄຳປາໄສຕໍ່ພິທີເປີດກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ3, ທ່ານສີຈິ້ນຜິງ ໄດ້ຊີ້ແຈງຢ່າງມີຊີວິດຊີວາຕໍ່ກັບຄວາມໝາຍສຳຄັນຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຕໍ່ການພັດທະນາດ້ວຍການເປີດປະຕູສູ່ພາຍນອກຂອງຈີນ: “ຜ່ານຈາກຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’, ຈີນໄດ້ເປີດປະຕູສູ່ພາຍນອກນັບມື້ກວ້າງອອກຕື່ມ, ເຂດໃນແຜ່ນດິນໃຫຍ່ໄດ້ມີບົດບາດຫັນຈາກ ‘ກອງຫຼັງ’ ກາຍມາເປັນ ‘ກອງໜ້າ’, ການພັດທະນາດ້ວຍການເປີດປະຕູສູ່ພາຍນອກຢູ່ເຂດແຄມທະເລໄດ້ກ້າວຂຶ້ນສູ່ລະດັບໃໝ່, ການພົວພັນລະຫວ່າງຕະຫຼາດຈີນກັບຕະຫຼາດຂອງໂລກມີຄວາມແໜ້ນແຟ້ນຍິ່ງຂຶ້ນ.”

 

ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນໂຄງການໜຶ່ງທີ່ປະຕິບັດເປັນໄລຍະຍາວ, ຂ້າມຊາດ ແລະ ເປັນລະບົບ. ບໍ່ພຽງແຕ່ໄດ້ຊຸກຍູ້ການພັດທະນາຂອງປະເທດໃດໜຶ່ງ ແລະ ເຂດແຄວ້ນໃດໜຶ່ງເທົ່ານັ້ນ, ຍິ່ງຈະໄດ້ຂຸດຄົ້ນກຳລັງແຮງບົ່ມຊ້ອນແຫ່ງການພັດທະນາຂອງປະເທດຕ່າງໆ, ເພື່ອບັນລຸໃຫ້ເສດຖະກິດເຊື່ອມໂຍງເຂົ້າກັນ, ພັດທະນາແບບຊ່ວຍຊູຍູ້ໜູນກັນ ແລະ ຊົມໃຊ້ຜົນໄດ້ຮັບນຳກັນ, ແມ່ນໄດ້ເອົາໃຈໃສ່ຊາຕາກຳຮ່ວມໃນອະນາຄົດຂອງມວນມະນຸດ.

 

 ດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າເວລາກ່າວຄຳປາໄສໃນຄັ້ງນີ້ວ່າ: “ເມື່ອໂລກພັດທະນາໄດ້ດີແລ້ວ, ຈີນຈຶ່ງຈະພັດທະນາໄດ້ດີ, ເມືີ່ອຈີນພັດທະນາໄດ້ດີ, ໂລກ ຈະດີຂຶ້ນກວ່າເກົ່າ. ” ນີິ້ຄືເຫດຜົນທີ່ງ່າຍດາຍ ແລະ ເລິກເຊິ່ງ.

 



     ໃນໄລຍະກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ນະຄອນຫຼວງປັກກິ່ງ, ມີພາບໜຶ່ງທີ່ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ກັບຄົນທັງຫຼາຍ ນັ້ນກໍຄື:

 

     ຕອນບ່າຍວັນທີ 17 ຕຸລາ 2023, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ຮ່ວມກັນເປີດປ້າຍນຳໃຊ້ເສັ້ນທາງລົດໄຟຄວາມ ໄວສູງຈາກາຕາ-ບັນດຸງຢ່າງເປັນທາງການ.

 

ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວວ່າ: “ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ເປັນ ‘ປ້າຍຄຳ’ ທີ່ຈີນ ແລະ ອິນໂດເນເຊຍຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’, ຈີນຍິນດີຮ່ວມກັບອິນໂດເນເຊຍສະຫຼຸບຖອດຖອນບົດຮຽນທີ່ສຳເລັດຜົນເພື່ອດຳເນີນທຸລະກິດເສັ້ນທາງລົດໄຟສາຍນີ້ດ້ວຍຄຸນນະພາບສູງໃນຕໍ່ໜ້າໃຫ້ດີ ແລະ ບຳລຸງສ້າງແລວເສດຖະກິດເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ.”

 

ໃນຖານະເປັນໂຄງການຕົວແບບແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ປະມຸກລັດສອງປະເທດຈີນ-ອິນໂດເນເຊຍໄດ້ເອົາໃຈໃສ່ຊຸກຍູ້ປະຕິບັດນັ້ນ, ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ເຊື່ອມຕໍ່ນະຄອນຫຼວງຈາກາຕາ ແລະບັນດຸງ ເມືອງທ່ອງທ່ຽວທີ່ມີຊື່ສຽງຂອງອິນໂດເນເຊຍເຂົ້າກັນ, ເປັນເສັ້ນທາງລົດໄຟຄວາມໄວສູງສາຍທຳອິດຂອງອິນໂດເນເຊຍ ກໍຄື ຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ເຊິ່ງໄດ້ບັນຈຸຄວາມຄອງຄອຍຂອງປະຊາຊົນອິນໂດເນເຊຍທີ່ມີຕໍ່ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງໃນອະນາຄົດ.

 

ປ່ຽນຮ່ອມພູເລິກໃຫ້ກາຍເປັນເສັ້ນທາງສະດວກ, ຫັນ“ປະເທດທີ່ບໍ່ມີທາງອອກສູ່ທະເລ” ກາຍເປັນ “ປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ”, ປ່ຽນເຂດດ້ອຍພັດທະນາໃຫ້ກາຍເປັນເຂດຈະເລີນ… ຈີນກັບປະເທດຄູ່ຮ່ວມໄດ້ສຸມໃສ່ການສ້າງຂົວທາງ, ເປິກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ລົງເລິກການແລກປ່ຽນດ້ານນະໂຍບາຍ, ການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ເຮັດໃຫ້ການຄ້າມີຄວາມໂລ່ງລຽນ, ເຊື່ອມໂຍງດ້ານການເງິນ, ເຊື່ອມສານຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ໂດຍໄດ້ເປີດຊ່ອງທາງທີ່ກວ້າງຂວາງອັນໃໝ່ໃຫ້ແກ່ການພັດທະນາຂອງໂລກ.

 

ໂຄງການໃຫຍ່ຕ່າງໆໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຢ່າງລະອຽດ, ເວົ້າລວມແລ້ວຍັງຄົງແມ່ນເພື່ອຄວາມຜາສຸກຂອງປະຊາຊົນນັ້ນເອງ.

 

ການສ້າງ “ແລວພັດທະນາ” ເພື່ອສ້າງຄວາມສຸກໃຫ້ກັບທົ່ວໂລກ, ສ້າງ “ເສັ້ນທາງແຫ່ງຄວາມສຸກ” ທີ່ນຳເອົາຜົນປະໂຫຍດມາສູ່ປະຊາຊົນບັນດາປະເທດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄຸນຄ່າຂອງຂໍ້ລິເລີີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.

 

ໃນເວລາທ່ານສີຈິ້ນຜິງແລກປ່ຽນຄວາມເຫັນກັບຜູ້ແທນຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມເວທີເປີກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ3ນີ້, ຄຳວ່າ “ປະຊາຊົນ” ເປັນຄຳເວົ້າທີ່ໄດ້ກ່າວເຖິງເທື່ອແລ້ວເທື່ອເລົ່າ, ເຊັ່ນ:

 


ທ່ານສີຈິ້ນຜິງພົບປະກັບທ່ານທອງລຸນ ສີສຸລິດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ3 ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງໃນວັນທີ 20 ຕຸລາ2023

ທ່ານສີຈິ້ນຜິງກ່າວວ່າ: “ຄວາມປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດທີ່ດີງາມແມ່ນບໍ່ສາມາດກີດຂວາງໄດ້”, “ພວກເຮົາຄວນຈົດຈຳຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ກ້າແບກຫາບພາລະກຳປະຫວັດສາດອັນໜັກໜ່ວງ,  ກຳກັບທ່າອ່ຽງຂະຫຍາຍຕົວຂອງຍຸກສະໄໝໃຫ້ຖືກຕ້ອງ” ທ່ານ ໂອບານ ວິກເຕີ  ນາຍົກລັດຖະມົນຕີຮົງກາຣີກ່າວວ່າ: “ຂໍ້ລິເລີ່ມ ‘ໜຶ່ງແລວໜຶ່ງເສັ້ນທາງ’ ຈະນຳເອົາການປ່ຽນແປງທີ່ສຳຄັນ ແລະ ຍິ່ງໃຫຍ່ມາສູ່ໂລກ, ມີຜົນດີຕໍ່ການຊຸກຍູ້ການພັດທະນາເສດຖະກິດໂລກ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນບັນດາປະເທດຫຼາຍກວ່າເກົ່າ.” ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປລາວ ໄດ້ກ່າວວ່າ: “ການທີ່ເສັ້ນທາງລົດໄຟລາວ-ຈີນໄດ້ສ້າງສຳເລັດ ແລະ ເປີດນຳໃຊ້ດ້ວຍດີນັ້ນ ໄດ້ຊຸກຍູ້ການພັດທະນາເສດຖະກິດຂອງລາວຢ່າງຫຼວງຫຼາຍ ທັງໄດ້ນຳເອົາການປ່ຽນແປງທີ່ຕັ້ງໜ້າມາສູ່ຊີວິດການເປັນຢູ່ຂອງປະຊາຊົນລາວ”…

 

ພາຍໃຕ້ຂອບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”, ໂຄງການປູກອ້ອຍເລົາ, ໂຄງການຂຸດນ້ຳສ້າງ, ໂຄງການຝຶກອົບຮົມວິຊາຊີບລູປ່ານ, ການເຄື່ອນໄຫວປິ່ນປົວແກ່ນຕາຂຸ້ນ “ແສງສະຫວ່າງ”, ເຂົ້ານາພັນປະສົມ ແລະອື່ນໆ ເຊິ່ງເປັນໂຄງການເພື່ອຊີວິດການເປັນຢູ່ຂອງປະຊາຊົນທີ່ລົງທຶນໜ້ອຍແຕ່ມີປະສິດທິຜົນສູງຈຳນວນຫຼວງຫຼາຍ ໄດ້ຮັບການປະຕິບັດຢ່າງສຳເລັດຜົນ ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ກັບປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.

 

ໃນພິທີເປີດກອງປະຊຸມເວທີເປິກສາຫາລືສຸດຍອດຄັ້ງນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກາດແຜນການດຳເນີນງານ 8 ລາຍການທີ່ຈີນສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ເຊິ່ງເນື້ອໃນທຸກຂໍ້ລ້ວນແຕ່ແມ່ນສຸມໃສ່ການຮ່ວມມືເພື່ອການພັດທະນາກໍຄືເພື່ອຄວາມຜາສຸກຂອງປະຊາຊົນ.

 

ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີຈຸດປະສົງເພື່ອສະແຫວງຫາການພັດທະນາ, ສົ່ງເສີມການໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ ແລະເພື່ອສົ່ງຕໍ່ຄວາມຫວັງ.

 

ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ກ່າວໃນເວລາປາໄສໃນພິທີເປີດກອງປະຊຸມສຸດຍອດຄັ້ງນີ້ວ່າ: “ພວກເຮົາຄວນມີຄວາມໜັກແໜ້ນທີ່ອຸ່ນອຽນທຸ່ນທ່ຽງທ່າມກາງສະພາບການຜັນແປຢູ່ເລື້ອຍໆຂອງໂລກ, ມີຄວາມຮັບຜິດຊອບຕໍ່ປະຫວັດສາດ, ຕໍ່ປະຊາຊົນກໍຄືຕໍ່ໂລກ, ແກະແຂນກັນເພື່ອຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆຢູ່ໃນໂລກ, ສ້າງອະນາຄົດອັນດີງາມທີ່ມີສັນຕິພາບ, ການພັດທະນາ, ການຮ່ວມມືແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ກັບລູກຫຼານຄົນຮຸ່ນຫຼັງ.”