ທ່ານຫຼີສຽງພົບປະເຈລະຈາກັບນາຍົກກຽກກິດສະຖານ

2023-10-25 16:56:18 CRI

ຕອນເຊົ້າວັນທີ 25 ຕຸລານີ້ຕາມເວລາທ້ອງຖິ່ນ, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ພົບປະເຈລະຈາກັບທ່ານຊາເດຍ ເນຍໂກຊອຍວິກ ຈາປາຣອບ ນາຍົກລັດຖະມົນຕີກຽກກິດສະຖານຢູ່ນະຄອນຫຼວງບິສເຄັກ ຂອງກຽກກິດສະຖານ.

 

ທ່ານຫຼີສຽງກ່າວວ່າ, ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ ຈີນ-ກຽກກິດສະຖານໄດ້ຮັກສາການພັດທະນາໃນລະດັບສູງ. ຈີນຍິນດີຮ່ວມກັບກຽກກິດສະຖານ, ຫັນຄວາມຮັບຮູ້ທີ່ເປັນເອກະພາບກັນອັນ ສຳຄັນທີ່ບັນລຸໄດ້ໂດຍປະມຸກລັດສອງປະເທດເປັນພຶດຕິກຳຕົວຈິງ, ຊຸກຍູ້ໃຫ້ການຮ່ວມມືໃນແຕ່ລະຂົງເຂດລະຫວ່າງສອງຝ່າຍໄດ້ຮັບຜົນສຳເລັດໃໝ່່ ຢ່າງບໍ່ຢຸດຢັ້ງ, ເພີ່ມຕື່ມຄວາມສຸກໃຫ້ແກ່ປະຊາຊົນຂອງສອງປະເທດຢ່າງຕໍ່ເນື່ອງ.