ຮອງນາຍົກມະເລເຊຍກ່າວວ່າ: ມະເລເຊຍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກການພັດທະນາຂອງຈີນ

2023-10-26 16:11:46 CRI

 

ວັນທີ 25 ຕຸລານີ້, ທ່ານຟາດີລາ ຢູໂຊຟ, ຮອງນາຍົກລັດຖະມົນຕີມະເລເຊຍກ່າວວ່າ: ມະເລເຊຍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກການພັດທະນາຢ່າງວ່ອງໄວຂອງຈີນໃນຫຼາຍສິບປີຜ່ານມາ. ການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ, ການຄ້າເອເລັກໂຕຣນິກລະຫວ່າງມະເລເຊຍ-ຈີນໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ການຮ່ວມມືໃນຂົງເຂດພະລັງງານໝູນວຽນ, ການອະນຸລັກສິ່ງແວດລ້ອມແລະຂົງເຂດອື່ນໆກໍໄດ້ຮັບການຊຸກຍູ້ຕື່ມອີກ.

 

ທ່ານຟາດີລາ ຢູໂຊຟໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງມະເລເຊຍຢູ່ນະຄອນຫຼວງກົວລາລຳເປີໃນມື້ດຽວກັນ. ທ່ານກ່າວຄຳປາໄສວ່າ: ແນວຄິດ “ມະເລເຊຍມາດານີ” ທີ່ສະເໜີໂດຍລັດຖະບານມະເລເຊຍແມ່ນເຂົ້າກັບແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃນລະດັບສູງ, ລ້ວນແຕ່ເພື່ອບັນລຸເປົ້າໝາຍການພັດທະນາຢ່າງຮອບດ້ານແລະແບບຍືນຍົງ.


 

ທ່ານກ່າວຕື່ມວ່າ, ມະເລເຊຍກຳລັງໄດ້ຮັບຫົວຄິດປະດິດສ້າງໃໝ່ຈາກພຶດຕິກຳຕົວຈິງໃນການລຶບລ້າງຄວາມທຸກຍາກທີ່ມີປະສິດທິຜົນຂອງຈີນ, ວາງນະໂຍບາຍຜ່ອນຄາຍບັນຫາຄວາມທຸກຍາກ. ມີຄວາມຫວັງຢ່າງເຕັມປ່ຽມຕໍ່ອະນາຄົດດ້ານການພົວພັນລະຫວ່າງມະເລເຊຍ-ຈີນ, ລັດຖະບານມະເລເຊຍຈະສືບຕໍ່ລົງເລິກມິດຕະພາບແລະເພີ່ມທະວີການຕິດຕໍ່ພົວພັນກັບຈີນ.