ນັກບິນອະວະກາດ 3 ຄົນຂອງຍານອະວະກາດບັນທຸກຄົນເຊີນໂຈ່ວ 17 ເຂົ້າສູ່ສະຖານີອະວະກາດຈີນຢ່າງສຳເລັດຜົນ

2023-10-27 14:05:28 CRI

 

ອີງຕາມຂໍ້ມູນຂ່າວສານຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນໃຫ້ຮູ້ວ່າ: ຫຼັງຈາກຍານອະວະກາດບັນທຸກຄົນໄດ້ເຊື່ອມຕໍ່ເຂົ້າກັບສະຖານີອະວະກາດດ້ວຍຕົນເອງຢ່າງວ່ອງໄວແລະສຳເລັດຜົນ, ຈຸນັກບິນອະວະກາດຂອງຍານອະວະກາດບັນທຸກຄົນເຊີນໂຈ່ວ 17 ຈາກຫ້ອງກັບຄືນເຂົ້າສູ່ຫ້ອງໂຄຈອນ. ໃນເວລາ 19 ໂມງ 34 ນາທີຂອງວັນທີ 26ຕຸລາປີ 2023 ຕາມເວລານະຄອນຫຼວງປັກກິ່ງ, ຈຸນັກບິນອະວະກາດຂອງຍານອະວະກາດບັນທຸກຄົນເຊີນໂຈ່ວ 16 ໄດ້ເປີດ“ປະຕູບ້ານ” ຢ່າງສຳເລັດຜົນ, ຍິນດີຕ້ອນຮັບຈຸນັກບິນອະວະກາດຂອງຍານອະວະກາດບັນທຸກຄົນເຊີນໂຈ່ວ 17 ທີ່ເດີນທາງໄກມາຮອດເຂົ້າສູ່ສະຖານີອະວະກາດ “ທ່ຽນກົ່ງ”. ຫຼັງຈາກນັ້ນ, ຈຸນັກບິນອະວະກາດໄດ້ຖ່າຍພາບລວມ, ຮ່ວມກັນສົ່ງຂ່າວຄວາມປອດໄພໃຫ້ປະຊາຊົນທົ່ວປະເທດຈີນ.

 

ຈາກນັ້ນໄປ, ຈຸນັກບິນອະວະກາດສອງຈຸຈະດຳເນີນການຜັດປ່ຽນກັນໃນສະຖານີອະວະກາດ. ໃນໄລຍະນັ້ນ, ນັກບິນອະວະກາດ 6 ຄົນຈະເຮັດວຽກແລະຢູ່ຮ່ວມກັນໃນສະຖານີອະວະກາດເປັນເວລາປະມານ 4 ວັນ, ເພື່ອເຮັດສຳເລັດພາລະກິດທີ່ຖືກກຳນົດໄວ້ຕ່າງໆ.