ໂຄສົກກະຊວງການຕ່າງປະເທດຈີນແນະນຳສະພາບການກອງປະຊຸມຂັ້ນສູງກ່ຽວກັບການຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ຄັ້ງທີ 21

2023-10-27 14:54:55 cri

 

ວັນທີ 26 ຕຸລານີ້, ກອງປະຊຸມຂັ້ນສູງກ່ຽວກັບການຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ຄັ້ງທີ 21 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານນາງມາວນີງໄດ້ແນະນຳສະພາບການທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວປະຈຳ.

 

ທ່ານນາງມາວນີງກ່າວວ່າ: ຈີນ ແລະບັນດາປະເທດສະມາຊິກອາຊຽນໄດ້ແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງໃນຫົວຂໍ້ຕ່າງໆ ເຊັ່ນ: ສະຖານະການຢູ່ທະເລຈີນໃຕ້, ການຈັດຕັ້ງປະຕິບັດ “ຖະແຫຼງການ” ຢ່າງຮອບດ້ານ ແລະມີປະສິດທິຜົນ, ການຮ່ວມມືຕົວຈິງທາງທະເລ, ການເປິກສາຫາລື “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້” ແລະອື່ນໆ. ບັນດາຝ່າຍເຫັນເປັນເອກະພາບກັນວ່າ: ການປົກປັກຮັກສາສັນຕິພາບ ແລະຄວາມໝັ້ງຄົງຂອງທະເລຈີນໃຕ້ມີຄວາມໝາຍທີ່ສຳຄັນ, ຮຽກຮ້ອງໃຫ້ຢັບຢັ້ງຊັ່ງໃຈ, ເພີ່ມທະວີການເຈລະຈາ, ແກ້ໄຂຂໍ້ຂັດແຍ້ງຢ່າງເໝາະສົມ ແລະຮັກສາສະຖານະການທາງທະເລໃຫ້ມີຄວາມໝັ້ນທ່ຽງ. ບັນດາຝ່າຍເຫັນດີໃຫ້ສືບຕໍ່ຈັດຕັ້ງປະຕິບັດ “ຖະແຫຼງການ” ຢ່າງຮອບດ້ານ ແລະມີປະສິດທິຜົນ, ລົງເລິກການຮ່ວມມືຕົວຈິງໃນຂົງເຂດຕ່າງໆ ເຊັ່ນ: ການຄົ້ນຄວ້າມະຫາສະໝຸດວິທະຍາ ແລະອື່ນໆ.

 

ທ່ານນາງກ່າວຕື່ມວ່າ: ໃນກອງປະຊຸມດັ່ງກ່າວ, ຈີນ ແລະບັນດາປະເທດສະມາຊິກອາຊຽນເຫັນດີເລັ່ງລັດຊຸກຍູ້ການເປິກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”, ພະຍາຍາມໃຫ້ບັນລຸກົດດັ່ງກ່າວທີ່ມີປະສິດທິຜົນ, ມີເນື້ອໃນຕົວຈິງ ແລະສອດຄ່ອງກັບກົດໝາຍສາກົນໂດຍໄວ, ສ້າງທະເລຈີນໃຕ້ໃຫ້ກາຍເປັນທະເລທີ່ມີສັນຕິພາບ, ມິດຕະພາບ ແລະການຮ່ວມມື.