ກອງປະຊຸມເວທີເປິກສາຫາລືອາຊີຕາເວັນອອກຄັ້ງທີ 21 ຈະຈັດຂຶ້ນຢູ່ນະຄອນຢວີ້ຊີ່ ແຂວງຢູນນານຈີນ

2023-10-28 11:04:03 CRI

    ວັນທີ 27 ຕຸລານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.

 

    ມີນັກຂ່າວຖາມວ່າ: ຈີນຈະຈັດກອງປະຊຸມເວທີເປິກສາຫາລືອາຊີຕາເວັນອອກຄັ້ງທີ 21. ຂໍໃຫ້ໂຄສົກແນະນຳສະພາບທີ່ກ່ຽວຂ້ອງໄດ້ບໍ່? ຈີນມີຄວາມຄອງຄອຍແນວໃດຕໍ່ກອງປະຊຸມເວທິເປິກສາຫາລືອາຊີຕາເວັນອອກຄັ້ງນີ້?

 

    ທ່ານນາງເມົານີງແນະນຳໃຫ້ຮູ້ວ່າ:ກອງປະຊຸມເວທີເປິກສາຫາລືອາຊີຕາເວັນອອກຈະຈັດຂຶ້ນຢູ່ນະຄອນຢວີ້ຊີ່ ແຂວງຢູນນານຈີນແຕ່ວັນທີ 29 ຫາ 30 ຕຸລານີ້, ຜູ້ຕາງໜ້າຝ່າຍທາງການ, ວົງການອຸດສາຫະກຳ ແລະ ວົງການວິຊາການຂອງອາຊຽນ,ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີພ້ອມດ້ວຍຜູ້ຕາງໜ້າກອງເລຂາອາຊຽນຈະດຳເນີນການຄົ້ນຄວ້າຫາລືຢ່າງເລິກເຊິ່ງພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງໂອກາດການພັດທະນາໃໝ່,ຮ່ວມກັນຊຸກຍູ້ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງອາຊີຕາເວັນອອກ”.  


 

    ທ່ານນາງເມົານີງກ່າວຕື່ມວ່າ: ເວທີເປິກສາຫາລືອາຊີຕາເວັນອອກແມ່ນກົນໄກການແລກປ່ຽນຄວາມຄິດຄວາມເຫັນລະຫວ່າງຝ່າຍທາງການ, ວົງການອຸດສາຫະກຳ ແລະ ວົງການວິຊາການພາຍໃຕ້ຂອບ “10+3”, ນັບແຕ່ຈັດເປັນເວລາ 20 ປີມານີ້,ໄດ້ເສີມຂະຫຍາຍບົດບາດສຳຄັນເພື່ອຊຸກຍູ້ປະເທດຕ່າງໆ “10+3” ໃຫ້ແລກປ່ຽນຄວາມຄິດຄວາມເຫັນ ແລະ ຮ່ວມມືກັນ ພ້ອມທັງຊຸກຍູ້ພາກພື້ນອາຊີຕາເວັນອອກໃຫ້ເຊື່ອມໂຍງເຂົ້າກັນ. ເຊື່ອວ່າ, ກອງປະຊຸມເວທີເປິກສາຫາລືຄັ້ງນີ້ຈະສະໜອງການຊ່ວຍເຫຼືອອັນຕັ້ງໜ້າເພື່ອເພີ່ມພະລັງຂັບເຄື່ອນການພັດທະນາເສດຖະກິດພາກພື້ນ ແລະຊຸກຍູ້ເສດຖະກິດພາກພື້ນໃຫ້ເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ.