ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນຈະສິ້ນສຸດລົງໃນເວລາໃດ?

2023-10-30 16:19:03 cri

ວັນທີ 24 ສິງຫາປີນີ້, ຍີ່ປຸ່ນບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງຮຸນແຮງຈາກປະຊາຄົມໂລກ, ເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຈົນເຖິງປັດຈຸບັນ ໂດຍໄດ້ປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລທັງໝົດຫຼາຍກວ່າ 15.000 ໂຕນ.


ທີ່ຈິງແລ້ວ, ໃນກອງປະຊຸມສຸດຍອດກຸ່ມ 20 ປະເທດ ທີ່ຈັດຂຶ້ນຢູ່ອິນເດຍໃນເດືອນກັນຍາຜ່ານມາ, ປະເທດທີ່ເຂົ້າຮ່ວມກອງປະຊຸມໄດ້ລົງນາມໃນຖະແຫຼງການຮ່ວມສະບັບໜຶ່ງ, ໃນນັ້ນ, ມີເນື້ອໃນສຳຄັນທີ່ສຸດຂໍ້ໜຶ່ງກໍແມ່ນ: ປະເທດໃຊ້ພະລັງງານນິວເຄລຍທາງພົນລະເຮືອນ ຕ້ອງຄຸ້ມຄອງ ແລະ ຄວບຄຸມສິ່ງເສດເຫຼືອລັງສີຢ່າງເຂັ້ມງວດດ້ວຍນ້ຳໃຈຮັບຜິດຊອບ ເພື່ອບັນລຸເປົ້າໝາຍປົກປັກຮັກສາຄວາມໝັ້ນຄົງຂອງໂລກ. ແຕ່ວ່າ, ຢູ່ໃນມື້ທີ 2 ທີ່ໄດ້ເຜີຍແຜ່ຖະແຫຼງການຮ່ວມສະບັບນີ້, ຍີ່ປຸ່ນກໍໄດ້ປະກາດແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 2 ໂດຍບໍ່ໄດ້ເອົາຫົວຊາຕໍ່ຖະແຫຼງການ.


ໂດຍປະເຊີນໜ້າກັບການກ່າວໂຈມຕີຢ່າງບໍ່ຂາດສາຍຈາກປະຊາຄົມໂລກ, ຍີ່ປຸ່ນກໍບໍ່ໄດ້ຢຸດເຊົາແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຕົນຈັກເທື່ອ. ວັນທີ 26 ຕຸລານີ້, ບໍລິສັດພະລັງງານໄຟຟ້າໂຕກຽວໄດ້ເຜີຍແຜ່ຂ່າວວ່າ, ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຮອບທີ 3 ຂອງໂຮງໄຟຟ້ານິວເຄລຍຟຸຄຸຊິມະຈະເລີ່ມຂຶ້ນແຕ່ວັນທີ 2 ພະຈິກໜ້ານີ້ເປັນຕົ້ນໄປ ແລະ ຈະປ່ອຍປະມານ 7.800 ໂຕນ.


ອີງຕາມຄຳເວົ້າຂອງຝ່າຍຍີ່ປຸ່ນ, ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍທີ່ບຳບັດແລ້ວ ແມ່ນມີຄວາມປອດໄພດີ. ແຕ່ວ່າ, ຂ່າວທີ່ບໍລິສັດພະລັງງານໄຟຟ້າໂຕກຽວເປີດເຜີຍໃນຕອນເຊົ້າວັນທີ 25 ຕຸລານີ້ ພັດໄດ້ຕົບໜ້າຂອງຍີ່ປຸ່ນເອງຢ່າງແຮງ.

ເວລາ 10 ໂມງເຊົ້າຂອງວັນທີ 25 ຕຸລານີ້, ໃນເວລາທີ່ພະນັກງານ 5 ຄົນຂອງບໍລິສັດພະລັງງານໄຟຟ້າໂຕກຽວທຳຄວາມສະອາດທໍ່ພາຍໃນປ່ອຍນ້ຳປົນເປື້ອນລັງສີນັ້ນ, ມີນ້ຳປົນເປື້ອນລັງສີນິວເຄລຍປະມານ 100 ມີລີລິດໄດ້ຟົ້ງໃສ່ຮ່າງກາຍຂອງພະນັກງານເຫຼົ່ານີ້. ເຖິງແມ່ນວ່າພະນັກງານຈຳນວນດັ່ງກ່າວໄດ້ໃສ່ຊຸດປ້ອງກັນຄົບຊຸດ, ແຕ່ຍັງໄດ້ກວດພົບສານລັງສີຢູ່ຕາມຜິວໜ້າຂອງ 4 ຄົນ. ຫຼັງຈາກໄດ້ລ້າງຮ່າງກາຍໃນທັນທີເປັນເວລາ 9 ຊົ່ວໂມງແລ້ວ, ແຕ່ຜິວໜັງຂອງ 2 ຄົນຍັງໄດ້ກວດພົບປະລິມານລັງສີສູງກວ່າມາດຕະຖານປອດໄພ.


ອີງຕາມຄຳເວົ້າຂອງຝ່າຍຍີ່ປຸ່ນແລ້ວ, ນ້ຳປົນເປື້ອນລັງສີນິວເຄລຍ ທີ່ໄດ້ຜ່ານການບຳບັດລະບົບ ALPS ແລ້ວນັ້ນ ແມ່ນໄດ້ຕາມມາດຕະຖານ ແລະ “ປອດໄພດີ”, ຈົນໄດ້ເວົ້າວ່າ, “ຄົນເຕັມກະສຽນອາຍຸດື່ມມື້ລະ 2 ລິດໄດ້ເປັນເວລາ 1 ປີຢ່າງລຽນຕິດ”. ຖ້າເວົ້າວ່າສາມາດດື່ມໄດ້ ແລະ ບໍ່ມີຜົນກະທົບຕໍ່ສຸຂະພາບ, ຄັນຊັ້ນ, ນ້ຳປົນເປື້ອນລັງສີນິວເຄລຍ 100 ມີລີລິດກໍຈະປອດໄພດີ ສຳລັບພະນັກງານທຳຄວາມສະອາດດັ່ງກ່າວ, ແຕ່ເປັນຫຍັງບໍລິສັດພະລັງງານໄຟຟ້າໂຕກຽວ ຈິ່ງສະທ້ານຢ້ານກົວ ແລະ ເອົາໃຈໃສ່ສູງຕໍ່ນ້ຳປົນເປື້ອນລັງສີນິວເຄລຍ 100 ມີລີລິດນີ້ຢ່າງຈິງຈັງ?


ເຊື່ອວ່າ, ຍີ່ປຸ່ນກໍຮູ້ດີຢູ່ແລ້ວວ່າ, ນ້ຳປົນເປື້ອນລັງສີທີ່ຕົນປ່ອຍລົງສູ່ທະເລນັ້ນ ບໍ່ແມ່ນອັນທີ່ເອີ້ນວ່າ ນ້ຳປອດໄພ ທີ່ “ສາມາດດື່ມໄດ້”. ນອກຈາກເທື່ອນີ້ແລ້ວ, ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງຍີ່ປຸ່ນ ທີ່ຈະຍືດເຍືອເປັນເວລາ 30 ປີໃນອະນາຄົດ, ສະພາບການ “ເໜືອຄວາມຄາດຄິດ” ເຫຼົ່ານີ້ອາດຈະຍັງເກີດຂຶ້ນເລື້ອຍໆ.


ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງຍີ່ປຸ່ນໄດ້ກາຍເປັນຄວາມຈິງທີ່ເອົາຄືນບໍ່ໄດ້ແລ້ວ, ຫວັງວ່າ, ບຸກຄົນທີ່ເບິ່ງກວ້າງເຫັນໄກໃນທົ່ວໂລກຈະສາມາດສາມັກຄີກັນ ເພື່ອສະກັດກັ້ນບໍ່ໃຫ້ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍເຫຼົ່ານີ້ລົງສູ່ທະເລຕໍ່ໄປ.