ກຳປັ່ນປ້ອງກັນເລກ 39 ຂອງຟິລິບປິນລ່ວງລ້ຳເຂົ້າໄປເຂດທະເລບໍລິເວນເກາະຮວງຢຽນຂອງຈີນ

2023-10-31 11:30:31 CRI


     ວັນທີ 30 ຕຸລານີ້, ພັນເອກທຽນຈວິ່ນຫຼີ ໂຄສົກເຂດທະຫານພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນໄດ້ໃຫ້ສຳພາດຕໍ່ກໍລະນີກຳປັ່ນປ້ອງກັນເລກ 39 ຂອງຟິລິບປິນເຂົ້າໄປເຂດທະເລບໍລິເວນເກາະຮວງຢຽນຂອງຈີນຢ່າງຜິດກົດໝາຍ.


     ພັນເອກທຽນຈວິ່ນຫຼີກ່າວວ່າ: ມື້ດຽວກັນ, ກຳປັ່ນປ້ອງກັນເລກ 39ຂອງຟິລິບປິນໄດ້ລ່ວງລ້ຳເຂົ້າໄປເຂດທະເລບໍລິເວນເກາະຮວງຢຽນຂອງຈີນຢ່າງຜິດກົດໝາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານຈີນ, ເຂດທະຫານພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດກອງທັບເຮືອ ແລະ ກອງທັບອາກາດຕິດຕາມກວດກາ, ແຈ້ງເຕືອນ ແລະ ສະກັດຄວບຄຸມຕາມກົດໝາຍ. ການກະທຳຂອງຟິລິບປິນໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງໜັກໜ່ວງ ,ລະເມີດກົດໝາຍສາກົນ ແລະ ກົດພື້ນຖານຂອງການພົວພັນສາກົນຢ່າງຮ້າຍແຮງ, ສ້າງຄວາມເຂົ້າໃຈຜິດ ແລະ ການຕັດສິນຜິດພາດຢ່າງງ່າຍດາຍທີ່ສຸດ. ຈີນແຈ້ງເຕືອນຢ່າງເຄັ່ງຂຶມຕໍ່ຟິລິບປິນ ໃຫ້ຍຸດຕິການກະທຳທີ່ລ່ວງລ້ຳອະທິປະໄຕປະເທດອື່ນ ແລະ ການທ້າທາຍເກາະຜິດໃນທັນທີ ເພື່ອຫຼີກເວັ້ນບໍ່ໃຫ້ສະພາບການຮ້າຍແຮງຂຶ້ນຕື່ມອີກຢ່າງແທ້ຈິງ. ກອງທະຫານຂອງເຂດທະຫານພາກໃຕ້ຂອງຈີນຈະຮັກສາຄວາມລະມັດລະວັງຢູ່ທຸກເວລາ, ເດັດດ່ຽວຮັກສາຄວາມໝັ້ນຄົງດ້ານອະທິປະໄຕແຫ່ງລັດ ຮັກສາສັນຕິິພາບ ແລະ ສະຖຽນລະພາບຢູ່ເຂດທະເລຈີນໃຕ້.