ປະທານຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາພົບປະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ

2023-11-01 11:12:02 CRI

    ວັນທີ 31 ຕຸລາແລ້ວນີ້, ທ່ານມິນອາງລາຍ ປະທານຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາໄດ້ພົບປະກັບທ່ານວາງສຽວຮົງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ.


    ທ່ານວາງສຽວຮົງກ່າວວ່າ: ຈີນຍິນດີຮ່ວມກັບມຽນມາ ພ້ອມກັນຈັດຕັ້ງປະຕິບັດຜົນໄດ້ຮັບສຳຄັນທີ່ທ່ານສີຈິ້ນຜິງປະທານປະເທດຈີນຢ້ຽມຢາມມຽນມາ, ສົ່ງເສີມມິດຕະພາບທີ່ມີມູນເຊື້ອ, ເລັ່ງລັດຊຸກຍູ້ໂຄງການຈຸດສຸມຂອງການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”, ລົງເລິກການຮ່ວມມືໃນດ້ານການບັງຄັບໃຊ້ກົດໝາຍ ແລະ ຮັກສາຄວາມໝັ້ນຄົງ, ສ້າງສິ່ງປ້ອງກັນເພື່ອຮັກສາຄວາມໝັ້ນຄົງທີ່ເຂັ້ມແຂງໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ມຽນມາ.


 

     ທ່ານມິນອາງລາຍໄດ້ຍ້ອງຍໍສັນລະເສີນການພັດທະນາເສດຖະກິດສັງຄົມຂອງຈີນໄດ້ຮັບຜົນງານອັນຍິ່ງໃຫຍ່ພາຍໃຕ້ການນຳພາຂອງທ່ານປະທານສີຈິ້ນຜິງ, ຍິນດີເພີ່ມທະວີການຮ່ວມທີ່ຕິດແທດຕົວຈິງ, ຮັກສາຄວາມປອດໄພໃຫ້ພົນລະເມືອງ ແລະ ໂຄງການຂອງຈີນ ເພື່ອພ້ອມກັນສ້າງປະຊາຄົມຮ່ວມຊາຕາກຳມຽນມາ-ຈີນ.