ສ້າງຕັ້ງເຂດທົດລອງການຄ້າເສລີຊິ່ນຈ່ຽງ

2023-11-01 16:31:43 cri


    ວັນທີ 1 ພະຈິກນີ້, ເຂດທົດລອງການຄ້າເສລີແຫ່ງທີ 22 ຂອງຈີນ ຄື: ເຂດທົດລອງການຄ້າເສລີຊິ່ນຈ່ຽງໄດ້ສ້າງຕັ້ງຂຶ້ນເຊິ່ງເປັນເຂດທົດລອງການຄ້າເສລີແຫ່ງທຳອິດຢູ່ເຂດຊາຍແດນພາກຕາເວັນຕົກສຽງເໜືອຂອງຈີນ. 

    ເຂດທົດລອງການຄ້າເສລີຊິ່ນຈ່ຽງ ຈະສຸມໃສ່ຄົ້ນຄວ້າການຊຸກຍູ້ໃຫ້ການລົງທຶນມີຄວາມສະດວກ, ເພີ່ມທະວີການບໍລິການດ້ານທະນາຄານ, ຊຸກຍູ້ການພັດທະນາດ້ານເສດຖະກິດດີຈີຕອນ ແລະ ເພີ່ມທະວີການຮັບປະກັນການບໍລິການໃຫ້ແກ່ຜູ້ມີຄວາມຮູ້ຄວາມສາມາດເປັນຕົ້ນ.