ຜົນງານອັນໂດດເດັ່ນຂອງທາງລົດໄຟຈີນ-ລາວ ຊຸກຍູ້ການເລັ່ງສ້າງທາງລົດໄຟລາວ-ໄທຢ່າງຮອບດ້ານ

2023-11-01 15:44:14 cri

ວັນທີ 30 ຕຸລາຜ່ານມາ, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີລາຊະອະນາຈັກໄທໄດ້ນຳພາຄະນະຜູ້ແທນຂັ້ນສູງເດີນທາງມາຢ້ຽມຢາມ ສປປ ລາວ. ໃນການຢ້ຽມຢາມຄັ້ງນີ້, ກະຊວງວັດທະນະທຳໄທ, ບໍລິສັດທາງລົດໄຟແຫ່ງຊາດລາວ ແລະ ກົມພັດທະນາເສດຖະກິດແຫ່ງຊາດໄທ ຫຼື NEDA ໄດ້ເຊັນ “ບົດບັນທຶກຄວາມເຂົ້າໃຈກ່ຽວກັບການສ້າງຄວາມສາມາດດ້ານການບໍລິການແລະແຜນພັດທະນາທຸລະກິດທາງລົດໄຟລາວ-ໄທ”, ນາຍົກລັດຖະມົນຕີສອງປະເທດຍັງໄດ້ຮ່ວມກັນເຂົ້າຮ່ວມພິທີເປີດການກໍ່ສ້າງໂຄງການໄລຍະ 2 ຂອງສະຖານີນະຄອນຫຼວງວຽງຈັນ (ຄຳສະຫວາດ) ຕາມທາງລົດໄຟລາວ-ໄທ.

ພາກພື້ນອາຊີຕາເວັນອອກສຽງໃຕ້ມີຕະຫຼາດທີ່ກວ້າງຂວາງ, ມີຊັບພະຍາກອນທີ່ອຸດົມສົມບູນ ແລະ ເປັນພາກພື້ນທີ່ມີຄວາມສາມາດບົ່ມຊ້ອນດ້ານການພັດທະນາ. ການສ້າງເຄືອຂ່າຍຄົມມະນາຄົມທີ່ສະດວກສະບາຍທີ່ເຊື່ອມຕໍ່ພາກພື້ນອາຊີຕາເວັນອອກສຽງໃຕ້ ມີບົດບາດສຳຄັນທີ່ສຸດສຳລັບການໄປມາຫາສູ່ດ້ານການຄ້າລະຫວ່າງບັນດາປະເທດໃນພາກພື້ນນີ້. ໃນຖານະເປັນພາກສ່ວນໜຶ່ງຂອງທາງລົດໄຟຈີນ-ລາວ-ໄທ, ທາງລົດໄຟລາວ-ໄທກໍມີບົດບາດນັບມື້ນັບສຳຄັນ. ການຊຸກຍູ້ການກໍ່ສ້າງທາງລົດໄຟລາວ-ໄທ ກໍຈະເລັ່ງລັດຊຸກຍູ້ການເຊື່ອມຕໍ່ທາງລົດໄຟຈີນ-ລາວ-ໄທ ເຊິ່ງຈະເລັ່ງລັດຂະບວນການເຊື່ອມໂຍງເຂົ້າກັນຂອງອາຊີຕື່ມອີກ ແລະ ຊຸກຍູ້ການແລກປ່ຽນແລະການຮ່ວມມືດ້ານເສດຖະກິດລະຫວ່າງປະເທດຕ່າງໆ.


ແຕ່ວ່າ, ໃນຖານະເປັນພາກສ່ວນໜຶ່ງຂອງທາງລົດໄຟຈີນ-ລາວ-ໄທ, ທາງລົດໄຟຄວາມໄວສູງຈີນ-ໄທພັດໄດ້ພົບອຸປະສັກຫຼາຍຢ່າງ ແລະ ການກໍ່ສ້າງທາງລົດໄຟສາຍນີ້ກໍເຄີຍຂາດສະບັ້ນໄປ. ນັບແຕ່ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືໃນປີ 2014 ເປັນຕົ້ນມາ, ຈົນເຖິງການລົງມືກໍ່ສ້າງໄລຍະ 1 ໃນປີ 2021, ເວລາໄດ້ຜ່ານໄປ 7 ປີ. ໃນ 7 ປີດັ່ງກ່າວ, ສອງຝ່າຍຈີນ ແລະ ໄທໄດ້ປຶກສາຫາລືກັນ ແລະ ດັດແກ້ບົດບັນທຶກຄວາມເຂົ້າໃຈຫຼາຍຫຼົບຫຼາຍຕ່າວ ເຊິ່ງໄດ້ແກ່ຍາວເວລາກໍ່ສ້າງທາງລົດໄຟຄວາມໄວສູງສາຍດັ່ງກ່າວ. ທາງລົດໄຟຈີນ-ລາວໄດ້ຮັບຜົນງານທີ່ໂດດເດັ່ນ ເຮັດໃຫ້ໄທຮູ້ສຶກວ່າ ຄວນຕັ້ງໜ້າສະໜັບສະໜູນໂຄງການທາງລົດໄຟຈີນ-ໄທ ແລະ ສ້າງລະບົບເຊື່ອມໂຍງເຊື່ອມຈອດຂອງພາກພື້ນທີ່ກວ້າງຂວາງກວ່າເກົ່າ ເພື່ອບັນລຸການພັດທະນາຮ່ວມກັນຂອງ 3 ປະເທດ ແລະ ສ້າງຜົນປະໂຫຍດຮ່ວມຫຼາຍກວ່າເກົ່າ.

ສິ່ງທີ່ດີນັ້ນກໍຄື ທາງລົດໄຟຈີນ-ລາວໄດ້ສ້າງສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາປີ 2021 ເຊິ່ງໄດ້ປະຢັດເວລາການເດີນທາງ ແລະ ຕົ້ນທຶນການຂົນສົ່ງສິນຄ້າລະຫວ່າງສອງປະເທດຈີນ ແລະ ລາວຢ່າງຫຼວງຫຼາຍ ພ້ອມທັງໄດ້ຊຸກຍູ້ການໄປມາຫາສູ່ດ້ານບຸກຄະລາກອນ ແລະ ການຈໍລະຈອນສິນຄ້າລະຫວ່າງສອງປະເທດ, ຍົກສູງລະດັບການໄປມາຫາສູ່ດ້ານເສດຖະກິດການຄ້າ ແລະ ການຮ່ວມມືດ້ານການລົງທຶນລະຫວ່າງສອງປະເທດ. ນັບແຕ່ເປີດນຳໃຊ້ເປັນເວລາ 22 ເດືອນເປັນຕົ້ນມາ, ໄດ້ຂົນສົ່ງສິນຄ້າທັງໝົດ 26,8 ລ້ານກວ່າໂຕນ, ໃນນັ້ນ, ປະລິມານການຂົນສົ່ງສິນຄ້າຂ້າມຊາດມີເຖິງ 5,5 ລ້ານໂຕນ, ປະເພດສິນຄ້າເພີ່ມຂຶ້ນເປັນ 2.700 ກວ່າຊະນິດ, ເລີ່ມໄດ້ກາຍເປັນເສັ້ນທາງຂົນສົ່ງສຳຄັນຂອງພາກພື້ນ.

ຜົນງານອັນໂດດເດັ່ນຂອງທາງລົດໄຟຈີນ-ລາວ ກໍໄດ້ເປັນສິ່ງບົ່ງບອກທີ່ດີ ແລະ ສ້າງໂອກາດທີ່ສຳຄັນໃຫ້ແກ່ໄທ.

ການເດີນທາງຢ້ຽມຢາມລາວຂອງນາຍົກລັດຖະມົນຕີໄທຄັ້ງນີ້ ໄດ້ຊຸກຍູ້ການກໍ່ສ້າງທາງລົດໄຟລາວ-ໄທ ຍ້ອນຜົນງານອັນໂດດເດັ່ນຂອງທາງລົດໄຟຈີນ-ລາວ.


ໃນອະນາຄົດ, ສາມປະເທດຈີນ, ລາວ ແລະ ໄທຍິ່ງຄວນຮັດແໜ້ນການຮ່ວມມືກັນຕື່ມອີກ, ເສີມຂະຫຍາຍທ່າແຮງຂອງໃຜຂອງລາວຢ່າງເຕັມທີ່, ຮ່ວມກັນຊຸກຍູ້ໂຄງການອັນໃຫຍ່ໂຕມະໂຫລານດັ່ງກ່າວໃຫ້ໄດ້ຮັບການປະຕິບັດຢ່າງສະດວກ ເພື່ອປະກອບສ່ວນແກ່ການພັດທະນາຂອງເສດຖະກິດອາຊີ ກໍຄືຂອງໂລກ.