ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄືແຮງພັກດັນການພັດທະນາດ້ວຍຄຸນນະພາບສູງຂອງ “ໜຶ່ງແລວໜຶ່ງເສັ້ນທາງ”

2023-11-01 16:08:26 cri

ລະຫວ່າງວັນທີ 5 ຫາ 10 ພະຈິກນີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຈັດຂຶ້ນຢູ່ສູນວາງສະແດງແຫ່ງຊາດທີ່ຊຽງໄຮ້ ໂດຍມີຫົວຂໍ້ຫຼັກຄື : “ຊົມໃຊ້ອະນາຄົດຮ່ວມກັນໃນຍຸກສະໄໝໃໝ່”. ນີ້ແມ່ນຄັ້ງທຳອິດທີ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຟື້ນຟູການຈັດງານທາງອັອຟລາຍພາຍຫຼັງເກີດການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງສະແດງໃຫ້ເຫັນເຖິງຄວາມໝັ້ນໃຈ ແລະ ຄວາມຕັດສິນໃຈຂອງຈີນໃນດ້ານການເປີດປະຕູສູ່ພາຍນອກຢ່າງມີລະດັບສູງ.

ປີນີ້ກໍແມ່ນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີເຊັ່ນກັນ. ໃນຮອບ 10 ປີທີ່ຜ່ານມາ, ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບໝາກຜົນອັນອຸດົມສົມບູນ ແລະ ໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ກັບການເຕີບໂຕຂອງເສດຖະກິດໂລກ ກໍຄືການຮ່ວມມືສາກົນ. ໃນໄລຍະດົນນານມານີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ກາຍເປັນເວທີສະແດງທ່າແຮງຂອງຕົນ ແລະ ເປີດກວ້າງໂອກາດການຕະຫຼາດສຳລັບປະເທດ ແລະ ເຂດແຄວ້ນທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ສ່ວນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ທີ່ຈະຈັດຂຶ້ນໃນປີນີ້ ກໍຈະອຳນວຍການສະໜັບສະໜູນ ແລະ ການບໍລິການໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ຫຼາຍກວ່າເກົ່າເຊັ່ນກັນ.

ໃນຈຳນວນ 72 ຝ່າຍທີ່ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນໃນຄັ້ງນີ້ ລວມມີປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” 64 ປະເທດ. ມາຮອດປັດຈຸບັນ, ໃນປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີວິສາຫະກິດຫຼາຍກວ່າ 1.500 ແຫ່ງໄດ້ເຊັນສັນຍາວາງສະແດງທຸລະກິດຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6, ເນື້ອທີ່ວາງສະແດງເກືອບ 80.000 ຕາແມັດ ເຊິ່ງເພີ່ມຂຶ້ນປະມານ 30% ເມື່ອທຽບໃສ່ຄັ້ງຜ່ານມາ.

ສຳລັບປະເທດດ້ອຍພັດທະນາໃນປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ງານວາງສະແດງດັ່ງກ່າວຍັງຈະຊຸກຍູ້ຜະລິດຕະພັນທີ່ມີເອກະລັກພິເສດຂອງປະເທດເຫຼົ່ານີ້ເຂົ້າສູ່ຕະຫຼາດຈີນ ໂດຍຜ່ານການຍົກເວັ້ນຄ່າເຊົ່າຮ້ານວາງສະແດງ, ໃຫ້ນະໂຍບາຍພິເສດດ້ານເງິນອຸດໜູນ ແລະ ພາສີ ແລະອື່ນໆ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນບໍ່ພຽງແຕ່ແມ່ນເວທີວາງສະແດງສິນຄ້າ ແລະ ການບໍລິການເທົ່ານັ້ນ, ຍັງເປັນເວທີທີ່ແລກປ່ຽນດ້ານນະໂຍບາຍ, ເປິກສາຫາລືດ້ານກະຕິກາ ແລະ ການເຊື່ອມຕໍ່ດ້ານມາດຕະຖານອີກດ້ວຍ. ນອກນີ້, ງານວາງສະແດງດັ່ງກ່າວຍັງຈະສະໜອງມາດຕະການທີ່ອຳນວຍຄວາມສະດວກດ້ານການຄ້າ, ຈະສະໜອງໂອກາດການຮ່ວມມືດ້ານການລົງທຶນ ແລະ ຍັງຈະສະໜອງພະລັງຂັບເຄື່ອນທີ່ຫຼາຍກວ່າເກົ່າໃຫ້ກັບປະເທດ ແລະ ເຂດແຄວ້ນທີີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.