ກອງປະຊຸມວຽກງານການທະນາຄານສູນກາງນຳພາການທະນາຄານຂອງຈີນກ້າວຂຶ້ນສູ່ລະດັບໃໝ່

2023-11-02 16:48:22 cri

ກອງປະຊຸມວຽກງານການທະນາຄານສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 30 ຫາ 31 ຕຸລາຜ່ານມານີ້.


ນັບແຕ່ຈັດກອງປະຊຸມວຽກງານການທະນາຄານຄັ້ງທີ 5 ເປັນເວລາ 6 ປີເປັນຕົ້ນມາ, ວຽກງານການທະນາຄານຂອງຈີນໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື.


ກ່ອນອື່ນ, ຍອດປະລິມານການທະນາຄານຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ປັດຈຸບັນ, ຈີນໄດ້ສ້າງເປັນລະບົບທະນາຄານທີ່ໃຫຍ່ທີ່ສຸດຂອງໂລກ ແລະ ເປັນຕະຫຼາດປະກັນໄພ, ຫຸ້ນສ່ວນ ແລະ ພັນທະບັດໃຫຍ່ອັນດັບ 2 ຂອງໂລກ. ໃນຂະນະທີ່ຍອດປະລິມານການທະນາຄານເພີ່ມຂຶ້ນຢ່າງຫຼວງຫຼາຍແລ້ວ, ຕົວເລກດັດຊະນີຕິດຕາມຄຸ້ມຄອງຄວາມສ່ຽງຕົ້ນຕໍໃນຂະແໜງການທະນາຄານລ້ວນແຕ່ຢູ່ລະດັບທີ່ສົມເຫດສົມຜົນ ແລະ ມີຄວາມສາມາດຕໍ່ຕ້ານຄວາມສ່ຽງທີ່ພຽງພໍໂດຍລວມ.

ສອງ, ການທະນາຄານໄດ້ສະໜັບສະໜູນເສດຖະກິດຕົວຈິງໄດ້ຢ່າງມີຄຸນນະພາບແລະປະສິດທິພາບສູງກວ່າເກົ່າຫຼາຍ. ໃນຫຼາຍປີມໍ່ໆມານີ້, ຈີນໄດ້ປະຕິບັດນະໂຍບາຍເງິນຕາທີ່ໜັກແໜ້ນ ແລະ ຖືກຕ້ອງແມ່ນຢຳຢ່າງຕໍ່ເນື່ອງ, ຄຸນນະພາບ ແລະ ປະສິດທິພາບໃນການຮັບໃຊ້ເສດຖະກິດຕົວຈິງຂອງການທະນາຄານໄດ້ສູງຂຶ້ນເລື້ອຍໆ. ເດືອນກັນຍາປີນີ້, ອັດຕາດອກເບ້ຍສະເລ່ຍຂອງເງິນກູ້ໃໝ່ທີ່ປ່ອຍໃຫ້ວິສາຫະກິດທັງຫຼາຍແມ່ນ 3,85%, ຕົ້ນທຶນໃນການລະດົມທຶນຂອງທົ່ວສັງຄົມໄດ້ຫຼຸດລົງຢ່າງຈະແຈ້ງ.

ສາມ, ຂະແໜງການປະກັນໄພຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊ່ວຍຊຸກຍູ້ເສດຖະກິດຕົວຈິງ. ຄຽງຄູ່ກັບການພັດທະນາຂອງຂະແໜງການປະກັນໄພຂອງຈີນ, ຂະແໜງການປະກັນໄພມີບົດບາດຮັບປະກັນນັບມື້ນັບພົ້ນເດັ່ນຂຶ້ນ ທັງໄດ້ເພີ່ມທະວີການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ຍັງໄດ້ຊ່ວຍຊຸກຍູ້ການພັດທະນາເສດຖະກິດຕົວຈິງ.


ກອງປະຊຸມວຽກງານການທະນາຄານສູນກາງຄັ້ງນີ້ໄດ້ສຳຫຼວດກວດຄືນຢ່າງຮອບດ້ານຕໍ່ວຽກງານການທະນາຄານໃນຫຼາຍປີຜ່ານມາ ແລະ ໄດ້ຈັດວາງວຽກງານການທະນາຄານໃນອະນາຄົດ ໂດຍໄດ້ວາງນະໂຍບາຍ ແລະ ມາດຕະການໃໝ່ ເພື່ອຊຸກຍູ້ໃຫ້ຂະແໜງການທະນາຄານຂອງຈີນພັດທະນາຢ່າງປອດໃສ ເຊິ່ງຈະສ້າງຜົນສະທ້ອນອັນເລິກເຊິ່ງຍາວໄກໃຫ້ແກ່ການພັດທະນາຂະແໜງການທະນາຄານຂອງຈີນ ແລະ ຊີ້ທິດເຍືອງທາງໃຫ້ແກ່ການພັດທະນາຂອງຂະແໜງການທະນາຄານໃນອະນາຄົດ.


ກອງປະຊຸມຊີ້ອອກວ່າ ການພັດທະນາຢ່າງມີຄຸນນະພາບສູງແມ່ນໜ້າທີ່ສຳຄັນອັນດັບໜຶ່ງໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ການທະນາຄານຕ້ອງຮັບໃຊ້ການພັດທະນາເສດຖະກິດສັງຄົມຢ່າງມີຄຸນນະພາບສູງ. ກອງປະຊຸມກ່າວເນັ້ນໜັກວ່າ ຕ້ອງເພີ່ມທະວີການຕິດຕາມຄຸ້ມຄອງການທະນາຄານຢ່າງຮອບດ້ານ ເພື່ອປ້ອງກັນ ແລະ ແກ້ໄຂຄວາມສ່ຽງດ້ານການທະນາຄານຢ່າງບັງເກີດຜົນ. ກອງປະຊຸມຊີ້ອອກວ່າ, ການເພີ່ມທະວີການນຳພາໂດຍລວມສູນເປັນເອກະພາບຂອງສູນກາງພັກຕໍ່ວຽກງານການທະນາຄານ ແມ່ນສິ່ງຄ້ຳປະກັນພື້ນຖານຂອງວຽກງານການທະນາຄານ. ໃນຂະນະດຽວກັນ, ກອງປະຊຸມຍັງສະເໜີອອກມາວ່າ ປັດຈຸບັນ ແລະ ໃນໄລຍະໜຶ່ງຂ້າງໜ້ານີ້ ຕ້ອງຍຶດໝັ້ນ ແລະ ເພີ່ມທະວີການນຳພາຢ່າງຮອບດ້ານຂອງພັກຕໍ່ວຽກງານການທະນາຄານ.

ຂະແໜງການທະນາຄານຂອງຈີນຍັງປະເຊີນໜ້າກັບສິ່ງທ້າທາຍຕ່າງໆນາໆ ເຊິ່ງລວມທັງວ່າຈະເຮັດແນວໃດ ເພື່ອຮັບໃຊ້ເສດຖະກິດຕົວຈິງໄດ້ດີກວ່າເກົ່າ, ເຮັດແນວໃດເພື່ອປ້ອງກັນແລະແກ້ໄຂຄວາມສ່ຽງດ້ານການທະນາຄານ ແລະ ເຮັດແນວໃດເພື່ອຊຸກຍູ້ການປະດິດສ້າງໃໝ່ດ້ານການທະນາຄານເປັນຕົ້ນ. ທັງໝົດເຫຼົ່ານີ້ຕ້ອງໃຫ້ພວກເຮົາລົງເລິກຄົ້ນຄວ້າ ແລະ ພະຍາຍາມຮ່ວມກັນ.


ກອງປະຊຸມວຽກງານການທະນາຄານສູນກາງຄັ້ງນີ້ໄດ້ສົ່ງສັນຍານຈະແຈ້ງຕໍ່ປະຊາຊົນຈີນວ່າ ຂະແໜງການທະນາຄານຂອງຈີນພວມຢວ່າງບາດກ້າວໄປສູ່ເປົ້າໝາຍທີ່ສູງກວ່າເກົ່າ. ໃຫ້ພວກເຮົາຄອງຄອຍຮ່ວມກັນວ່າ ຂະແໜງການທະນາຄານຂອງຈີນຈະສາມາດພັດທະນາໄດ້ດີກວ່າເກົ່າໃນອະນາຄົດ ເພື່ອຊ່ວຍຊຸກຍູ້ການສ້າງສາປະເທດທີ່ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ ດ້ວຍການພັດທະນາຂະແໜງການທະນາຄານຢ່າງມີຄຸນນະພາບສູງ.