ບ້ານສິບແປດຖ້ຳເປັນຕົວແບບ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ”

2023-11-02 10:42:16 CRI



 

ວັນທີ 3 ພະຈິກ 2013, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານສິບແປດຖ້ຳ ເຊິ່ງເປັນບ້ານເຜົ່າມົ້ງຂອງເມືອງຮົວຢວນກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຖູເຈ່ຍຊ່ຽງຊີແຂວງຫູໜານ ໂດຍໄດ້ສະເໜີແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ເປັນຄັ້ງທຳອິດ. ເພິ່ນໄດ້ມີຄຳຊີ້ນຳທີ່ສຳຄັນວ່າ: “ຕິດແທດກັບຄວາມເປັນຈິງ, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ, ຊີ້ນຳຕາມທຸກປະເພດ, ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ”.


ຈາກນັ້ນມາ, “ການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ໄດ້ເຮັດໃຫ້ຊ່ອງທາງຫຼຸດຜ່ອນຄວາມທຸກຍາກຂອງຈີນຫັນຈາກ “ການລະບາຍນ້ຳເຂົ້ານາແບບຖ້ວມທົ້ນ” ກາຍມາເປັນ “ການຫົດນ້ຳແບບຖືກເປົ້າໝາຍ”, ບົນພື້ນຖານພຶດຕິກຳຕົວຈິງເປັນໄລຍະຍາວຜ່ານມາ, ທ່ານສີຈິ້ນຜິງໄດ້ສະຫຼຸບຕາມຫຼັກວິທະຍາສາດແລະຍົກລະດັບທິດສະດີກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ, ໄດ້ສະເໜີທິດທາງຍຸດທະສາດຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍແບບປະດິດສ້າງ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ຂະບວນວິວັດແຫ່ງປະຫວັດສາດດັ່ງກ່າວ.


ບ້ານສິບແປດຖ້ຳໃນຖານະເປັນບ່ອນລິເລີ່ມທິດທາງ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ໄດ້ຈັດຕັ້ງປະຕິບັດທິດທາງດັ່ງກ່າວ ເຊິ່ງບໍ່ພຽງແຕ່ໄດ້ບຸກເບີກເສັ້ນທາງທີ່ດີເດັ່ນແຫ່ງການລຶບລ້າງຄວາມທຸກຍາກຢ່າງຖືກເປົ້າໝາຍທີ່ສາມາດຮຽນແບບໄດ້, ສາມາດເຜີຍແຜ່ໃຫ້ກວ້າງຂວາງອອກໄປ ແລະ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສຳເລັດຜົນເທົ່ານັ້ນ, ຍັງໄດ້ບຸກເບີກເສັ້ນທາງໃໝ່ແຫ່ງລະບົບອຸດສາຫະກຳແບບ “ທ່ອງທ່ຽວ+”. ເມື່ອມີເສັ້ນທາງທີ່ຖືກຕ້ອງແລະຮັ່ງມີຂຶ້ນແລ້ວ ຊາວບ້ານທັງຫຼາຍກໍມີຄວາມໝັ້ນໃຈຍິ່ງຂຶ້ນ.



ທຸກມື້ນີ້, ຢູ່ພາຍໃນບ້ານສິບແປດຖ້ຳ, ເຮືອນໄມ້ມຸງດິນຂໍສີຂີ້ເທົ່າໄດ້ຖືກເຊື່ອມຕໍ່ເຂົ້າກັນດ້ວຍຫົນທາງປູແຜ່ນຫີນ, ຢູ່ໃນເຮືອນແມ່ນເຕັມໄປດ້ວຍສຽງເວົ້ານົວຫົວມ່ວນຂອງນັກທ່ອງທ່ຽວທັງຫຼາຍ, ເຮືອນພັກໂຮມສະເຕທີ່ມີສິ່ງອຳນວຍຄວາມສະດວກຄົບຖ້ວນສົມບູນນັ້ນໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາດ້ານການພັດທະນາຊົນນະບົດໃໝ່ຂອງຈີນຢ່າງຟົດຟື້ນ, ຮອຍຍິ້ມຂອງຊາວບ້ານໄດ້ບອກເລົ່າເລື່ອງລາວຊົນນະບົດໃນຍຸກໃໝ່ຢູ່ທ່າມກາງກຸ່ມພູຂຽວທີ່ສວຍສົດງົດງາມ.


ໃກ້ຈະຮອດລະດູຮ້ອນແລ້ວ, ຟ້າແຈ້ງໄວຂຶ້ນກ່ອນປົກກະຕິ. ຢູ່ຕະຫຼາດນັດຂອງຕາແສງຜາຍປີ້ເມືອງຮົວຢວນມີຜູ້ຄົນສັນຈອນໄປມາຢ່າງຄັບຄາໜາແໜ້ນທ່າມກາງສຽງເຄື່ອງນຸ່ງຂອງຖືທີ່ປະດັບດ້ວຍເຄື່ອງເງິນກະທົບກັນ.

ປ້າສືຊຸ້ນຫຼຽນ ອະດີດເລຂາໜ່ວຍພັກບ້ານພ້ອມດ້ວຍຄົນຢູ່ໃນບ້ານດຽວກັນ ໄດ້ພາກັນເປ້ກະຢັງໄປຕະຫຼາດນັດຕັ້ງແຕ່ຮຸ່ງເຊົ້າ. ລາວບອກວ່າ: “ແຕ່ກີ້ອອກຈາກບ້ານໄປຕະຫຼາດນັດຕ້ອງຍ່າງເກືອບສອງຊົ່ວໂມງ, ແຕ່ດຽວນີ້ຂີ່ລົດໄປ 10 ປາຍນາທີກໍຮອດແລ້ວ.” ໃນຖານະເປັນສັກຂີພິຍານ ແລະ ຜູ້ມີສ່ວນຮ່ວມໃນການພັດທະນາບ້ານສິບແປດຖ້ຳ, ປ້າສືຊຸ້ນຫຼຽນທີ່ມີອາຍຸເກືອບ70ປີແລ້ວ ແມ່ນມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບເລື່ອງນີ້.



ປີນັ້ນ, ທ່ານສີຈິ້ນຜິງໄດ້ເດີນທາງມາເຖິງບ້ານສິບແປດຖ້ຳ, ຮ່ວມກັບພະນັກງານບ້ານແລະຊາວບ້ານທັງຫຼາຍໂດຍໄດ້ນັ່ງອ້ອມໂຕະລົມເລື່ອງລາວຊີວິດປະຈຳວັນແລະການພັດທະນາຢ່າງສະໜິດສະໜົມກັນ. ທ່ານສີຈິ້ນຜິງກ່າວວ່າ: ການຫຼຸດຜ່ອນຄວາມທຸກຍາກຕ້ອງຕິດແທດກັບຄວາມເປັນຈິງ, ອີງໃສ່ເງື່ອນໄຂເອື້ອອຳ ນວຍຂອງທ້ອງຖິ່ນ, ຕ້ອງຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ, ຢ່າຮ້ອງແຕ່ ຄຳຂວັນລ້າໆ ແລະ ຢ່າຕັ້ງເປົ້າໝາຍສູງເກີນໄປແບບບໍ່ສອດຄ່ອງກັບຄວາມເປັນ ຈິງ.

ເນື້ອທີ່ດິນປູກຝັງສະເລ່ຍຕໍ່ຫົວຄົນມີບໍ່ຮອດ1ມູ໋(ປະມານ0,07ເຮັກຕາ),ມັນຈະພັດທະນາຫຍັງໄດ້? ໃນເວລາທີ່ປ້າສືຊຸ້ນຫຼຽນພວມອຸກໃຈຢູ່ນັ້ນ, ເຄື່ອງນຸ່ງເຜົ່າມົ້ງໃນໂຕຂອງລາວໄດ້ສ້າງແຮງບັນດານໃຈຂຶ້ນມາທັນທີ, ລາວຕັດສິນໃຈສະເໜີຄວາມຄິດທີ່ຫວັງຢາກພັດທະນາອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງຢ່າງກ້າຫານ.

“ຕ້ອງຊອກຫາທາງອອກສາຍໜຶ່ງໃຫ້ແມ່ຍິງເຝົ້າເຮືອນຢູ່ໃນບ້ານໃຫ້ໄດ້.” ປີ2014, ປ້າສືຊຸ້ນຫຼຽນໄດ້ພັກຜ່ອນຮັບບຳນານໂດຍລາອອກຈາກຕຳແໜ່ງເລຂາໜ່ວຍພັກບ້ານ,ແຕ່ລາວບໍ່ໄດ້ຢູ່ລ້າ, ໂດຍໄດ້ດັດແປງເຮືອນມຸງດິນຂໍ 3 ຫ້ອງຂອງຕົນໃຫ້ເປັນໂຮງຜະລິດເຄື່ອງປັກແສ່ວເຜົ່າມົ້ງທັງເປັນສູນເຝິກອົບຮົມສີມືປັກແສ່ວເຜົ່າມົ້ງ ໂດຍສ້າງໃຫ້ເປັນສະຫະກອນເຄື່ອງປັກແສ່ວເຜົ່າມົ້ງຊາວກະສິກອນບ້ານສິບແປດຖ້ຳ.

ເພື່ອເຮັດໃຫ້ອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງພັດທະນາໄປຢ່າງໝັ້ນທ່ຽງ, ປ້າສືຊຸ້ນຫຼຽນໄດ້ຕັ້ງໜ້າຍາດແຍ່ງເອົາການສະໜັບສະໜູນຈາກພາກສ່ວນທີ່ກ່ຽວຂ້ອງ, ໂດຍໄດ້ຮ່ວມມືດ້ານອຸດສາຫະກຳກັບບໍລິສັດ ແລະ ສະຖາບັນການສຶກສາຊັ້ນສູງຕາມລຳດັບ, ສາມາດບຸກເບີກຮູບແບບບໍລິຫານທຸລະກິດຄື “ບໍລິສັດ+ສະຫະກອນ+ຄອບຄົວຊາວກະສິກອນ”ຢ່າງສຳເລັດຜົນ, ເຊິ່ງບໍ່ພຽງແຕ່ໄດ້ພັດທະນາອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງຢູ່ສ່ວນເລິກເຂດພູດອຍໃຫ້ມີຊີວິດຊີວາຂຶ້ນເທົ່ານັ້ນ ຍັງໄດ້ສ້າງສະຖານະພາບໃໝ່ໃຫ້ກັບແມ່ຍິງເຝົ້າເຮືອນຢູ່ໃນບ້ານສ່ວນຫຼາຍອີກດ້ວຍ.

ປີ2018, ທາງສະຫະກອນໄດ້ຮ່ວມມືກັບບໍລິສັດຈັກລົດໄຟຈູ່ໂຈ່ວກຸ່ມບໍລິສັດຈົ່ງເຊີຈີນ ຫຼື CRRC ຈຳກັດ ໂດຍເຊັນສັນຍາຈັບຄູ່ຈັດຊື້ສິນຄ້າ. “ການປັກແສ່ວ ລວດລາຍດັ້ງເດີມແມ່ນງ່າຍດາຍທີ່ສຸດ, ແຕ່ການປັກແສ່ວຫົວລົດໄຟມັນເປັນຄັ້ງທຳອິດໃນຊີວິດເລີຍ.” ເຖິງຈະມີສັນຍາແລ້ວ, ແຕ່ປ້າສືຊຸ້ນຫຼຽນ ບໍ່ກ້າປະໝາດແມ່ນແຕ່ໜ້ອຍດຽວ.

ເພື່ອເອົາປັດໄຈຕ່າງໆໃນລວດລາຍປັກແສ່ວເຜົ່າມົ້ງແບບດັ້ງເດີມເຊັ່ນ: ມັງກອນ, ນົກຟີນິກສ, ນົກຍູງ, ດອກໄມ້, ຕົ້ນໄມ້ໃບຫຍ້າ ແລະອື່ນໆ ເຊື່ອມໂຍງເຂົ້າໃນເຄື່ອງປັກແສ່ວ, ປ້າສືຊຸ້ນຫຼຽນໄດ້ເດີນທາງໄປມະຫາວິທະຍາໄລອຸດສາຫະກຳຫູໜານຫຼາຍເທື່ອເພື່ອທັດສະນະສຶກສາ,ເປິກສາຫາລືກັບທີມງານອອກແບບ ໂດຍໄດ້ປັບປຸງຮູບຫົວລົດໄຟຢ່າງບໍ່ຢຸດຢັ້ງ.

ເພື່ອສະເຫຼີມສະຫຼອງການສ້າງທຸລະກິດຂອງກຸ່ມບໍລິສັດ CRRC ຄົບຮອບ140ປີ, ຜູ້ປັກແສ່ວ 8 ຄົນຢູ່ໃນສະຫະກອນເຄື່ອງປັກແສ່ວເຜົ່າມົ້ງບ້ານສິບແປດຖ້ຳໄດ້ໃຊ້ເວລາ 23 ວັນ, ໃຊ້ເສັ້ນປັກແສ່ວ 50 ກວ່າຊະນິດ, ປັກແສ່ວເປັນ 600.000 ກວ່າເທື່ອ, ຈຶ່ງຜະລິດເຄື່ອງປັກແສ່ວໃນຮູບ “ມັງກອນໃຫຍ່ເຫິນຟ້າ” ໃຫ້ສຳເລັດໄດ້. ທຸກເທື່ອທີ່ເວົ້າເຖິງຜົນງານອັນນີ້, ປ້າສືຊຸ້ນຫຼຽນ ຈະເວົ້າດ້ວຍຄວາມພາກພຸມໃຈວ່າ: “ປັດຈຸບັນ, ໃບສັ່ງຈອງສິນຄ້າຂອງພວກເຮົາແຕ່ລະປີ ສະເພາະແຕ່ກຸ່ມບໍລິສັດຈົ່ງເຊີຈີນ ຫຼື CRRC ແມ່ນມີມູນຄ່າເຖິງ 100.000 ຢວນ, ແມ່ຍິງພວກເຮົາແມ່ນສາມາດຫາເງິນຢູ່ໃກ້ບ້ານເຮືອນໄດ້ເລີຍ.



ເຄື່ອງປັກແສ່ວເຜົ່າມົ້ງໄດ້ຊົມໃຊ້ໂອກາດຈາກ “ລົດໄຟຄວາມໄວສູງ”, ຜ່ານຈາກເຂັມນ້ອຍໆສາມາດເຮັດທຸລະກິດໃຫຍ່ໄດ້. ປ້າສືຊຸ້ນຫຼຽນແນມເບິ່ງເຄື່ອງປັກແສ່ວເຜົ່າມົ້ງທີ່ສວຍງາມປານີດຕ່າງໆພ້ອມອຸທານອອກມາວ່າ: “ຖ້າຫາກວ່າທ່ານປະທານສີຈິ້ນຜິງມາບ້ານສິບແປດຖ້ຳອີກ, ຂ້າພະເຈົ້າຕ້ອງບອກໃຫ້ເພິ່ນຮູ້ວ່າ: ອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງພວກເຮົາໄດ້ພັດທະນາຂຶ້ນແລ້ວ, ຊີວິດການເປັນຢູ່ກໍນັບມື້ນັບດີຂຶ້ນ.” ຕາມໄດ້ຮູ້ມາວ່າ: ປັດຈຸບັນ, ສະຫະກອນເຄື່ອງປັກແສ່ວເຜົ່າມົ້ງບ້ານສິບແປດຖ້ຳມີຜູ້ປັກແສ່ວ 54 ຄົນ, ໃນນັ້ນ ມີຜູ້ສືບທອດມໍລະດົກວັດທະນະທຳນາມມະທຳ 8 ຄົນ.

  

“ຫອມແທ້ເນາະ, ເບິ່ງຄືເປັນຕາແຊບອີ່ຫຼີ!”

“ຊີ້ນແຫ້ງແມ່ນຄອບຄົວເຮົາເຮັດເອງ, ໜໍ່ໄມ້ແມ່ນເກັບຢູ່ໃນປ່າມາແຕ່ເຊົ້າ, ສົດໃໝ່ຫຼາຍ.” ພໍດີເປັນເວລາກິນເຂົ້າ, ນາງໂຫຼງຊິງຮົວ ຊາວບ້ານບ້ານສິບແປດຖ້ຳກຳລັງເອົາຊີ້ນແຫ້ງຂົ້ວໃສ່ໜໍ່ໄມ້ທີ່ແຕ່ງແລ້ວໃໝ່ ສົດໆຮ້ອນໆ ໄປໃຫ້ນັກທ່ອງທ່ຽວຊີມ.

ປີ2014, ຄຽງຄູ່ກັບຜູ້ຄົນທີ່ໄປທ່ອງທ່ຽວ ແລະ ທັດສະນະສຶກສາຢູ່ບ້ານສິບແປດຖ້ຳນັບມື້ນັບຫຼາຍຂຶ້ນ, ນາງ ໂຫຼງຊິງຮົວ ໄດ້ຫັນຈາກຊາວບ້ານກາຍມາເປັນນັກທຸລະກິດ, ໂດຍໄດ້ເປີດຮ້ານອາຫານພື້ນບ້ານຢູ່ເຮືອນຂອງຕົນ, ທຸລະກິດໃນຫຼາຍປີຜ່ານມານີ້ນັບມື້ນັບຈະເລີນຍິ່ງໆຂຶ້ນ.

“ພໍຮອດມື້ພັກຍາມບຸນ, ໂຕະອາຫານຢູ່ໃນເຮືອນ ແລະ ນອກເຮືອນຈຳນວນຫຼາຍສິບໂຕະແມ່ນມີລູກຄ້ານັ່ງເຕັມໝົດ, ອາຫານໂຕະໜຶ່ງລາຄາ 300 ຢວນ, ປີໜຶ່ງມີລາຍໄດ້ພໍກຸ້ມຄ່າໃຊ້ຈ່າຍໝົດຄອບຄົວ.” ນາງໂຫຼງຊິງຮົວໃຫ້ຮູ້ວ່າ: ເຖິງວ່າໃນຊຸມປີຜ່ານມາມີແຂກຄົນໜ້ອຍລົງຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19ກໍຕາມ, ແຕ່ວ່າໃນປັດຈຸບັນ, ເປີດຮ້ານອາຫານພື້ນບ້ານ,ຂາຍຊີ້ນແຫ້ງທີ່ຄອບຄົວຕົນເຮັດເອງ, ລາຍໄດ້ເດືອນໜຶ່ງແມ່ນຫຼາຍກວ່າລາຍໄດ້ເປັນປີໃນເມື່ອກ່ອນຢ່າງຫຼວງຫຼາຍ, ຕົນເອງຮູ້ສຶກມີຄວາມໝັ້ນໃຈ ແລະ ຫ້າວຫັນຢ່າງເຕັມປ່ຽມ.

ຜູ້ທີ່ມີຄວາມຫ້າວຫັນຢ່າງເຕັມປ່ຽມເຊັ່ນດຽວກັນນັ້ນ ຍັງມີທ້າວ ສືຢີ້ ທີ່ພວມຊ່ວຍແມ່ເຖົ້າເກັບມ້ຽນໂຕະອາຫານ.

ຕອນທີ່ທ່ານສີຈິ້ນຜິງໄປຢ້ຽມຢາມບ້ານສິບແປດຖ້ຳ, ທ້າວສືຢີ້ ມີອາຍຸຫາກໍເຕັມ 4 ປີ, ຕອນນັ້ນ ລາວເບິ່ງ “ແຂກຜູ້ມີກຽດ” ທ່ານນີ້ ດ້ວຍຄວາມໄຮ້ດຽງສາ. ທ້າວສືຢີ້ບອກວ່າ: “ຄົນໃນຄອບຄົວມັກເວົ້າເຖິງເລື່ອງນີ້ຢູ່ເລື້ອຍໆ ຂ້ອຍຮູ້ສຶກວ່າໂຕເອງແມ່ນໂຊກດີຫຼາຍ.” ປັດຈຸບັນ, ທ້າວສືຢີ້ມີອາຍຸ13ປີແລ້ວ, ລາວເກັບມ້ຽນຖ້ວຍບ່ວງ ໄມ້ຖູ່, ເຊັດໂຕະ… ທຸກຢ່າງແມ່ນເຮັດດ້ວຍຄວາມຊຳນິຊຳນານປານຜູ້ໃຫຍ່, ເບິ່ງຊົງຄືມີຄວາມເປັນຜູ້ໃຫຍ່ເຕັມໂຕລັກສະນະແບບນີ້ແມ່ນມີໜ້ອຍທີ່ສຸດໃນໝູ່ຄົນອາຍຸສ່ຳກັນ.

“ຂ້ອຍຢາກເສັງເຂົ້າມະຫາວິທະຍາໄລຂອງປັກກິ່ງ, ໄປເບິ່ງສະໜາມຫຼວງທຽນອ່ານເມີນ.” ເວົ້າສຸດແລ້ວ,ລາວກໍກົ້ມໜ້າເປີດອ່ານປຶ້ມຮຽນ. ປັດຈຸບັນ, ລາວພວມຮຽນຢູ່ມັດທະຍົມຕອນຕົ້ນປີທີ1 ຂອງໂຮງຮຽນມັດທະຍົມຜາຍປີ້ເມືອງຮົວຢວນ, ເສັງໄດ້ຄະແນນດີຈັດຢູ່ 10 ອັນດັບຕົ້ນໃນຊັ້ນຮຽນຂອງລາວ.

  ນັບຕັ້ງແຕ່ປີ2013ເປັນຕົ້ນມາ, ບ້ານສິບແປດຖ້ຳບໍ່ພຽງແຕ່ມີຊາວໜຸ່ມກັບມາເຮັດວຽກຢູ່ພາຍໃນບ້ານຫຼາຍຂຶ້ນເທົ່ານັ້ນ, ນັກຮຽນທີ່ອອກຈາກບ້ານພູດອຍຫ່າງໄກສອກຫຼີກໄປເຂົ້າຮຽນມະຫາວິທະຍາໄລຢູ່ນອກກໍເພີ່ມຫຼາຍຂຶ້ນເຊັ່ນດຽວກັນ. ນັບມາຮອດປີ 2021,ບ້ານສິບແປດຖ້ຳມີນັກຮຽນທີ່ສາມາດເສັງເຂົ້າມະຫາວິທະຍາໄລໄດ້ທັງໝົດ 35 ຄົນ.


ລະຫວ່າງປີ2020-2021, ບ້ານສິບແປດຖ້ຳໄດ້ຕ້ອນຮັບນັກທ່ອງທ່ຽວ400.000ເທື່ອຄົນຕໍ່ປີ, ໄດ້ສ້າງລາຍຮັບຈາກການທ່ອງທ່ຽວບັນລຸ 10.000.000 ກວ່າຢວນ. ປີ2022, ບ້ານສິບແປດຖ້ຳຖືກຍົກລະດັບໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງຊາດລະດັບ 5A ຂອງຈີນຢ່າງເປັນທາງການ, ມີແຂກຄົນໄປທັດສະນະສຶກສາ ແລະ ທ່ອງທ່ຽວຢ່າງບໍ່ຂາດສາຍ.



ເດືອນມິຖຸນາປີ 2018, ທ່ານບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໃນເວລານັ້ນໄດ້ເດີນທາງໄປຢ້ຽມຢາມຈີນຕາມຄຳເຊີນ, ເມື່ອສຳເລັດການເຄື່ອນໄຫວຢ້ຽມຢາມຢູ່ນະຄອນຫຼວງປັກກິ່ງແລ້ວ, ເພິ່ນໄດ້ນຳພາຄະນະຜູ້ແທນລາວເດີນທາງໄປຢ້ຽມຢາມບ້ານສິບແປດຖ້ຳເມືອງຮົວຢວນກິ່ງແຂວງປົກຄອງຕົນເອງເຜົ່າມົ້ງ ເຜົ່າຖູເຈ່ຍຊ່ຽງຊີແຂວງຫູໜານ, ຖືເປັນການລົງພື້ນທີ່ຕົວຈິງເພື່ອຄົ້ນຫາບົດຮຽນຂອງຈີນແຫ່ງການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ.

ບ້ານເຜົ່າມົ້ງນ້ອຍໆທີ່ຕັ້ງຢູ່ສ່ວນເລິກສາຍພູອູຫຼິງແຫ່ງນີ້ໄດ້ຕ້ອນຮັບການມາຢ້ຽມຢາມຂອງປະມຸກລັດຕ່າງປະເທດເປັນຄັ້ງທຳອິດ, ສ່ວນທິວທັດຊົນນະບົດທີ່ສະຫງົບ ຮັ່ງມີ ຢູ່ທ່າມກາງພູຂຽວ ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ກັບທ່ານບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ, ເພິ່ນກ່າວຢືນຢັນວ່າ: ບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍຂອງຈີນແມ່ນເປັນໜ້າຖອດຖອນເອົາເປັນບົດຮຽນທີ່ດີ.

ເດືອນເມສາປີ 2019, ໃນໄລຍະບຸນຫົດນ້ຳປີໃໝ່ລາວ, ຊາວບ້ານບ້ານສິບແປດຖ້ຳໄດ້ຮ່ວມກັນຂຽນຈົດໝາຍເຖິງທ່ານບຸນຍັງ ວໍລະຈິດ, ເພື່ອແຈ້ງສະພາບການພັດທະນາບ້ານຂອງຕົນໃນໄລຍະ 1 ປີຜ່ານມາ, ທັງອວຍພອນໄຊອັນປະເສີດໃຫ້ແກ່ເພິ່ນເນື່ອງໃນໂອກາດບຸນປີໃໝ່ລາວ.

ຫຼັງຈາກນັ້ນເດືອນເຄິ່ງ, ຈົດໝາຍຕອບຂອງທ່ານບຸນຍັງ ວໍລະຈິດ ໄດ້ຖືກສົ່ງເຖິງຊາວບ້ານ. ຕອນເລີ່ມຕົ້ນຈົດໝາຍຂອງທ່ານບຸນຍັງ ວໍລະຈິດໄດ້ລະບຸໂດຍເອີ້ນຊາວບ້ານສິບແປດຖ້ຳເປັນ “ບັນດາສະຫາຍທີ່ຮັກແພງ” ໂດຍມີເນື້ອໃນບາງຕອນລະບຸວ່າ: “ກ່ອນອື່ນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ປະຊາຊົນບ້ານສິບແປດຖ້ຳໄດ້ສົ່ງຈົດໝາຍໄປຢື້ຢາມຖາມຂ່າວຂ້າພະເຈົ້າ ທັງໄດ້ສົ່ງຄຳອວຍພອນອັນປະເສີດໃນໂອກາດບຸນປີໃໝ່ລາວໃຫ້ແກ່ຂ້າພະເຈົ້າພ້ອມດ້ວຍຄອບຄົວ ເຊິ່ງເປັນການສະແດງໃຫ້ເຫັນເຖິງມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດລາວ-ຈີນ.” ເນື້ອໃນຈົດໝາຍຕອບຂອງທ່ານບຸນຍັງວໍລະຈິດຍັງລະບຸຕື່ມວ່າ: ຂ້າພະເຈົ້າໄດ້ເຫັນບັນດາຜົນສຳເລັດຮອບດ້ານຂອງບ້ານສິບແປດຖ້ຳຈາກການລຶບລ້າງຄວາມທຸກຍາກໃນໄລຍະສັ້ນ ພາຍໃຕ້ການຊີ້ນຳທີ່ສຳຄັນ,ຖືກຈຸດ ແລະ ຖືກເປົ້າໝາຍຂອງສະຫາຍເລຂາທິການໃຫຍ່ ປະທານປະເທດສີຈິ້ນຜິງ ໃນຊຸມປີຜ່ານມາ ເຊິ່ງໄດ້ເຮັດໃຫ້ບ້ານສິບແປດຖ້ຳມີໃບໜ້າໃໝ່, ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ. ຜົນສຳເລັດຂອງບັນດາສະຫາຍໄດ້ເປັນບົດຮຽນອັນປະເສີດໃຫ້ແກ່ປະຊາຊົນລາວພວກຂ້າພະເຈົ້າທີ່ພວມສູ້ຊົນແກ້ໄຂຄວາມທຸກຍາກ ເພື່ອນຳເອົາປະເທດຊາດຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາໃນຕໍ່ໜ້າ.

ເລື່ອງລາວ “ບ້ານສິບແປດຖ້ຳ”ລະຫວ່າງຈີນ-ລາວແມ່ນເປັນເລື່ອງລາວທີ່ໜ້າປະທັບໃຈ ກາຍເປັນສັກຂີພິຍານໃຫ້ແກ່ສອງພັກສອງປະເທດເກາະແຂນກັນກ້າວເດີນໄປຂ້າງໜ້າ. ບ້ານເຜົ່າມົ້ງບ້ານນ້ອຍໆໄດ້ຜ່ານຈາກແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ເຊິ່ງເປັນສາຍໃຍຜູກພັນເຮັດໃຫ້ຄວາມໃຝ່ຝັນຂອງປະຊາຊົນບັນດາປະເທດຢູ່ໃນໂລກທີ່ຫວັງຢາກມີຊີວິດການເປັນຢູ່ທີ່ດີງາມກວ່າເກົ່າເຊື່ອມສານເຂົ້າກັນ.