ໄທຈະສົ່ງຄະນະຜູ້ແທນທີ່ມີຈຳນວນຫຼາຍທີ່ສຸດໄປເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6

2023-11-03 11:21:58 cri


ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນລະຫວ່າງວັນທີ 5 ຫາ 10 ພະຈິກນີ້. ປັດຈຸບັນ, ວຽກງານກະກຽມດ້ານຕ່າງໆໄດ້ສຳເລັດໂດຍພື້ນຖານແລ້ວ. ປີນີ້ມີວິສາຫະກິດໄທ 20 ແຫ່ງຈະໄປເຂົ້າຮ່ວມງານວາງສະແດງຄັ້ງນີ້, ເປັນຂະໜາດໃຫຍ່ທີ່ສຸດສຳລັບປະເທດໄທເມື່ອທຽບໃສ່ຫຼາຍປີຜ່ານມາ.

ປີນີ້ແມ່ນປີທີ 6 ຕິດຕໍ່ກັນທີ່ໄທເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ. ວິສາຫະກິດທີ່ເຂົ້າຮ່ວມການວາງສະແດງຕົ້ນຕໍແມ່ນມາຈາກຂົງເຂດອາຫານແລະກະສິກຳ. ໃນງານວາງສະແດງຄັ້ງນີ້, ໄທມີຮ້ານວາງສະແດງ 20 ແຫ່ງ, ກວມເນື້ອທີ່ປະມານ 220 ຕາແມັດ. ກະຊວງການຄ້າໄທຫວັງວ່າ ຈະນຳໃຊ້ເວທີງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ລົງເລິກຊ່ວຍເຫຼືອການພັດທະນາຂອງວິສາຫະກິດຂະໜາດກາງແລະນ້ອຍຂອງໄທ.