ກອງປະຊຸມວຽກງານທະນາຄານສູນກາງຈີນຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-11-03 11:20:40 cri


ຫວ່າງມໍ່ໆມານີ້, ກອງປະຊຸມວຽກງານທະນາຄານສູນກາງຈີນຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ສຳຄັນ.

ກອງປະຊຸມຄັ້ງນີ້ເນັ້ນໜັກວ່າ: ທະນາຄານແມ່ນສາຍເລືອດຂອງເສດຖະກິດແຫ່ງຊາດ, ແມ່ນສ່ວນປະກອບທີ່ສຳຄັນຂອງກຳລັງແຂ່ງຂັນແກນກາງຂອງປະເທດຊາດ, ດັ່ງນັ້ນ, ຕ້ອງເລັ່ງສ້າງປະເທດເຂັ້ມແຂງດ້ານທະນາຄານ, ເພີ່ມທະວີການຕິດຕາມກວດກາດ້ານທະນາຄານຢ່າງຮອບດ້ານ, ປັບປຸງໂຄງປະກອບທະນາຄານໃຫ້ສົມບູນຂຶ້ນ, ປັບປຸງການບໍລິການດ້ານທະນາຄານໃຫ້ດີຂຶ້ນ, ປ້ອງກັນແລະແກ້ໄຂຄວາມສ່ຽງ, ຍຶດໝັ້ນເດີນຕາມເສັ້ນທາງການພັດທະນາທະນາຄານທີ່ມີສີສັນພິເສດຂອງຈີນຢ່າງໝັ້ນໜຽວບໍ່ປ່ຽນແປງ, ຊຸກຍູ້ໃຫ້ທະນາຄານຂອງຈີນພັດທະນາດ້ວຍຄຸນນະພາບສູງ ເພື່ອເປັນການຄ້ຳປະກັນທີ່ແຂງແຮງໃຫ້ແກ່ການຊຸກຍູ້ການສ້າງປະເທດເຂັ້ມແຂງຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ ແລະ ພາລະກິດຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.