ແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ” ຄົບຮອບ 10 ປີ ໄດ້ແຕກດອກອອກຜົນຢູ່ຫຼາຍປະເທດໃນໂລກ

2023-11-03 09:27:54 cri


ປີນີ້ແມ່ນທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນສະເໜີແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ” ຄົບຮອບ 10 ປີ. ໃນໄລຍະ 10 ປີຜ່ານມາ, ແນວຄິດດັ່ງກ່າວບໍ່ພຽງແຕ່ໄດ້ກາຍເປັນເຄັດລັບສຳຄັນທີ່ຈີນເອົາຊະນະບັ້ນລຶບລ້າງຄວາມທຸກຍາກເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນເປັນບົດຮຽນອັນລ້ຳຄ່າຂອງຈີນເຂົ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກຂອງມວນມະນຸດ, ໄດ້ຮັບຄວາມສົນໃຈ ແລະ ການຍອມຮັບຢ່າງກວ້າງຂວາງຈາກປະຊາຄົມໂລກ. ປັດຈຸບັນນີ້, ຄຽງຄູ່ກັບຈີນຕັ້ງໜ້າດຳເນີນການຮ່ວມມືສາກົນດ້ານການຫຼຸດຜ່ອນຄວາມທຸກຍາກ, ແນວຄິດ“ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ”ໄດ້ຝັງຮາກເລິກ ແລະ ແຕກດອກອອກຜົນຢູ່ຫຼາຍປະເທດໃນໂລກ.

ສິບແປດຖ້ຳເປັນບ້ານເຜົ່າມົ້ງຢູ່ແຂວງຫູໜານຈີນ, ຍ້ອນວ່າຢູ່ຕາມເຂດພູດອຍອ້ອມຂ້າງບ້ານມີຖ້ຳຍ້ອຍ 18 ແຫ່ງ ຈຶ່ງໄດ້ຊື່ດັ່ງກ່າວ. ໃນອະດີດ, ຢູ່ທີ່ແຫ່ງນີ້ມີຄົນຫຼາຍ, ດິນບໍ່ເໝາະສົມຕໍ່ການປູກຝັງ, ພູສູງ ທາງຊັນ, ມີບັນຫາຄວາມທຸກຍາກມາແຕ່ດົນນານແລ້ວ, ເຄີຍເປັນຕົວແທນໃຫ້ແກ່ເຂດທຸກຍາກຫຼາຍແຫ່ງທີ່ຕ້ອງການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮີບດ່ວນຢູ່ແຂວງຫູໜານກໍຄືທົ່ວປະເທດຈີນ. ເມື່ອ 10 ປີກ່ອນ, ຜູ້ທຸກຍາກຢູ່ທີ່ແຫ່ງນີ້ຫຼາຍກວ່າເຄິ່ງໜຶ່ງ, ລາຍຮັບທີ່ສາມາດຈັບຈ່າຍໄດ້ສະເລ່ຍຕໍ່ຫົວຄົນມີພຽງແຕ່ 1600 ກວ່າຢວນຕໍ່ປີເທົ່ານັ້ນ.

ວັນທີ 3 ພະຈິກ 2013, ທ່ານສີຈິ້ນຜິງໄດ້ເດີນທາງໄປຕາມເສັ້ນທາງເທິງພູຄົດລ້ຽວທີ່ຄັບແຄບ, ໄປສຳຫຼວດກວດກາ ແລະ ຄົ້ນຄວ້າວຽກງານຢູ່ບ້ານສິບແປດຖ້ຳ, ໂດຍໄດ້ສະເໜີແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ” ເປັນຄັ້ງທຳອິດຢູ່ທີ່ແຫ່ງນີ້.

ທ່ານສີຈິ້ນຜິງກ່າວວ່າ: ໃນເວລາປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກ, ຕ້ອງຫຼີກລ່ຽງການຮ້ອງຄຳຂວັນພຽງແຕ່ທາງເປົ່າ, ແລະຢ່າວາງເປົ້າໝາຍທີ່ສູງເກີນຄວາມເປັນຈິງ. ການຫຼຸດຜ່ອນຄວາມທຸກຍາກຕ້ອງຕິດແທດກັບຄວາມເປັນຈິງ, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ, ຊີ້ນຳຕາມສະພາບການທຸກປະເພດ, ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ.

ນັບຕັ້ງແຕ່ນັ້ນມາ, ບັ້ນລຶບລ້າງຄວາມທຸກຍາກຂອງຈີນໄດ້ເຂົ້າສູ່ໄລຍະໃໝ່ທີ່ຖືເອົາການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍເປັນຈຸດພິເສດ. ຈາກນັ້ນມາ, ບ້ານສິບແປດຖ້ຳໄດ້ອີງຕາມເງື່ອນໄຂຂອງຕົນ, ອອກແຮງພັດທະນາການປູກໝາກກີວີ, ລ້ຽງງົວແລະແບ້, ປັກແສ່ວເຜົ່າມົ້ງ, ການທ່ອງທ່ຽວຊົນນະບົດ ແລະອື່ນໆ, ລາຍຮັບຂອງຊາວບ້ານໄດ້ເພີ່ມຂຶ້ນທຸກປີ. ປີ 2017, ບ້ານສິບແປດຖ້ຳໄດ້ຫຼຸດພົ້ນອອກຈາກລາຍຊື່ບ້ານທຸກຍາກ. ປີ 2022, ລາຍຮັບສະເລ່ຍຕໍ່ຫົວຄົນຂອງທົ່ວບ້ານມີຫຼາຍກວ່າ 23.500 ຢວນ.


ໂສມໜ້າໃໝ່ຂອງບ້ານສິບແປດຖ້ຳ


ເດືອນມິຖຸນາ 2018, ບ້ານສິບແປດຖ້ຳໄດ້ຕ້ອນຮັບປະມຸກລັດຕ່າງປະເທດຜູ້ທຳອິດທີ່ໄປຢ້ຽມຢາມ, ຄື ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໃນເວລານັ້ນທີ່ໄປຢ້ຽມຢາມຈີນ. ຈຸດປະສົງການຢ້ຽມຢາມຂອງທ່ານຄັ້ງນັ້ນ, ແມ່ນເພື່ອຄົ້ນຄວ້າບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍຂອງຈີນ. ບັນດາຊາວບ້ານໄດ້ຫວນຄືນວ່າ, ທ່ານບຸນຍັງ ວໍລະຈິດໄດ້ໄປຢ້ຽມຢາມເຮືອນຂອງຊາວບ້ານທີ່ທ່ານສີຈິ້ນຜິງເຄີຍໄປຢ້ຽມຢາມນັ້ນເປັນການສະເພາະ, ກວດເບິ່ງໃນເຮືອນ ແລະ ນອກເຮືອນຢ່າງລະອຽດ. ໃນເວລາໂອ້ລົມກັບຊາວບ້ານ, ທ່ານບຸນຍັງ ວໍລະຈິດໃຫ້ຄວາມສົນໃຈເປັນພິເສດຕໍ່ການພັດທະນາອຸດສາຫະກຳ, ການກໍ່ສ້າງພັກຢູ່ຂັ້ນຮາກຖານ, ໃຜເປັນຜູ້ກຳກັບວຽກງານຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ ແລະເລື່ອງອື່ນໆຢູ່ບ້ານສິບແປດຖ້ຳ. ທ່ານສື່ເຕີ່ງກ່າວ ຫົວໜ້າໜ່ວຍງານຫຼຸດຜ່ອນຄວາມທຸກຍາກຂອງຄະນະພັກເມືອງຮວາຢວນປະຈຳບ້ານສິບແປດຖ້ຳໃນເວລານັ້ນກ່າວວ່າ: “ທ່ານບຸນຍັງ ວໍລະຈິດໄດ້ທັດສະນະສຶກສາຮອບໜຶ່ງຕາມເສັ້ນທາງທີ່ທ່ານສີຈິ້ນຜິງເຄີຍໄປ, ແລ້ວສົນທະນາກັບຊາວບ້ານຢູ່ສະຖານທີ່ທີ່ທ່ານສີຈິ້ນຜິງສົນທະນາກັບພະນັກງານບ້ານ ແລະ ຊາວບ້ານ. ໃນການສົນທະນາຄັ້ງນີ້, ສິ່ງທີ່ທ່ານບຸນຍັງ ວໍລະຈິດໄດ້ສົນໃຈຫຼາຍທີ່ສຸດແມ່ນເລື່ອງທີ່ບ້ານສິບແປດຖ້ຳຫຼຸດພົ້ນອອກຈາກຄວາມທຸກຍາກຄືແນວໃດ, ບົດຮຽນຂອງບ້ານສິບແປດຖ້ຳຈະມີຜົນປະໂຫຍດຄືແນວໃດຕໍ່ກັບປະເທດລາວ.”

ເມື່ອເດີນທາງອອກຈາກນະຄອນຫຼວງວຽງຈັນ ໄປທາງທິດເໜືອປະມານ 1 ຊົ່ວໂມງປາຍ, ກໍໄດ້ເຂົ້າສູ່ເຂດພູດອຍທາງເໜືອຂອງນະຄອນຫຼວງວຽງຈັນທີ່ມີພູມສັນຖານຫຍຸ້ງຍາກສັບສົນ. ເດີນທາງໄປຕາມທາງຫຼວງ ແລະ ທາງດິນແດງຢູ່ທ່າມກາງພູດອຍອີກຊົ່ວໂມງໜຶ່ງ, ກໍໄປຮອດບ້ານຊໍ້ເມືອງສັງທອງທີ່ຕັ້ງຢູ່ໃນຮ່ອມພູ. ຢູ່ບ້ານແຫ່ງນີ້ມີປະຊາຊົນ 400 ກວ່າຄອບຄົວ. ປີ 2017, ຢູ່ພາຍໃນບ້ານມີຄອບຄົວທຸກຍາກ ປະມານ 200 ຄອບຄົວ. ຢູ່ໃນບ້ານສິ່ງກໍ່ສ້າງພື້ນຖານໂຄງລ່າງຫຼ້າຫຼັງ, ເສັ້ນທາງຄົມມະນາຄົມບໍ່ສະດວກ, ນ້ຳໃຊ້ຢູ່ໄກ, ບໍ່ມີຊົນລະປະທານລະບາຍນ້ຳເຂົ້ານາ.

ບ້ານຊໍ້ເປັນໜຶ່ງໃນໂຄງການສາທິດຊ່ວຍເຫຼືອດ້ານເຕັກນິກແຫ່ງການຮ່ວມມືຫຼຸດຜ່ອນຄວາມທຸກຍາກອາຊີຕາເວັນອອກທີ່ຈີນປະຕິບັດຢູ່ປະເທດລາວ, ເດືອນກັນຍາປີ 2017, ສູນຄຸ້ມຄອງໂຄງການຊ່ວຍເຫຼືອຕ່າງປະເທດຫຼຸດຜ່ອນຄວາມທຸກຍາກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໄດ້ເລີ່ມຮັບຜິດຊອບໂຄງການດັ່ງກ່າວ. ທ່ານຟ້ານຊີ່ນິງ ຫົວໜ້າໜ່ວຍຊ່ຽວຊານຝ່າຍຈີນໂຄງການສາທິດແຫ່ງການຮ່ວມມືຫຼຸດຜ່ອນຄວາມທຸກຍາກຈີນ-ລາວ ທັງເປັນຜູ້ຮັບຜິດຊອບຝ່າຍຈີນປະຈຳຫ້ອງການຄຸ້ມຄອງໂຄງການຮ່ວມມືລະຫວ່າງລັດຖະບານຈີນ-ລາວໃຫ້ຮູ້ວ່າ: “ບ້ານຊໍ້ມີຜູ້ທຸກຍາກຈຳນວນຫຼາຍ. ໃນເວລາທີ່ອອກແບບໂຄງການຫຼຸດຜ່ອນຄວາມທຸກຍາກ, ພວກເຮົາໄດ້ວິເຄາະສະພາບຄວາມທຸກຍາກຂອງທົ່ວບ້ານໂດຍ ລວມ. ໄດ້ອະທິບາຍຕໍ່ຊາວບ້ານ, ປຸກລະດົມໃຫ້ເຂົາເຈົ້າ, ຍົກລະດັບຄວາມສາມາດສັງລວມ ແລະ ລະດັບເຕັກນິກກະສິກຳໃຫ້ເຂົາເຈົ້າໂດຍຜ່ານການອົບຮົມຢ່າງຫຼວງຫຼາຍ. ສະນັ້ນຜູ້ເຂົ້າຮ່ວມໂຄງການນີ້ຈຶ່ງນັບມື້ນັບຫຼາຍຂຶ້ນ ແລະ ມີຄວາມຫ້າວຫັນສູງຂຶ້ນ, ຫຼັງຈາກສອນໃຫ້ເຂົາເຈົ້າຮຽນຮູ້ແລ້ວ, ຊາວບ້ານທີ່ບໍ່ຍອມຮັບໃນເມື່ອກ່ອນ ກໍສະໝັກເຂົ້າຮ່ວມໂຄງການ.”


ການລ້ຽງງົວແມ່ນໜຶ່ງໃນໂຄງການຫຼຸດຜ່ອນຄວາມທຸກຍາກທີ່ຜູ້ຊ່ຽວຊານຈີນຈັດວາງຕາມສະພາບຕົວຈິງຂອງບ້ານຊໍ້


ຮູບການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍຂອງຈີນ ເຊິ່ງລວມທັງການນຳໃຊ້ມາດຕະການຕາມຄວາມເປັນຈິງຂອງທຸກຄົນທຸກຄອບຄົວ, ໄດ້ຮັບການປະຕິບັດຢ່າງເຕັມສ່ວນຢູ່ໃນບ້ານພູດອຍແຫ່ງນີ້ຂອງປະເທດລາວ. ຫ້ອງການຄຸ້ມຄອງໂຄງການໄດ້ຈັດຊຸດອົບຮົມວິທີການຕ່ຳແຜ່ນ ປູກສາລີ ລ້ຽງງົວ ແລະ ອື່ນໆໃຫ້ແກ່ຊາວບ້ານ. ຍົກເອົາໂຄງການຕ່ຳແຜ່ນໂດຍຈັດຕາມເງື່ອນໄຂສະເພາະຂອງຊາວບ້ານນັ້ນມາເປັນຕົວຢ່າງ, ມີຫຼາຍສິບຄອບຄົວໄດ້ເຂົ້າຮ່ວມ, ໂດຍຜ່ານໂຄງການດັ່ງກ່າວ, ແຕ່ລະຄອບຄົວ ປີໜຶ່ງຈະມີລາຍຮັບປະມານ 600-700 ໂດລາ. ຫ້ອງການຄຸ້ມຄອງໂຄງການຍັງໄດ້ຕັ້ງໜ້າຊອກຫາຄູ່ຮ່ວມມື, ຊ່ວຍເຫຼືອເປີດກວ້າງຊ່ອງທາງຈຳໜ່າຍ. 


ຊາວບ້ານຕ່ຳຫູກດ້ວຍວິທີດັ່ງເດີມ


ທ່ານຄຳຈັນ ບຸດວິໄນ ຮອງນາຍບ້ານບ້ານຊໍ້ກ່າວວ່າ: “ທີ່ຈິງແລ້ວ ຊາວບ້ານຊໍ້ພວກເຮົາມີສີໄມ້ລາຍມືໃນການຕ່ຳຫູກມາແຕ່ດົນນານແລ້ວ, ແຕ່ຜູ້ຊ່ຽວຊານຈີນໄດ້ພົບເຫັນບັນຫາກ່ຽວກັບການຕ່ຳຫູກ, ເປັນຕົ້ນແມ່ນລວດລາຍບໍ່ມີການປ່ຽນແປງ ຍັງເປັນລວດລາຍແບບເກົ່າ, ການວາງຈຳໜ່າຍແລະຊອກຫາລູກຄ້າມີຄວາມຫຍຸ້ງຍາກ ແລະ ຊາວບ້ານຕ່ຳຫູກແບບກະແຈກກະຈາຍ. ປັດຈຸບັນພວກເຮົາໄດ້ຈັດຕັ້ງເປັນກຸ່ມແລ້ວ, ໂດຍສະເພາະແມ່ນໂຄງການລາວ-ຈີນໄດ້ເຂົ້າມາຊ່ວຍເຫຼືອພວກເຮົາຊອກຫາຕະຫຼາດ ແລະ ການຕ່ຳຫູກແມ່ນຕ່ຳຕາມລູກຄ້າສັ່ງ, ຫຼັງຈາກຕ່ຳສຳເລັດແລ້ວ, ລູກຄ້າກໍມາເອົາເຖິງທີ່ເລີຍ. ນອກຈາກນີ້, ພວກເຮົາຍັງສາມາດເອົາຜະລິດຕະພັນຂອງຕົນເອງໄປວາງສະແດງຢູ່ຫ້ອງວາງສະແດງຂອງບ້ານ ເພື່ອໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມສາມາດຊື້ໄດ້.”


ຜະລິດຕະພັນຕ່ຳຫູກຂອງຊາວບ້ານບ້ານຊໍ້


ບ້ານຊໍ້ຕັ້ງຢູ່ເຂດພູດອຍຫ່າງໄກສອກຫຼີກ, ຖືກນ້ຳສາຍໜຶ່ງຕັດຜ່ານອອກເປັນສອງຟາກຕາເວັນອອກ ແລະ ຕາເວັນຕົກ, ເປັນເວລາດົນນານມາແລ້ວ, ຊາວບ້ານຕ້ອງຍ່າງຜ່ານຂົວໄມ້ແຫ່ງໜຶ່ງທີ່ແກວ່ງໄກວໄປມາ ແລະລົດບໍ່ສາມາດແລ່ນຜ່ານ ເພື່ອຂ້າມນ້ຳໄດ້. ປີ 2020, ພາຍໃຕ້ການຊ່ວຍເຫຼືອຂອງຈີນ, ຂົວທັນສະໄໝທີ່ກວ້າງ 5 ແມັດເຄິ່ງ, ຍາວ 90 ແມັດໄດ້ສ້າງສຳເລັດແລະເປີດນຳໃຊ້ຢ່າງເປັນທາງການ. ທ່ານຄຳຈັນ ບຸດວິໄນເວົ້າຕື່ມວ່າ: “ຕື່ນເຕັ້ນຫຼາຍທີ່ໄດ້ເຫັນຂົວແຫ່ງນີ້ສ້າງສຳເລັດແລ້ວ. ຫຼັງຈາກນັ້ນມາ, ການໄປມາຫາສູ່ກັນຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ, ການຂົນສົ່ງສິນຄ້າກໍມີຄວາມສະດວກວ່ອງໄວກວ່າເກົ່າ.”


ຂົວເກົ່າແລະຂົວໃໝ່ຂອງບ້ານຊໍ້


ນອກຈາກການອົບຮົມເຕັກນິກວິຊາຊີບ ແລະ ການສ້າງພື້ນຖານໂຄງລ່າງແລ້ວ, ໂຄງການຫຼຸດຜ່ອນຄວາມທຸກຍາກຂອງບ້ານຊໍ້ຍັງມີການປັບປຸງການບໍລິການສາທາລະນະຢູ່ທ້ອງຖິ່ນໃຫ້ດີຂຶ້ນ ເປັນຕົ້ນ: ການສ້າງສູນຈັດກິດຈະກຳຂັ້ນບ້ານແຫ່ງໃໝ່, ສຸກສາລາຂອງບ້ານ, ຫໍພັກຄູແລະນັກຮຽນ, ເດີ່ນບານບ້ວງແລະຫ້ອງນ້ຳ, ການຈັດຊື້ອຸປະກອນການສຶກສາໃຫ້ໂຮງຮຽນ ແລະ ອື່ນໆ. ໂດຍຜ່ານການສ້າງສາມາເປັນເວລາຫຼາຍປີ, ບ້ານຊໍ້ໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ, ລາຍຮັບຂອງຊາວບ້ານໄດ້ເພີ່ມຂຶ້ນໂດຍທົ່ວໄປ. ປີ 2021, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ໄດ້ຍ້ອງຍໍບ້ານຊໍ້ວ່າ ເປັນ “ໂຄງການຕົວແບບທີ່ຈີນຊ່ວຍເຫຼືອລາວຫຼຸດຜ່ອນຄວາມທຸກຍາກ”.

ການພັດທະນາການສຶກສາຈິ່ງສາມາດຫຼຸດຜ່ອນຄວາມທຸກຍາກຈາກຂັ້ນພື້ນຖານໄດ້, ນີ້ແມ່ນໜຶ່ງໃນບົດຮຽນສຳຄັນຂອງຈີນໃນການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ.

ບ້ານຕາໂນນເມືອງບາຕີ ທີ່ຕັ້ງຢູ່ຫ່າງຈາກນະຄອນຫຼວງພະນົມເປັນຂອງກຳປູເຈຍໄປທາງທິດໃຕ້ 60 ກິໂລແມັດ ແມ່ນບ້ານທີ່ປະຕິບັດໂຄງການສ້າງບ້ານຕົວແບບທີ່ຈີນຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກແບບໄມຕີຈິດມິດຕະພາບ. ແຕ່ກ່ອນ, ຢູ່ບ່ອນນີ້ເຄີຍເປັນບ້ານຫຼ້າຫຼັງບໍ່ມີພື້ນຖານໂຄງລ່າງດ້ານສາທາລະນະສຸກ, ບໍ່ມີເສັ້ນທາງໄປມາຢ່າງສະດວກ ແລະ ຖືກນ້ຳຖ້ວມຢູ່ເລື້ອຍໆໃນຍາມລະດູຝົນ, ພວກເດັກນ້ອຍເຂົ້າຮຽນຢູ່ອາຄານຮຽນເກົ່າທີ່ບໍ່ມີໄຟຟ້າແລະພັດລົມ.

ຫວ່າງບໍ່ດົນມານີ້, ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ໄປເຫັນກັບຕາຢູ່ບ່ອນນີ້ວ່າ: ນອກຈາກເຮືອນຮ້ານມີຕະລ່າງທີ່ມີເອກກະລັກ ຂະແມຢ່າງເປັນລະບຽບ, ທາງຫຼວງຢູ່ຊົນນະບົດທີ່ຮາບພຽງ ແລະ ກວ້າງຂວາງ, ແຜ່ນຜະລິດໄຟຟ້າພະລັງງານແສງຕາເວັນທີ່ຈັດວາງຢ່າງເປັນລະບົບ ແລະ ສະຖາ ນີຜະລິດນໍ້າສະອາດແຫ່ງໃໝ່ແລ້ວ, ຢູ່ທີ່ແຫ່ງນີ້ຍັງມີອາຄານຮຽນຂອງໂຮງຮຽນ “ເພື່ອນມິດເສັ້ນທາງສາຍໄໝ” ມິດຕະພາບຈີນ-ກໍາປູເຈຍທີ່ຈີນຊ່ວຍເຫຼືອກໍ່ສ້າງ  ເຊິ່ງຢູ່ໃນຫ້ອງຮຽນໃໝ່ໄດ້ມີສຽງອ່ານໜັງສືທີ່ອອນຊອນຂອງເດັກນ້ອຍດັງອອກມາ. ທ່ານນາງ ຊວາງ ວັນນາຣີ ຄູສອນປະຈໍາຫ້ອງຮຽນປ. 2 ຂອງໂຮງຮຽນໃຫ້ຮູ້ວ່າ: “ໃນຖານະເປັນຄູສອນ, ນາງຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງແທນພວເດັກນ້ອຍ: ໂຮງຮຽນພວກເຮົາມີຄູສອນ 7 ຄົນ ແລະ ນັກຮຽນ 278 ຄົນ, ໃນນັ້ນນັກຮຽນຍິງ 122 ຄົນ. ນັກຮຽນເຫຼົ່ານີ້ແມ່ນມາຈາກ 3 ບ້ານຢູ່ອ້ອມແອ້ມບໍລິເວນໂຮງຮຽນຄືບ້ານ ຕາໂນນ, ບ້ານສີວັດຄຸນ ແລະ ບ້ານຈິນຕອງ. ຈີນໄດ້ຊ່ວຍເຫຼືອພວກເຮົາສ້າງອາ ຄານຮຽນໃໝ່, ຍ້ອນມີການຊ່ວຍເຫຼືອຂອງຈີນຈຶ່ງເຮັດໃຫ້ໂຮງຮຽນຂອງພວກເຮົາ ງົດງາມທີ່ສຸດ, ອຸປະກອນຢູ່ໃນໂຮງຮຽນມີຄວາມສົມບູນຫຼາຍສົມຄວນ.”


ນັກຮຽນຂອງໂຮງຮຽນ “ເພື່ອນມິດເສັ້ນທາງສາຍໄໝ” ມິດຕະພາບຈີນ-ກໍາປູເຈຍ


ການປ່ຽນແປງຢູ່ບ້ານຊໍ້ຂອງລາວ ແລະ ບ້ານຕະໂນນຂອງກໍາປູເຈຍເປັນພາບ ຫຍໍ້ແຫ່ງການຈັດຕັ້ງປະຕິບັດກໍຄືການແຕກດອກອອກຜົນຂອງແນວຄິດຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍຢູ່ປະເທດຕ່າງໆ.

ປັດຈຸບັນ, ໃນຖານະທີ່ເປັນບ່ອນລິເລີ່ມແນວຄິດຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ, ບ້ານສິບແປດຖໍ້າ ແຂວງຫູນານ ພວມກ້າວໄປສູ່ເປົ້າໝາຍ ກາຍເປັນບ້ານຕົວແບບອີ່ມໜໍາສໍາລານ. ເນື່ອງຈາກວ່າບ້ານນີ້ມີຊື່ສຽງຫຼາຍ, ສະນັ້ນຢູ່ພາຍໃນບ້ານມັກຈະພົບເຫັນຄົນຕ່າງປະເທດຢູ່ເລື້ອຍໆ ເພາະມີຄົນຕ່າງ ປະເທດຈໍານວນຫຼວງຫຼາຍມາຢ້ຽມຢາມບ່ອນນີ້ເພື່ອຄົ້ນຫາ “ເຄັດລັບ” ຂອງສິ່ງມະ ຫັດສະຈັນແຫ່ງການລຶບລ້າງຄວາມທຸກຍາກຂອງຈີນ. ບ້ານນ້ອຍໆແຫ່ງນີ້, ໄດ້ເຕົ້າ ໂຮມຄວາມປາດຖະໜາທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມຂອງປະຊາຊົນປະເທດຕ່າງໆ.


ບ້ານສິບແປດຖ້ຳ


ປີ 2018, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 73 ໄດ້ຮັບຮອງມະຕິກ່ຽວກັບບັນຫາຄວາມທຸກຍາກຢູ່ຊົນນະບົດ ໂດຍໄດ້ຈັດເອົາແນວ ຄິດຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ ແລະ ແນວຄິດອື່ນໆເຂົ້າ ໃນມະຕິດັ່ງກ່າວ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະ ປະຊາຊາດຢືນຢັນວ່າ: ທິດທາງຍຸດທະສາດຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍເປັນ “ຊ່ອງທາງໜຶ່ງດຽວ” ໃນການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ທີ່ສຸດໃຫ້ບັນລຸເປົ້າໝາຍອັນຍິ່ງໃຫຍ່ຕາມວາລະການພັດທະນາແບບຍືນຍົງຮອດປີ 2030.

ໃນຮອບ 10 ປີທີ່ຜ່ານມາ, ການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ, ບໍ່ພຽງແຕ່ໄດ້ເຮັດໃຫ້ຈີນສ້າງສິ່ງມະຫັດສະຈັນແຫ່ງການຫຼຸດຜ່ອນຄວາມ ທຸກຍາກທີ່ເຫັນໄດ້ຢ່າງປະຈັກຕາຂອງຊາວໂລກເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນບົດຮຽນອັນລໍ້າຄ່າຂອງຈີນເຂົ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກຂອງມວນມະນຸດນໍາອີກ.

ຢູ່ອາຊີ, ຈີນກັບປະເທດສະມາຊິກອາຊຽນໄດ້ຮ່ວມກັນດໍາເນີນແຜນການຊຸກຍູ້ການຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດ; ຢູ່ອາຟຣິກາ, ຈີນໄດ້ດໍາເນີນການກໍ່ສ້າງພື້ນຖານໂຄງລ່າງ ແລະ ໂຄງການຮ່ວມມືເພື່ອຊ່ວຍເຫຼືອທາງດ້ານວິຊາການຕ່າງໆເຊັ່ນ: ຂະແໜງການກະສິກໍາ ແລະ ການປິ່ນປົວເປັນຕົ້ນ; ຢູ່ອາເມຣິກາລາຕີນ, ສູນສາທິດເຕັກນິກກະສິກໍາທີ່ຈີນຊ່ວຍເຫຼືອກໍ່ສ້າງ ໄດ້ຊ່ວຍເຫຼືອປະຊາຊົນຂອງປະເທດທີ່ໄດ້ຮັບການຊ່ວຍເຫຼືອນັ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຄືດັ່ງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ເຄີຍກ່າວວ່າ:

“ພວກຂ້າພະເຈົ້າດໍາເນີນການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກກັບສາກົນຢ່າງຕັ້ງໜ້າ, ປະຕິບັດຕາມພັນທະສາກົນດ້ານການຫຼຸດຜ່ອນຄວາມທຸກຍາກ ເພື່ອສະໜອງການຊ່ວຍເຫຼືອຕາມຄວາມສາມາດຂອງຕົນໃຫ້ແກ່ປະເທດພວມພັດທະນາ ແລະ ເສີມຂະຫຍາຍບົດບາດເປັນຜູ້ຊຸກຍູ້ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງໂລກ. ບໍ່ວ່າຫວນຄືນເບິ່ງປະຫວັດສາດ ແລະ ປັດຈຸບັນ ຫຼື ເບິ່ງໃນທົ່ວໂລກກໍຕາມ, ແມ່ນບໍ່ເຄີຍມີປະເທດໃດສາມາດລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນຫຼາຍຮ້ອຍລ້ານຄົນພາຍໃນເວລາສັ້ນໆໄດ້, ຜົນສໍາເລັດນີ້ແມ່ນເປັນຂອງຈີນກໍຄືເປັນຂອງທົ່ວໂລກ ພ້ອມທັງໄດ້ປະກອບສ່ວນພະລັງແຮງຂອງຈີນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດນໍາອີກ.”