ປີນີ້ໄທມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ 110.000 ກວ່າຄົນ ແລະ ມີຜູ້ເສຍຊີວິດ 119 ຄົນ

2023-11-06 10:33:11 cri

ວັນທີ 5 ພະຈິກນີ້, ສື່ມວນຊົນໄທລາຍງານວ່າ, ອີງຕາມຕົວເລກຂໍ້ມູນສະຖິຕິຫຼ້າສຸດຈາກກະຊວງສາທາລະນະສຸກໄທສະແດງໃຫ້ເຫັນວ່າ, ນັບແຕ່ວັນທີ 1 ມັງກອນປີນີ້ຫາວັນທີ 17 ຕຸລາຜ່ານມານີ້, ໄທມີລາຍງານຜູ້ຕິດເຊື້ອພະຍາດໄຂ້ເລືອດອອກທັງໝົດ 115.028 ກໍລະນີ, ໃນນັ້ນ, ມີຜູ້ເສຍຊີວິດ 119 ຄົນ, ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.