ງານເຊື່ອມຕໍ່ການສະໜອງແລະຄວາມຕ້ອງການຊັບພະຍາກອນມະນຸດຈີນ-ອາຊຽນຈັດຂຶ້ນຢູ່ນະຄອນໜານໜິງ

2023-11-06 10:46:46 cri

ວັນທີ 4 ພະຈິກນີ້, ງານເຊື່ອມຕໍ່ການສະໜອງແລະຄວາມຕ້ອງການຊັບພະຍາກອນມະນຸດຈີນ-ອາຊຽນຈັດຂຶ້ນຢູ່ນະຄອນໜານໜິງ ເທດສະບານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ໂດຍໄດ້ຈັດໃຫ້ມີເຂດສະເພາະການຮັບສະໝັກຜູ້ມີຄວາມຮູ້ຄວາມສາມາດທົ່ວໄປອາຊຽນ ແລະ ສະໜອງ 20.000 ກວ່າຕຳແໜ່ງງານ. ມີຜູ້ສະໝັກຫຼາຍກວ່າ 35.000 ຄົນໄດ້ເຂົ້າຮ່ວມງານໃນມື້ດຽວກັນ. ງານເຊື່ອມຕໍ່ການສະໜອງແລະຄວາມຕ້ອງການຊັບພະຍາກອນມະນຸດຈີນ-ອາຊຽນຄັ້ງນີ້ແມ່ນໜຶ່ງໃນກິດຈະກຳສຳຄັນໃນກອງປະຊຸມເວທີເປິກສາຫາລືການຮ່ວມມືແລະພັດທະນາຊັບພະຍາກອນມະນຸດຈີນ-ອາຊຽນ ກໍຄືງານວາງສະແດງການບໍລິການຊັບພະຍາກອນມະນຸດຈີນ-ອາຊຽນປີ 2023.