ຈີນແບ່ງປັນຜົນປະໂຫຍດຈາກການພັດທະນາກັບປະເທດດ້ອຍພັດທະນາໃນໂລກ

2023-11-07 19:37:38 cri

ວັນທີ 5 ພະຈິກ 2023, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນຊຽງໄຮ້ ສປ.ຈີນ. ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້ມີຂະໜາດໃຫຍ່ກວ່າເກົ່າ, ສິນຄ້າທີ່ນຳມາວາງສະແດງມີຄຸນນະພາບສູງກວ່າເກົ່າ, ເນື້ອທີ່ວາງສະແດງມີປະມານ 3,67 ແສນຕາແມັດ, ວິສາຫະກິດນຳໜ້າຂະແໜງການ ແລະ 500 ວິສາຫະກິດລະດັບສຸດຍອດຂອງໂລກມີເຖິງ 289 ແຫ່ງ, ສູງກວ່າລະດັບຂອງງານສະແດງທຸກຄັ້ງຜ່ານມາ.

    ສິ່ງທີ່ໜ້າເວົ້າເຖິງນັ້ນກໍຄື, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນກໍໄດ້ສະໜອງໂອກາດພັດທະນາໃຫ້ແກ່ປະເທດຫຼ້າຫຼັງ, ເພີ່ມການສະໜັບສະໜູນຕໍ່ປະເທດເຫຼົ່ານີ້ໃນເວລາເຂົ້າຮ່ວມງານວາງສະແດງ. ໃນ 69 ປະເທດທີ່ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້, ມີ 16 ປະເທດແມ່ນປະເທດດ້ອຍພັດທະນາໃນໂລກ. ຜະລິດຕະພັນກະສິກຳສຳຮອງ, ເຄື່ອງຫັດຖະກຳທີ່ມາຈາກເຂດດ້ອຍພັດທະນາທີ່ສຸດຈະວາງສະແດງຕາມໆກັນ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ 5 ຄັ້ງຜ່ານມານີ້, ລວມໄດ້ດຶງດູດວິສາຫະກິດຈາກປະເທດດ້ອຍພັດທະນາໃນໂລກເຂົ້າຮ່ວມລວມ 43 ປະເທດ.

ໂດຍຜ່ານການປະຕິບັດມາດຕະການຕ່າງໆເຊັ່ນ: ສະໜອງບ່ອນວາງສະແດງທີ່ບໍ່ຕ້ອງເສຍຄ່າ, ໃຫ້ເງິນອຸດໜຸນດ້ານການສ້າງບ່ອນວາງສະແດງ ແລະ ນະໂຍບາຍບຸລິມະສິດດ້ານການເກັບພາສີ ແລະອື່ນໆ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ຊຸກຍູ້ໃຫ້ຜະລິດຕະພັນທີ່ມີເອກະລັກພິເສດຂອງປະເທດເຫຼົ່ານີ້ເຂົ້າເຖິງຕະຫຼາດຈີນ. ຕົວຢ່າງວ່າໃບຊາຂອງປະເທດລາວ,  ພິກໄທດຳຂອງບຣູໄນ, ໄມ້ແກະສະຫຼັກຂອງອາຝຣິກາກາງ, ກາເຟຂອງເອທີໂອປີ, ໝາກພິລາຂອງອັຟການິສະຖານ, ຜ້າພົມຂອງບັງກະລາເດັດ, ສະບູແບບດັ້ງເດີມຂອງຊີຣີ ແລະ ຜະລິດຕະພັນອື່ນໆ, ລ້ວນແຕ່ໄດ້ເລັ່ງລັດບາດກ້າວເຂົ້າສູ່ຕະຫຼາດໂລກໂດຍຜ່ານງານວາງສະແດງສິນຄ້ານຳເຂົ້າສາກົນຈີນ. ໃບສັ່ງຊື້ຈາກຕະຫຼາດສາກົນຍ້ອນເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ເພີ່ມຄວາມຫວັງ ແລະ ແມ່ແຮງໃໝ່ໃຫ້ແກ່ປະຊາຊົນຂອງປະເທດເຫຼົ່ານີ້ໃນດ້ານການວຽກເຮັດງານທຳ, ເພີ່ມລາຍຮັບ ກໍຄືຍົກລະດັບຂອງຂະແໜງການ ແລະອື່ນໆ.

ຢູ່ເຂດວາງສະແດງໃນສູນວາງສະແດງແຫ່ງຊາດຈີນທີ່ນະຄອນຊຽງໄຮ້, ໄດ້ວາງສະແດງ ຜົນການສ້າງຂອງເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານຈີນ-ລາວ, ແລະ ດ້ານການພັດທະນາການຄ້າຢູ່ເຂດລຽບຕາມທາງລົດໄຟຈີນ-ລາວ-ໄທເປັນພິເສດ, ໄດ້ເຕົ້າໂຮມຜູ້ຕາງໜ້າຂອງວິສາຫະກິດໃນຂົງເຂດການຄ້າການບໍລິການ ແລະ ສິນຄ້າທີ່ມາຈາກ 11 ປະເທດເຊັ່ນ: ປະເທດລາວ, ໄທ, ຫວຽດນາມ ແລະ ປະເທດອື່ນໆ, ໄດ້ກວມເອົາຂະແໜງການຕ່າງໆເຊັ່ນ: ການບໍລິການການເງິນ, ການພັດທະນາເຂດນິຄົມອຸດສາຫະກຳ, ການຂຸດຄົ້ນພະລັງງານ, ສ່ວນຜະລິດຕະພັນທີ່ເຂົ້າຮ່ວມງານວາງສະແດງລວມມີຜະລິດຕະພັນສິ່ງປັ່ນທໍລະດັບສູງ, ເຄື່ອງຫັດຖະກຳ, ຜະລິດຕະພັນນ້ຳມັນເຊື້ອໄຟ ແລະອື່ນໆ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ສົ່ງໃບເຊື້ອເຊີນໃຫ້ແກ່ປະເທດດ້ອຍພັດທະນາໃນໂລກ, ແມ່ນເພື່ອແບ່ງປັນຜົນປະໂຫຍດຈາກການພັດທະນາຂອງຈີນກັບປະເທດເຫຼົ່ານີ້. ໃນຖານະເປັນງານວາງສະແດງສິນຄ້ານຳເຂົ້າລະດັບຊາດແຫ່ງທຳອິດໃນໂລກ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ເປີດປ່ອງຢ້ຽມໃໝ່ໃຫ້ແກ່ປະເທດຫຼ້າຫຼັງຂອງໂລກ, ສະໜອງເວທີສະແດງຕົນເອງທີ່ໃຫຍ່ກວ່າເກົ່າໃຫ້ແກ່ປະເທດປະເທດເຫຼົ່ານີ້, ທັງເປັນພະລັງແຮງໃໝ່ເພື່ອຟື້ນຟູການເຕີບໂຕຂອງເສດຖະກິດໂລກ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້ໄດ້ເນັ້ນຫົວຂໍ້ “ຍຸກໃໝ່, ແບ່ງປັນອະນາຄົດຮ່ວມກັນ”. ປະເທດດ້ອຍພັດທະນາທັງຫຼາຍໃນໂລກກໍຄວນເປັນອົງກອນຕົ້ນຕໍເຂົ້າຮ່ວມການແບ່ງປັນ. ໃນເມື່ອທີ່ຕະຫຼາດຈີນກາຍເປັນຕະຫຼາດໃຫຍ່ທີ່ທົ່ວໂລກລວມທັງປະເທດຫຼ້າຫຼັງແບ່ງປັນຮ່ວມກັນກໍຈະເປັນການປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າໃຫ້ແກ່ເສດຖະກິດໂລກຟື້ນຟູຄືນໃໝ່ ແລະ ພັດທະນາໂລກໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງແນ່ນອນ.