ອົງການພາສີແຫ່ງຊາດຈີນອອກແຈ້ງການອະນຸຍາດນຳເຂົ້າຜະລິດຕະພັນສັດນ້ຳທຳມະຊາດຂອງອິນໂດເນເຊຍທີ່ສອດຄ່ອງກັບຄວາມຕ້ອງການ

2023-11-07 11:00:42 cri

ອົງການພາສີແຫ່ງຊາດຈີນແຈ້ງຂ່າວໃຫ້ຮູ້ວ່າ, ວັນທີ 6 ພະຈິກນີ້, ອົງການພາສີແຫ່ງຊາດຈີນໄດ້ອອກແຈ້ງການວ່າ: ໂດຍອີງຕາມລະບຽບກົດໝາຍຂອງຈີນ ແລະ ຂໍ້ກຳນົດກ່ຽວກັບການກວດກາແລະກັກກັນພະຍາດຕໍ່ຜະລິດຕະພັນສັດນ້ຳທຳມະຊາດທີ່ອິນໂດເນເຊຍສົ່ງອອກມາຈີນ ລະຫວ່າງອົງການພາສີແຫ່ງຊາດຈີນກັບກະຊວງວຽກງານທາງທະເລແລະການປະມົງອິນໂດເນເຊຍ, ນັບແຕ່ວັນດັ່ງກ່າວປັນຕົ້ນໄປ, ຈີນໄດ້ອະນຸຍາດໃຫ້ນຳເຂົ້າຜະລິດຕະພັນສັດນ້ຳທຳມະຊາດຂອງອິນໂດເນເຊຍໂດຍສອດຄ່ອງກັບຄວາມຕ້ອງການທີ່ກ່ຽວຂ້ອງ.