ອ່ານຫຼາຍເລື່ອງກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນແລ້ວ, ເຮົາມີຄວາມຮູ້ສຶກແນວໃດ?

2023-11-07 15:40:38 cri

ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດປີ 2018, ບໍລິສັດໂດເຕີຣາ ທີ່ເປັນວິສາຫະກິດນ້ຳມັນນວດຂອງອາເມຣິກາໄດ້ລອງມາເຂົ້າຮ່ວມງານ, ແຕ່ສຸດທ້າຍພັດໄດ້ປະສົບຜົນສຳເລັດອັນໃຫຍ່ຫຼວງ ໂດຍໄດ້ເຊັນຂໍ້ຜູກພັນໃນການສັ່ງຊື້ທີ່ມີມູນຄ່າ 380 ລ້ານຢວນ. ຫຼັງຈາກນັ້ນ, ບໍລິສັດໂດເຕີຣາໄດ້ເລືອກມາເປີດໂຕຜະລິດຕະພັນໃໝ່ ທີ່ຜະລິດໂດຍວັດຖຸດິບຈີນໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນທຸກຄັ້ງ, ມູນຄ່າທີ່ມີຈຸດປະສົງໃນການສັ່ງຊື້ກໍໄດ້ເພີ່ມຈາກ 380 ລ້ານຢວນ ເພີ່ມຂຶ້ນເປັນ 1 ຕື້ຢວນ.


ປີ 2020, ຊາຍໜຸ່ມອັຟການິສະຖານຄົນໜຶ່ງໄດ້ນຳເອົາຜ້າພົມຂົນແກະທີ່ຜະລິດແບບສີມືດັ້ງເດີມມາເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນເປັນຄັ້ງທຳອິດ ແລະ ໄດ້ໃບສັ່ງຊື້ຜ້າພົມ 2.000 ຜືນ ເຊິ່ງໝາຍຄວາມວ່າ ຄອບຄົວເຂດພູດອຍອັຟການິສະຖານ 2.000 ຄອບຄົວມີລາຍຮັບຕະຫຼອດທັງປີເລີຍ. ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ທີ່ຈັດຂຶ້ນໃນໄລຍະເກີດການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ປ່ຽນແປງຊີວິດຂອງຊາຍໜຸ່ມຄົນນັ້ນ ແລະ ກໍໄດ້ປັບປຸງຊີວິດການເປັນຢູ່ຂອງຄອບຄົວຊາວອັຟການິສະຖານຕັ້ງຫຼາຍພັນຫຼາຍໝື່ນຄອບຄົວ.

ໂດຍໄດ້ຮັບຜົນປະໂຫຍດຈາກງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະ ຈີນໄດ້ປະຕິບັດມາດຕະການກວດກາອະນຸມັດ ແລະ ເລັ່ງການອະນຸມັດຢາຊະນິດໃໝ່ຕ່າງໆ, ນັບແຕ່ປີ 2020 ເປັນຕົ້ນມາ, ບໍລິສັດຜະລິດຢາຕາເກດາຂອງຍີ່ປຸ່ນມີຢາໃໝ່ຫຼາຍກວ່າ 10 ຊະນິດທີ່ໄດ້ວາງສະແດງໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໄດ້ຮັບການອະນຸມັດໃຫ້ຈຳໜ່າຍໃນຕະຫຼາດຈີນ ແລະ ມີຜະລິດຕະພັນໃໝ່ 7 ຊະນິດຖືກຈັດເຂົ້າໃນບັນຊີລາຍຊື່ປະກັນສຸຂະພາບທົ່ວສັງຄົມຂອງຈີນ. ໃນຂະນະດຽວກັນ, ໂດຍນຳໃຊ້ນະໂຍບາຍເຮັດກ່ອນ ແລະ ທົດລອງກ່ອນ, ຢາໃໝ່ຊະນິດໜຶ່ງຂອງບໍລິສັດດັ່ງກ່າວກໍໄດ້ປ້ອນເຂົ້າສູ່ຕະຫຼາດຈີນພາຍໃນເວລາພຽງ 6 ເດືອນ ຫຼັງຈາກໄດ້ວາງສະແດງໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ.


ໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ແບ່ງປັນຫຼາຍເລື່ອງທີ່ເປັນຮູບປະທຳກ່ຽວກັບງານວາງສະແດງທຸກຄັ້ງຜ່ານມາ. ເວົ້າສຳລັບວິສາຫະກິດ, ຜະລິດຕະພັນ, ເຕັກນິກ ແລະ ປັດໄຈປະດິດສ້າງໃໝ່ຂອງປະເທດ ແລະ ເຂດແຄວ້ນຕ່າງໆແລ້ວ, ການເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນແມ່ນຊ່ອງທາງໄປສູ່ຕະຫຼາດ, ໄປສູ່ເວທີ ແລະ ໄປສູ່ໂອກາດ.


ມີຜູ້ແທນວົງການຕ່າງໆຈາກ 154 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມງານວາງສະແດງປີນີ້. ເນື້ອທີ່ວາງສະແດງຂອງວິສາຫະກິດ, ຈຳນວນວິສາຫະກິດໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ, ວິສາຫະກິດນຳໜ້າຂະແໜງການ ແລະ ວິສາຫະກິດຂະໜາດກາງແລະນ້ອຍແບບປະດິດສ້າງໃໝ່ທີ່ເຂົ້າຮ່ວມງານວາງສະແດງຄັ້ງນີ້ ລ້ວນແຕ່ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ ເຊິ່ງສະແດງໃຫ້ເຫັນວ່າ ທົ່ວໂລກມີຄວາມຄອງຄອຍ ແລະ ມີຄວາມໝັ້ນໃຈຕໍ່ຕະຫຼາດຈີນຫຼາຍຂຶ້ນກວ່າເກົ່າ.



ງານສະແດງສິນຄ້ານຳເຂົ້າສາກົນຈີນແມ່ນເປີດປະຕູສູ່ທົ່ວໂລກ ແລະ ສ້າງຜົນປະໂຫຍດໃຫ້ທົ່ວເຖິງ, ຈະບໍ່ສ້າງກຸ່ມກ້ອນໃນວົງແຄບຕາມການພົວພັນທີ່ສະໜິດຫຼືຫ່າງເຫີນ ຫຼື ຮູບຖານຈິດສຳນຶກ, ໃນຂະນະດຽວກັນ, ກໍໄດ້ສ້າງໂອກາດໃຫ້ແກ່ປະເທດດ້ອຍພັດທະນາໃນໂລກ. ຝ່າຍເຈົ້າພາບຈັດງານໄດ້ເຊື້ອເຊີນປະເທດດ້ອຍພັດທະນາໃນໂລກເຂົ້າຮ່ວມງານນັບຕັ້ງແຕ່ຄັ້ງທຳອິດ ແລະ ສະໜອງຮ້ານວາງສະແດງມາດຕະຖານສອງແຫ່ງໃຫ້ແກ່ທຸກປະເທດທີ່ດ້ອຍພັດທະນາ ໂດຍບໍ່ເກັບຄ່າ. ໃນງານວາງສະແດງແຫ່ງຊາດປີນີ້, ໃນຈຳນວນ 69 ປະເທດນັ້ນ, ມີ 16 ປະເທດແມ່ນປະເທດດ້ອຍພັດທະນາ, ການວາງສະແດງວິສາຫະກິດມີ 29 ປະເທດດ້ອຍພັດທະນາເຂົ້າຮ່ວມ.


ງານວາງສະແດງປີນີ້ຍັງມີການປ່ຽນແປງໃໝ່ຈຳນວນໜຶ່ງ, ລັດຖະບານສະຫະລັດອາເມຣິກາໄດ້ສົ່ງ “ຄະນະຜູ້ແທນທີ່ໃຫຍ່ໂຕທີ່ສຸດໃນປະຫວັດສາດ” ມາເຂົ້າຮ່ວມງານໃນນາມທາງລັດ. ທ່ານອັນໂທນີ ອານບາເນສ ນາຍົກລັດຖະມົນຕີອົສຕຣາລີໄດ້ນຳພາຄະນະມາເຂົ້າຮ່ວມງານ ແລະ ໄດ້ເຂົ້າຊົມບ່ອນວາງສະແດງວິສາຫະກິດຂອງອົສຕຣາລີ. ຈຳນວນວິສາຫະກິດຍີ່ປຸ່ນທີ່ເຂົ້າຮ່ວມງານວາງສະແດງໃນປີນີ້-າຍກວ່າ 3 ເທົ່າຂອງປີກາຍ. ລັດຖະບານຂອງປະເທດເຫຼົ່ານີ້ເຄີຍ ຫຼືວ່າຈົນຮອດປັດຈຸບັນຍັງຮ້ອງປ່າວໂຄສະນາການ “ປາສະຈາກຄວາມສ່ຽງ” ກັບຈີນ, ແຕ່ວິສາຫະກິດ ແລະ ທາງສັງຄົມຂອງປະເທດເຫຼົ່ານີ້ພັດໄດ້ສະແດງໃຫ້ເຫັນດ້ວຍການກະທຳຕົວຈິງວ່າ: ການຮ່ວມມືກັບຈີນບໍ່ແມ່ນຄວາມສ່ຽງ, ການຕັດການພົວພັນດ້ານເສດຖະກິດການຄ້າກັບຈີນນັ້ນ ຈິ່ງແມ່ນຄວາມສ່ຽງແທ້ຈິງ.

ໃນງານວາງສະແດງຄັ້ງທີ 6 ໃນປີນີ້, ພວກເຮົາຍັງໄດ້ຮັບຮູ້ເຖິງຫຼາຍເລື່ອງທີ່ຄ້າຍຄືກັນ. ໂດຍຜ່ານຈາກເລື່ອງເຫຼົ່ານີ້, ພວກເຮົາໄດ້ຮັບຮູ້ເຖິງຄວາມສາມາດບົ່ມຊ້ອນ ແລະ ຄວາມຫວັງໃນຕະຫຼາດຈີນ, ກໍຄືຮັບຮູ້ວ່າ, ຈີນຕ້ອງການໂລກ ແລະ ໂລກກໍຕ້ອງການຈີນເຊັ່ນກັນ. ທັງໝົດເຫຼົ່ານີ້ເປັນການຢືນຢັນຕໍ່ຄຳໝັ້ນສັນຍາຂອງຈີນຈາກອີກແງ່ມູມໜຶ່ງວ່າ: “ຈີນຈະບໍ່ປິດປະຕູຕັນໂຕເອງ, ແຕ່ຈະເປີດປະຕູນັບມື້ນັບກວ້າງອອກເທົ່ານັ້ນ” ແລະ “ໃຫ້ຕະຫຼາດຈີນກາຍເປັນໂອກາດໃຫຍ່ຂອງໂລກ”.