ວັນນັກຂ່າວປີນີ້ ເປັນວັນທີ່ໜ້າໂສກເສົ້າຂອງຄົນໃນທົ່ວໂລກ

2023-11-08 16:45:08 cri

ວັນທີ 8 ພະຈິກນີ້ ເປັນວັນນັກຂ່າວຈີນຄົບຮອບ 24 ປີ ແລະ ກໍເປັນວັນລະດູໜາວເລີ່ມຕົ້ນເຊິ່ງເປັນໜຶ່ງໃນຈຸດແບ່ງລະດູການຕາມສຸລິຍະຄະຕິຂອງຈີນ, ຈິ່ງຖືວ່າເປັນວັນດີວັນໜຶ່ງ. ແຕ່ເວົ້າສຳລັບຄົນໃນທົ່ວໂລກ ໂດຍສະເພາະນັກຂ່າວແລ້ວ ແມ່ນເປັນວັນທີ່ໜ້າໂສກເສົ້າ ແລະ ມືດມົນທີ່ສຸດ.


ມື້ນີ້ເປັນວັນເກີດການປະທະກັນລະຫວ່າງປາແລັດສະຕິນ-ອິສຣາແອນຮອບໃໝ່ຄົບຮອບໜຶ່ງເດືອນ. ຕາມຂ່າວລາຍງານວ່າ: ນັບແຕ່ເກີດການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນກັບອິສຣາແອນໃນວັນທີ 7 ຕຸລາຜ່ານມານີ້ເປັນຕົ້ນມາ, ມີນັກຂ່າວ ແລະ ຜູ້ເຮັດວຽກກ່ຽວກັບສື່ມວນຊົນ 48 ຄົນໄດ້ເສຍຊີວິດແລ້ວ. ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ຈຳນວນນັກຂ່າວທີ່ເສຍຊີວິດພາຍໃນ 4 ອາທິດທີ່ຜ່ານມາ ແມ່ນຫຼາຍກວ່າຈຳນວນນັກຂ່າວທີ່ເສຍຊີວິດຈາກການຂັດແຍ້ງອື່ນໆໃນຮອບ 30 ປີທີ່ຜ່ານມາ.

ເມື່ອນັກຂ່າວຈຳນວນໜຶ່ງຢູ່ເຂດກາຊາລາຍງານຂ່າວ, ເຂົາເຈົ້າກໍ່ອົດຕໍ່ການຮ້ອງໄຫ້ບໍ່ໄດ້, ຍິ່ງໄປກວ່ານັ້ນຍັງປົດຊຸດກັນກະສຸນ ແລະ ໝວກເຫຼັກອອກອີກ  ເພາະວ່າເຂົາເຈົ້າຮູ້ວ່າອຸປະກອນເຫຼົ່ານີ້ບໍ່ສາມາດປົກປ້ອງຕົນເອງໄດ້.

ນີ້ເປັນເວລາທີ່ມືດມົນທີ່ສຸດໃນປະຫວັດສາດການຂ່າວ ແລະ ກໍເປັນວັນເວລາທີ່ໜ້າໂສກເສົ້າທີ່ສຸດສຳລັບກາຊາ.


ຕາມສະຖິຕິແລ້ວ, ນັບແຕ່ເກີດການປະທະກັນເປັນເວລາໜຶ່ງເດືອນມານີ້, ຈຳນວນຜູ້ເສຍຊີວິດຢູ່ເຂດກາຊາມີຫຼາຍກວ່າ 10.000 ຄົນແລ້ວ. ຢູ່ເຂດກາຊາມີປະຊາກອນລວມທັງໝົດ 2 ລ້ານກວ່າຄົນ, ແຕ່ມີ 10.000 ກວ່າຄົນເສຍຊີວິດຈາກການຖິ້ມລະເບີດ. ໝາຍຄວາມວ່າ ຊາວກາຊາໃນແຕ່ລະ 200 ຄົນໃດກໍຈະ ມີ 1 ຄົນເສຍຊີວິດຈາກການຖິ້ມລະເບີດ. ນີ້ຄືໂສກນາດຕະກຳອັນແທ້ຈິງ. ພວກເຮົາຄວນເຫັນໄດ້ວ່າ: ໃນຜູ້ເສຍຊີວິດຈຳນວນ 10.000 ກວ່າຄົນນັ້ນ, ສ່ວນຫຼາຍແມ່ນປະຊາຊົນທຳມະດາສາມັນ, ມີ 4.000 ກວ່າຄົນເປັນເດັກນ້ອຍ. ເຂົາເຈົ້າຍັງບໍ່ທັນເຕີບໃຫຍ່ເທື່ອກໍສູນຫາຍໄປຈາກໂລກນີ້ແລ້ວ. ທ່ານອັນໂຕນິໂອ ກູເຕີເຣັສເຄີຍເວົ້າວ່າ: ເຂດກາຊາກຳລັງກາຍເປັນຂຸມຝັງສົບສຳລັບເດັກນ້ອຍ.

ນອກນີ້, ຍັງມີພະນັກງານຂອງອົງການສະຫະປະຊາຊາດຈຳນວນ 89 ຄົນໄດ້ເສຍຊີວິດຢູ່ເຂດກາຊາ. ຊາວກາຊາສ່ວນຫຼາຍແມ່ນອາໄສການຊ່ວຍເຫຼືອຈິ່ງສາມາດຢູ່ລອດໄດ້, ສະນັ້ນ, ຢູ່ເຂດກາຊາຈິ່ງມີພະນັກງານຊ່ວຍເຫຼືອຂອງອົງການສະຫະປະຊາຊາດຂ້ອນຂ້າງຫຼາຍ. ແຕ່ອິສຣາແອນບໍ່ໄດ້ເອົາຫົວຊານຳ ເຊິ່ງເຮັດໃຫ້ພະນັກງານຂອງອົງການສະຫະປະຊາຊາດກໍຫຼີກບໍ່ມົ້ນຈະເສຍຊີວິດເຊັ່ນກັນ.


ເມື່ອບໍ່ດົນມານີ້, ຖະແຫຼງການຂອງ 18 ອົງການຂອງສະຫະປະຊາຊາດໄດ້ຮຽກຮ້ອງວ່າ: “ພວກເຮົາຕ້ອງການການຢຸດຍິງເພື່ອມະນຸດສະທຳໃນທັນທີ. 30 ວັນແລ້ວ, ພຽງພໍແລ້ວ, ດຽວນີ້ຕ້ອງຢຸດຍິງໄດ້ແລ້ວ. ” ແຕ່ເຄື່ອງຈັກສົງຄາມກຳລັງໝູນປິ່ນຮຶມໆຢູ່ແລະ ບໍ່ສາມາດທີ່ຈະຍຸດຕິລົງໄດ້.

ໃນດ້ານບັນຫາປາແລັດສະຕິນ, ທ່າທີ ແລະ ການເຄື່ອນໄຫວຂອງອາເມຣິກາແມ່ນຝືນກັບການຜ່ອນຄາຍຂໍ້ຂັດແຍ້ງ ແລະ ການສະແຫວງຫາສັນຕິພາບມາໂດຍຕະຫຼອດ. ພາຍຫຼັງເກີດການປະທະກັນລະຫວ່າງປາແລັດສະຕິນກັບອິສຣາແອນໃນຮອບນີ້, ອາເມຣິກາບໍ່ພຽງແຕ່ໄດ້ເພີ່ມກຳລັງທະຫານໄປສູ່ເຂດຕາເວັນອອກກາງ ແລະ ໃຫ້ການຊ່ວຍເຫຼືອດ້ານການທະຫານຈຳນວນຫຼວງຫຼາຍໃຫ້ແກ່ອິສຣາແອນເທົ່ານັ້ນ, ຍັງໄດ້ຂັດຂວາງບໍ່ໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຜ່ານຮັບຮອງຮ່າງມະຕິກ່ຽວກັບສະຖານະການປາແລັດສະຕິນ-ອິສຣາແອນເປັນສອງຄັ້ງອີກດ້ວຍ.


ປະຊາຊົນຢູ່ເຂດກາຊາກຳລັງປະສົບໄພພິບັດດ້ານມະນຸດສະທຳທີ່ບໍ່ເຄີຍມີມາກ່ອນ. ຄືກັນກັບຮອຍມືເລືອດທີ່ປາກົດຢູ່ເທິງຝາຂອງທຳນຽບຂາວຂອງອາເມຣິກາໃນຫວ່າງມໍ່ໆມານີ້, ລັດຖະບານອາເມຣິກາທີ່ອ້າງໂຕແມ່ນທວນໄຟເຍືອງທາງນັ້ນ ພັດເຕັມໄປດ້ວຍໂທດກຳແບບນອງເລືອດ.