ເລື່ອງລາວຂອງທ່ານສີຈິ້ນຜິງກັບສື່ມວນຊົນ

2023-11-08 18:16:18 CRI

  



 ວັນທີ8ພະຈິກ2023ເປັນວັນນັກຂ່າວຈີນຄົບຮອບ24ປີ. ຕະຫຼອດໄລຍະຜ່ານມາ,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໃຫ້ຄວາມສຳຄັນຫຼາຍທີ່ສຸດຕໍ່ວຽກງານສື່ມວນຊົນ, ເພິ່ນໄດ້ເອົາໃຈໃສ່ແລະຮັກແພງສື່ມວນຊົນ. 

 



ວັນທີ25ມັງກອນ2019,ກົມການເມືອງສູນກາງພັກກອມມູນິດຈີນສະໄຫທີ19ໄດ້ຈັດການຮ່ຳຮຽນແບບລວມຫມູ່ກ່ຽວກັບ ຍຸກສະໄຫມສື່ທຸກຮູບແບບກັບການພັດທະນາສື່ມວນຊົນແບບເຊື່ອໂຊມເຂົ້າກັນ ຢູ່ສຳນັກງານຫນັງສືພິມປະຊາຊົນລາຍວັນ, ທ່ານສີຈິ້ນຜິງປະກອບຄຳເຫັນໃນການຮ່ຳຮຽນຄັ້ງນີ້.

  ປີ1984, ທ້າວຈ້າວເຕີຢຸ້ນ ນັກຂ່າວຜູ້ໜຸ່ມນ້ອຍຂອງສຳນັກຂ່າວສານຊິນຮວາ ໄດ້ຮູ້ຂ່າວວ່າ ເມືອງເຈີ້ງຕິ້ງແຂວງເຫີເປີຍໄດ້ແກ້ໄຂຂໍ້ຂັດແຍ້ງທີ່ວ່າ “ເມືອງທຸກຍາກທີ່ມີຜົນຜະລິດຫຼາຍ” ເຊິ່ງເປັນບັນຫາທີ່ກະທົບເຖິງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ລາວມີຄວາມສົນໃຈຫຼາຍຕໍ່ກັບເລື່ອງນີ້ກໍເລີຍເດີນທາງໄປເອົາຂ່າວຢູ່ເມືອງເຈີ້ງເຕິ້ງ.

 

 ທ່ານສີຈິ້ນຜິງ ເລຂາຄະນະພັກເມືອງເຈີ້ງຕິ້ງໃນເວລານັ້ນໄດ້ຕ້ອນຮັບທ້າວຈ້າວເຕີຢຸ້ນດ້ວຍຄວາມສະໜິດສະໜົມ ພ້ອມທັງໄດ້ມອບລົດຍົນທີ່ມີພຽງຄັນດຽວຢູ່ສຳນັກງານຄະນະພັກເມືອງໃຫ້ລາວໃຊ້. ເພິ່ນເວົ້າວ່າ: “ນັກຂ່າວມີວຽກຫຼາຍແຕ່ເວລາມີຈຳກັດ, ທັງຕ້ອງໄປເອົາຂ່າວຢູ່ຫຼາຍບ່ອນແລະໄປໄກອີກ,ອີກຢ່າງໜຶ່ງ ເຂົາເຈົ້າບໍ່ຮູ້ເສັ້ນທາງ, ສະນັ້ນ, ລົດຍົນຕ້ອງໃຫ້ນັກຂ່າວໃຊ້ເປັນບຸລິມະສິດ.”

 

ຕະຫຼອດໄລຍະ 20ວັນ, ການເອົາຂ່າວຂອງທ້າວຈ້າວເຕີຢຸ້ນແມ່ນດຳເນີນໄປດ້ວຍດີທີ່ສຸດ. ໃນເວລາທີ່ລາວຂຽນບົດຂ່າວສານ, ທ່ານສີຈິ້ນຜິງໄດ້ຊີ້ນຳດ້ວຍຄວາມຈິງໃຈວ່າ: “ຢ່າສູ່ຂຽນເລື່ອງຂອງຂ້າພະເຈົ້າ, ຄວນຂຽນເລື່ອງການປ່ຽນແປງຂອງເຈີ້ງຕິ້ງເດີ້” ຍ້ອນແນວນີ້, ບົດຂ່າວສານໃນຫົວຂໍ້ “ເລື່ອງລາວກ່ຽວກັບເມືອງເຈີ້ງຕິ້ງປ່ຽນແປງໂສມໜ້າໃໝ່” ທີ່ທ້າວຈ້າວເຕີຢຸ້ນລົງເຄື່ອນໄຫວເກັບກຳຂ່າວແລະຂຽນອອກມານັ້ນໄດ້ເຮັດໃຫ້ຄົນທັງຫຼາຍຮັບຮູ້ເຖິງ “ເຄັດລັບ”ທີ່ເມືອງເຈີ້ງຕິ້ງສາມາດຫຼຸດພົ້ນອອກຈາກສະພາບຄວາມຫຍຸ້ງຍາກທີ່ເປັນ“ເມືອງທຸກຍາກທີ່ມີຜົນຜະລິດຫຼາຍ”.

 

ການເອົາໃຈໃສ່ຕໍ່ນັກຂ່າວແລະເຄົາລົບນັກຂ່າວ ຄືຄວາມຮັກແພງອັນຈິງໃຈຂອງທ່ານສີຈິ້ນຜິງທີ່ມີຕໍ່ສື່ມວນຊົນຢ່າງສະເໝີຕົ້ນສະເໝີປາຍ. ສ່ວນການໝູນໃຊ້ສື່ມວນຊົນເພື່ອເປັນແຮງບັນດານໃຈໃນການຄົ້ນຫາແນວຄິດເຮັດວຽກແລະຊຸກຍູ້ການປະຕິບັດວຽກງານກໍແມ່ນວິທີການເຮັດວຽກຂອງເພິ່ນທີ່ໃຊ້ຢູ່ເລື້ອຍໆເຊັ່ນດຽວກັນ.

 

ປີ1988, ທ່ານສີຈິ້ນຜິງ ທີ່ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນໃນເວລານັ້ນເມື່ອໄດ້ສຳຫຼວດຄົ້ນຄວ້າແລ້ວພົບວ່າ ທົ່ວເຂດນິງເຕີບໍ່ມີໜັງສືພິມ, ວິທະຍຸແລະໂທລະພາບ. “ໜັງສືພິມໝິນຕຸ່ງ” ທີ່ເຊົາພິມຈຳໜ່າຍມາຕັ້ງແຕ່ປີ1969ນັ້ນກໍບໍ່ສາມາດຟື້ນຟູການພິມຈຳໜ່າຍໄດ້ຍ້ອນຂາດງົບປະມານ,ພະນັກງານ,ສະຖານທີ່ແລະປັດໄຈອື່ນໆ. ເມື່ອເປັນແນວນີ້, ທິດທາງນະໂຍບາຍຂອງພັກປານໃດຈຶ່ງຈະເຜີຍແຜ່ເຂົ້າເຖິງປະຊາຊົນຢູ່ຂັ້ນຮາກຖານໄດ້? ທ່ານສີຈິ້ນຜິງໄດ້ສະເໜີທັນທີເລີຍວ່າ: “ຕ້ອງສ້າງຕັ້ງໜັງສືພິມສະບັບໜຶ່ງແລະສະຖານີໂທລະພາບແຫ່ງໜຶ່ງຢູ່ເຂດນິງເຕີ.”

 

   ເມື່ອປະເຊີນກັບບັນຫາຂາດເຂີນງົບປະມານ, ທ່ານສີຈິ້ນຜິງໄດ້ຮຽກຮ້ອງໃຫ້ພະແນກການເງິນຈັດສັນງົບປະມານສຳຮອງສະເພາະເລຂາພັກເຂດນິງເຕີຈຳນວນ 100.000ຢວນເອົາໃຫ້ໜັງສືພິມໝົດ, ບໍ່ມີສະຖານທີ່, ເພິ່ນກໍໄປປະສານງານເຊົ່າໃຊ້ສາງອາວຸດເກົ່າຂອງເຂດທະຫານກອງທັບປົດປ່ອຍປະຊາຊົນເຂດນິງເຕີ…ຈາກນັ້ນ, ໜັງສືພິມໝິນຕຸ່ງຈຶ່ງໄດ້ຟື້ນຟູການພິມຈຳໜ່າຍຄືນໃໝ່ຢ່າງສຳເລັດຜົນໃນເດືອນພະຈິກປີ1989. ຫຼັງຈາກນັ້ນມາ, ແຜນນະໂຍບາຍຕ່າງໆຂອງອົງການປົກຄອງເຂດນິງເຕີເຊັ່ນ: ລະບຽບການວ່າດ້ວຍການລົງຮາກຖານ4ດ້ານ,ແນວຄິດ “ນົກອ່ອນແອບິນຂຶ້ນກ່ອນໝູ່” ແລະອື່ນໆໄດ້ເຂົ້າເຖິງປະຊາຊົນເປັນພັນເປັນໝື່ນຄອບຄົວ ເຊິ່ງໄດ້ຊຸກຍູ້ໃຫ້ເຂດນິງເຕີຫຼຸດພົ້ນອອກຈາກຄວາມທຸກຍາກ,ສ້າງຄວາມຮັ່ງມີຂຶ້ນແລະເລັ່ງການພັດທະນາໄວຂຶ້ນ.  ເດືອນທັນວາປີ1990, ສະຖານີໂທລະພາບນິງເຕີໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ. ເຖິງວ່າໃນເວລານັ້ນ ທ່ານສີຈິ້ນຜິງໄດ້ຖືກຍົກຍ້າຍໄປດຳລົງຕຳແໜ່ງເປັນເລຂາຄະນະພັກນະຄອນຟູໂຈ່ວແລ້ວກໍຕາມ, ແຕ່ກ່ອນຈະອອກຈາກເຂດນິງເຕີ, ເພິ່ນໄດ້ຈັດກອງປະຊຸມໂດຍຊີ້ນຳເປັນພິເສດວ່າ: ຕ້ອງສ້າງຕັ້ງສະຖານີໂທລະພາບນິງເຕີໃຫ້ໄດ້.

 

   ການທີ່ເຮັດທຸກສິ່ງຢາງເພື່ອປະຊາຊົນ ຄືຈຸດເລີ່ມຕົ້ນແລະຈຸດປະສົງພື້ນຖານຂອງທ່ານສີຈິ້ນຜິງໃນການເອົາໃຈໃສ່,ໃຫ້ຄວມສຳຄັນແລະຮູ້ວິທີໝູນໃຊ້ວຽກງານສື່ມວນຊົນໃຫ້ມີປະສິດທິຜົນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ໃນເວລາກ່າວຄຳປາໄສສຳຄັນໃນຫຼາຍກາລະໂອກາດ, ທ່ານສີຈິ້ນຜິງໄດ້ຊີ້ແຈງຢ່າງເລິກເຊິ່ງກ່ຽວກັບບັນຫາຕ່າງໆຂອງວຽກງານສື່ມວນຊົນເຊັ່ນ:ຖານະບົດບາດ,ໜ້າທີ່ແລະພາລະກຳ, ທິດທາງແລະຫຼັກການເປັນຕົ້ນ, ໄດ້ສະເໜີຂໍ້ຮຽກຮ້ອງຢ່າງຈະແຈ້ງກ່ຽວກັບການເຮັດວຽກສື່ມວນຊົນຂອງພັກໃຫ້ດີ.



ວັນທີ19ກຸມພາ2016,ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມໂທລະພາບສູນກາງຈີນແລະໂອ້ລົມສົນທະນາກັບພະນັກງານໂທລະພາບສູນກາງ

ວັນທີ19ກຸມພາ2016,ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມແລະເຮັດວຽກສຳຫຼວດຄົ້ນຄວ້າຕົວຈິງຢູ່ສຳນັກງານສື່ມວນຊົນຂັ້ນສູນກາງ3ແຫ່ງຄື: ໜັງສືພິມປະຊາຊົນລາຍວັນ, ຂ່າວສານຊິນຮວາ, ໂທລະພາບສູນກາງ. ຢູ່ໃນຫ້ອງສະຕູດີໂອແລະຫ້ອງຄວບຄຸມການດຳເນີນລາຍການປະມວນຂ່າວຂອງໂທລະພາບສູນກາງ, ທ່ານສີຈິ້ນຜິງໄດ້ສອບຖາມກ່ຽວກັບຂັ້ນຕອນການດຳເນີນລາຍການຂ່າວນຳໂຄສົກແລະພະນັກງານ, ພ້ອມທັງໄດ້ກົດປຸ່ມອຸປະກອນທີ່ກ່ຽວຂ້ອງເພື່ອສຳຜັດກັບການຈຳລອງດຳເນີນລາຍການຂ່າວດ້ວຍຕົນເອງ, ເພິ່ນໄດ້ໃຫ້ຄຳຊີ້ນຳກັບພະນັກງານທັງຫຼາຍວ່າ: “ລາຍການໂທລະພາບສູນກາງໃນແຕ່ລະມື້ແມ່ນອອກສູ່ສາຍຕາຜູ້ຊົມຫຼາຍຮ້ອຍລ້ານຄົນ, ຕ້ອງທ່ວງທັນກັບຍຸກສະໄໝຢ່າງໃກ້ຊິດ, ມີສາຍຕາເບິ່ງກວ້າງເຖິງທົ່ວໂລກ, ອອກແບບຄໍລຳທີ່ດີໃຫ້ມີເນື້ອໃນກວມເຖິງທັດສະນະຄະຕິແລະມີລັກສະນະສິລະປະໃຫ້ຫຼາຍ, ຜະລິດລາຍການທີ່ດີໃຫ້ໄດ້ຮັບຄວາມນິຍົມສູງ,ສຶກສາອົບຮົມປະຊາຊົນທ່າມກາງເນື້ອໃນລາຍການທີ່ເພີດເພີນໃຈໃຫ້ຫຼາຍ.”

 

ທ່ານສີຈິ້ນຜິງບໍ່ພຽງແຕ່ໄດ້ຝາກຄວາມຫວັງເປັນຢ່າງຍິ່ງໄວ້ນຳວຽກງານສື່ມວນຊົນເທົ່ານັ້ນ ຍັງໄດ້ມີການວາງແຜນຍຸດທະສາດຢ່າງລະອຽດຕື່ມອີກ.

 

ຈາກການເນັ້ນໜັກໃຫ້ຖືເອົາສື່ອອນລາຍເປັນວຽກງານສຳຄັນທີ່ສຸດຂອງວຽກງານໂຄສະນາແລະແນວຄິດໃນກອງປະຊຸມວຽກງານໂຄສະນາແລະແນວຄິດທົ່ວປະເທດຈີນເມື່ອປີ2013 ຈົນຮອດການສະເໜີ “ໜ້າທີ່ແລະພາລະກຳດ້ານວຽກງານສື່ມວນຊົນຂອງພັກ”ໃນກອງປະຊຸມສຳມະນາກ່ຽວກັບວຽກງານສື່ມວນຊົນຂອງພັກກອມມູນິດຈີນເມື່ອປີ2016; ຈາກການເຜີຍແຜ່ເອກະສານຕ່າງໆຕາມລຳດັບເຊັ່ນ: ຄວາມເຫັນຊີ້ນຳວ່າດ້ວຍການຊຸກຍູ້ສື່ດັ້ງເດີມແລະສື່ໃໝ່ພັດທະນາແບບເຊື່ອມໂຍງເຂົ້າກັນ, ຄວາມເຫັນວ່າດ້ວຍການເລັ່ງຊຸກຍູ້ສື່ຕ່າງໆພັດທະນາແບບເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງແລະອື່ນໆ, ຈົນຮອດການເນັ້ນໜັກໃນບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໃຫ້ “ເພີ່ມທະວີການສ້າງລະບົບເຜີຍແຜ່ໂຄສະນາດ້ວຍສື່ມວນຊົນທຸກຮູບແບບ, ສ້າງສະພາບການໃໝ່ແຫ່ງສື່ມວນຊົນຫຼັກ”ແລະອື່ນໆ. ກອງປະຊຸມສຳຄັນຕ່າງໆ ບວກກັບມາດຕະການສຳຄັນຕ່າງໆໄດ້ຊີ້ນຳໃຫ້ສື່ມວນຊົນຈີນເກີດມີການປ່ຽນແປງຢ່າງໃຫຍ່ຫຼວງທ່າມກາງການປ່ຽນແປງຂອງຍຸກສະໄໝ, ທັງໄດ້ເພີ່ມພູນຄູນສ້າງໃຫ້ສື່ມວນຊົນມີຄວາມໜັກແໜ້ນໃນດ້ານອຸດົມການແຕ່ຫົວທີຄື ແບກຫາບພາລະກຳທີ່ເປັນທຳ ຂຽນບົດຄວາມດ້ວຍຄວາມຊຳນິຊຳນານ.

 

ພາຍໃຕ້ການຊີ້ນຳນຳພາຂອງທ່ານສີຈິ້ນຜິງ, ສື່ມວນຊົນສຳຄັນຕ່າງໆຂອງຈີນໄດ້ພັດທະນາຢ່າງຈະເລີນຮຸ່ງເຮືອງໄປພ້ອມກັນໂດຍກວມເຖິງໜັງສືພິມ ສື່ອອນລາຍ,ແອັບມືຖື,ວີແຊັດ ແລະສຸມໃສ່ພັດທະນາເນື້ອໃນດ້ວຍທຸກຮູບແບບເຊັ່ນ ບົດ, ພາບແລະສຽງ. ສື່ມວນຊົນຂັ້ນສູນກາງທີ່ສຳຄັນໄດ້ວາງອອກຄໍລຳທີ່ມີຊື່ສຽງເຊັ່ນ “ມູມມອງຂ່າວທັນເຫດການ”, “ວິເຄາະປະເດັນຈຸດສຸມ” ແລະອື່ນໆ ເຊິ່ງເຮັດໃຫ້ທິດສະດີປະດິດສ້າງໃໝ່ຂອງພັກເຂົ້າເຖິງປະຊາຊົນທົ່ວໄປ. ເຕັກນິກໃໝ່ຕ່າງໆເຊັ່ນ 5G,cloud computing, ເຕັກນິກຈຳລອງພາບສາມມິຕິຫຼື3Dແລະອື່ນໆໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທາງອິນເຕີເນັດເຂົ້າສູ່ໄລຍະການພັດທະນາດ້ວຍການປະດິດສ້າງຢ່າງວ່ອງໄວ, ເມື່ອປະເຊີນກັບສະພາບສາກົນທີ່ມີການແຂ່ງຂັນດ້ານອິດທິພົນຂອງສື່ມວນຊົນນັບມື້ນັບດຸເດືອດ, ຈີນໄດ້ສືບຕໍ່ອອກແຮງພັດທະນາວຽກງານໂຄສະນາຕໍ່ຕ່າງປະເທດເພື່ອສົ່ງສຽງຂອງຈີນຢ່າງເຂັ້ມແຂງໃນເວທີສາກົນແລະໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ…

 

ກ່ຽວກັບວຽກງານສື່ມວນຊົນ, ທ່ານສີຈິ້ນຜິງໄດ້ກ່າວວ່າ:

 

“ການເຮັດວຽກງານສື່ມວນຊົນຂອງພັກໃຫ້ດີ,ສ້າງສະພາບແວດລ້ອມດ້ານຫາງສຽງທີ່ດີ ເປັນສິ່ງສຳຄັນໃນການປົກຄອງບໍລິຫານປະເທດແລະຮັກສາຄວາມສະຫງົບຂອງປະເທດຊາດ.”

 

“ສື່ມວນຊົນອັນມະຫາສານໄດ້ຈົດຈຳພາລະກຳຢ່າງໜັກແໜ້ນ, ສູ້ຊົນເຮັດວຽກສ້າງຜົນງານທີ່ດີ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານສື່ມວນຊົນຂອງພັກດ້ວຍສະຕິປັນຍາແລະເຫື່ອແຮງກໍຄືຊີວິດຂອງຕົນ.”

 

ຄຳສັ່ງສອນທີ່ເຕັມໄປດ້ວຍຄວາມສຳຄັນຂອງທ່ານສີຈິ້ນຜິງໄດ້ຊີ້ນຳສື່ມວນຊົນຈີນທຸກຄົນກ້າວເດີນໄປຂ້າງໜ້າຢ່າງສະຫງ່າຜ່າເຜີຍບົນຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານໃນຍຸກໃໝ່, ເພິ່ນເວົ້າວ່າ: “ສະຫຼຸບແລ້ວກໍຄື ຕ້ອງເປັນສື່ມວນຊົນທີ່ພັກແລະປະຊາຊົນໄວ້ວາງໃຈໄດ້.”