ເຂດທະເລໃກ້ກັບແຂວງມາລູກູຂອງອິນໂດເນເຊຍເກີດແຜ່ນດິນໄຫວຄວາມແຮງ 5,4 ລິກເຕີ

2023-11-09 10:50:42 cri

ອີງຕາມແຫຼ່ງຂ່າວຈາກອົງການອຸຕຸນິຍົມ, ດິນຟ້າອາກາດ ແລະ ທໍລະນີຟີຊິກຂອງອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ເວລາ 0 ໂມງ 25 ນາທີຂອງວັນທີ 9 ພະຈິກນີ້, ເຂດທະເລໃກ້ກັບແຂວງມາລູກູຂອງອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຄວາມແຮງ 5,4 ລິກເຕີ ແລະ ຈຸດແຜ່ນດິນໄຫວເລິກລົງໄປພື້ນທະເລ 10 ກິໂລແມັດ.