ທາງລົດໄຟຈີນ-ລາວເປີດນຳໃຊ້ໄດ້ເກືອບ 2 ປີ ໄດ້ເສີມຂະຫຍາຍບົດບາດເປັນເສັ້ນທາງຄຳດ້ານການຂົນສົ່ງນັບມື້ນັບພົ້ນເດັ່ນ

2023-11-09 10:47:39 cri

ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ: ນັບມາຮອດວັນທີ 3 ພະຈິກນີ້, ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຄົບ 23 ເດືອນ, ໄດ້ຂົນສົ່ງຜູ້ໂດຍສານ 23 ລ້ານເທື່ອຄົນ, ມີຜູ້ໂດຍສານ 91.000 ກວ່າຄົນຈາກ 70 ກວ່າປະເທດແລະເຂດແຄວ້ນໄດ້ຂີ່ຂະບວນລົດໄຟຕາມທາງລົດໄຟຈີນ-ລາວຂ້າມຊາດ; ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 27,8 ລ້ານໂຕນ, ໃນນັ້ນ, ສິນຄ້າຂ້າມຊາດ 5,7 ລ້ານໂຕນ, ການຂົນສົ່ງສິນຄ້າໄດ້ປົກຄຸມ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ ແລະ ຫວຽດນາມເປັນຕົ້ນ ເຊິ່ງໄດ້ເສີມຂະຫຍາຍບົດບາດເປັນເສັ້ນທາງຄຳດ້ານການຂົນສົ່ງນັບມື້ນັບພົ້ນເດັ່ນ.