ທ່ານສີຈິ້ນຜິງສົ່ງສານອວຍພອນເຖິງສົມເດັດໂນໂຣດົມ ສີຫາໂມນີ ກະສັດກຳປູເຈຍ ແລະ ທ່ານຮຸນແຊນ ປະທານພັກປະຊາຊົນກຳປູເຈຍ ໃນໂອກາດກຳປູເຈຍປະກາດເອກະລາດຄົບຮອບ 70 ປີ

2023-11-10 11:23:24 CRI

ວັນທີ 9 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານອວຍພອນເຖິງສົມເດັດໂນໂຣດົມ ສີຫາໂມນີ ກະສັດກຳປູເຈຍ ເນື່ອງໃນໂອກາດທີ່ລາຊະອານາຈັກກຳປູເຈຍປະກາດເອກະລາດຄົບຮອບ 70 ປີ.


ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ໃນຫຼາຍປີຜ່ານມາ, ປະຊາຊົນກຳປູເຈຍຍຶດໝັ້ນເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບການຂອງປະເທດຕົນ ແລະ ໄດ້ຮັບຜົນງານໃໝ່ເລື້ອຍໆໃນພາລະກິດສ້າງສາປະເທດຊາດຂອງຕົນ. ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນທີ່ເປັນມູນເຊື້ອ, ຈີນຈະເຮັດຄືແຕ່ເກົ່າເໝືອນດັ່ງທີ່ເຄີຍໄດ້ປະຕິບັດຜ່ານມາ ສະໜັບສະໜູນກຳປູເຈຍປົກປັກຮັກສາສະຖຽນລະພາບ, ຊຸກຍູ້ການພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ກຳປູເຈຍ, ຍິນດີພະຍາຍາມຮ່ວມກັບສົມເດັດໂນໂຣດົມ ສີຫາໂມນີ, ເພີ່ມທະວີການນຳພາສາຍພົວພັນລະຫວ່າງສອງປະເທດໃນທາງຍຸດທະສາດ, ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ໃຫ້ມີຄຸນນະພາບສູງ, ມີລະດັບສູງ ແລະ ມີມາດຕະຖານສູງ.


ໃນວັນດຽວກັນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນຍັງໄດ້ສົ່ງສານອວຍພອນເຖິງທ່ານຮຸນແຊນ ປະທານພັກປະຊາຊົນກຳປູເຈຍຕື່ມອີກ.