ພວກເຂົາເຈົ້າໄດ້ຮັບກາລະໂອກາດຫຍັງແດ່ຈາກການນຳສະເໜີສິ່ງໃໝ່ໆໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ

2023-11-10 11:04:06 cri

ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້, ມີຫຼາຍບໍລິສັດໄດ້ເປີດໂຕຜະລິດຕະພັນປະດິດສ້າງໃໝ່ເປັນຈຳນວນຫຼວງຫຼາຍ ໂດຍໄດ້ໂຮມສູນນຳສະເໜີຜະລິດຕະພັນໃໝ່, ເຕັກນິກໃໝ່ ແລະ ການບໍລິການໃໝ່ ທີ່ມີລັກສະນະຕາງໜ້າ 442 ລາຍການ. ສ່ວນໃນງານວາງສະແດງ 5 ຄັ້ງທີ່ຜ່ານມາ, ໄດ້ນຳສະເໜີຜະລິດຕະພັນໃໝ່, ເຕັກນິກໃໝ່ ແລະ ການບໍລິການໃໝ່ທີ່ເປັນຕົວແທນທັງໝົດປະມານ 2.000 ລາຍການ. ໃນຖານະເປັນງານວາງສະແດງລະດັບຊາດທີ່ເນັ້ນໃສ່ຫົວຂໍ້ນຳເຂົ້ານັ້ນຄັ້ງທຳອິດຂອງໂລກ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ກາຍເປັນເວທີຄຸນນະພາບສູງ ສຳລັບຈີນ ແລະ ປະເທດຕ່າງໆຮ່ວມກັນຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການປະດິດສ້າງໃໝ່.


ຈີນມີປະຊາກອນ 1,4 ຕື້ກວ່າຄົນ ເຊິ່ງໝາຍຄວາມວ່າ, ຈີນສາມາດສະໜອງສະຖານທີ່ທົດລອງ ແລະ ຕະຫຼາດທີ່ກວ້າງຂວາງສຳລັບເຕັກນິກໃໝ່ ແລະ ຜະລິດຕະພັນໃໝ່ຂອງທົ່ວໂລກ. ໃນຊຸມປີຜ່ານມາ, ການລຽງລຳດັບຂອງຈີນໃນຕາຕະລາງຈັດອັນດັບດັດຊະນີປະດິດສ້າງໃໝ່ໄດ້ຫຍັບຂຶ້ນມາຢູ່ອັນດັບຕົວເລກສູງຢ່າງວ່ອງໄວ.

ວິສາຫະກິດລະດັບໂລກນັບມື້ນັບຫຼາຍຂຶ້ນໄດ້ຖືເອົາງານວາງສະແດງສິນຄ້ານຳເຂົ້າສາກົນຈີນເປັນ “ແປ້ນຢັນ” ເພື່ອມາລົງທຶນຢູ່ຈີນ. ຢູ່ທີ່ແຫ່ງນີ້, ພວກເຂົາເຈົ້າບໍ່ພຽງແຕ່ໄດ້ຮັບໃບສັ່ງຊື້ສິນຄ້າ, ຕະຫຼາດ ແລະ ຫົວຄິດປະດິດສ້າງເທົ່ານັ້ນ, ຫາກຍັງມີກາລະໂອກາດທີ່ບໍ່ສິ້ນສຸດ ທີ່ໄດ້ມາຈາກການສ້າງສາແບບທັນສະໄໝຂອງຈີນ.